ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

“ສະຫວັນ​ແດນ​ຮັກ​” - Tom Rainbow


“ສະຫວັນ​ແດນ​ຮັກ​” - Tom Rainbow
“ສະຫວັນ​ແດນ​ຮັກ​” - Tom Rainbow

ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ໃນຄໍ່າຄືນທາງ​ເຮົາ​ຈັດ​ເພງໃຫ້ ແທນຄໍາຂອບໃຈແກ່
ທ່ານຜູ້ຟັງທີ່ຂຽນຂໍ້ຄວາມ​ລົງ​ໃນ website ຂອງ VOA ຂອງພວກ​ເຮົາ ຊຶ່ງ​ເພງ​
“ອັກສອນ​ຊາດ​ລາວ”ເພງທຳອິດນີ້ ​ເປັນ​ຜົນງານ​ເພງ​ຂອງອູ່​ແກ້ວ ​ໄຊ​ຍະ​ວົງ ​ນັກ​ຮ້ອງ​
ຈາກ ສປປ ລາວ ​ແລະເຈົ້າ​ຄຳ​ຜາຍ​ ກຸ​ລ​ວຸທ​ເປັນ​ຜູ້​ແຕ່ງ​ທັງ​ເນື້ອຮ້ອງ​ແລະ​ທຳນອງ
ຈັດ​ມອບ​ໃຫ້​ຜູ້​ຟັງ ນ້ອງ Johnson, PPY ແລະ​ອ້າ​ຍອ່ອນ​ຈັນ ທັມມະ​ວົງສາ ຈາກ
Switzerland.

ເພງ​ທີ່​ສອງ​ນີ້​ຄົງ​ຈະ​ພາ​ໃຫ້​ຫຼາຍໆ​ທ່ານຜູ້​ທີ່​ພັດ​ພາກ​ຈາກບ້ານ​ເກີດ​ເມືອງ​ນອນມາ​ເນີ້​ນນານ​
ຄົງ​ຈະມີ​ຄວາມຮູ້ສຶກ​ແບບ​ນີ້ “ຄິດ​ເຖິງ​ບ້ານ” ຊຶ່ງ​ເປັນ​ຜົນງານ​ເພງຂອງ​ແສງ​ເພັດ ພານຸ​ສິດ
ສິນລະປິນ​ລາວ​ອະ​ເມຣິກັນ ທີ່​ຮ້ອງ​ຄູ່​ກັບ ພູ​ສົມ​ສະນຸກ ໜໍ່​ສະຫວັນ ຈັດ​ໃຫ້ Thao Henry
Khanthaly ຈາກ Paris, France. ​

“ສະຫວັນ​ແດນ​ຮັກ​” - Tom Rainbow
“ສະຫວັນ​ແດນ​ຮັກ​” - Tom Rainbow

ເພງ​ “ສະຫວັນ​ແດນ​ຮັກ​” ຂອງ Tom Rainbow ນີ້ ຈັດ​ພິ​ເສດ​ໃຫ້​ທາງ​ຄະ​ນະ​ຊຸມນຸມສະຫວັນ ນະ​ເຂດ​ແລະ​ສະມາຊິກ​ທຸກໆ​ ທ່ານ ທີ່​ຫາ​ກໍ​ຈັດ​ງານ Savannakhet Reunion
ຂຶ້ນ ໃນຫວ່າງບໍ່ດົນມານີ້
ທີ່ນະຄອນ Las Vegas,
Nevada.

ຂໍໃຫ້ຮັກຫໍ່ໂຮມກັນແລະມີແບບນີ້ຂຶ້ນເລື້ອຍໆ ເພື່ອທີ່ພວກເຮົາຄົນລາວຈະໄດ້ຮັກແພງ,
ຕິດຕໍ່, ແລກປ່ຽນຂໍ້ມູນແລະສົ່ງເສີມຊຶ່ງກັນແລະກັນ.

XS
SM
MD
LG