ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອີ້ນ​ນາງ​ກັບ​ຄືນ - ຄຳ​ຜຸຍ ​ມາ​ໄລ​ຄຳ


ຄຳ​ຜຸຍ ​ມາ​ໄລ​ຄຳ
ຄຳ​ຜຸຍ ​ມາ​ໄລ​ຄຳ

ສະບາຍດີ ​ແລະ​ວັນນະ​ສອນກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງໃນລາຍການ​ສຽງ​ເພງ​ ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ​ໃນໄລຍະ​ຫຼັງໆ​ນີ້ ​ໄດ້​ມີ​ຜູ້​ຟັງ​ຂຽນ​ມາ​ຂໍ​ຟັງ​ເພງ​ຜ່ານ​ທາງ Social Media Network ​ເຊັ່ນ Facebook ​ເກືອ​ບວ່າ​ທັງ​ໝົດ​ເລີຍ ດີ​ແລ້ວ​ລະ​ຈະ​ໄດ້​ທັນໃຈທັນ​ເຫດການ ​ຂໍ້ຄວາມຕໍ່​ໄປ​ນີ້​ມາ​ຈາກ​ນ້ອງ Sunth Dgl ຊຶ່ງ​ເປັນ​ນາມ​ແຝງ​ທີ່​ໃຊ້​ໃນ Facebook ຊຶ່ງ​ເອື້​ອຍວັນນະ​ສອນ ຄິດ​ວ່າ ໜ້າ​ຈະ​ອ່ານ​ວ່າ ສັ້ນ ຂໍ​ຟັງ​ເພງ​ຂອງ​ເຜົ່າ​ກຶມ​ມຸ ຊຶ່ງ​ເອື້ອຍ​ວັນນະ​ສອນ ມີ​ຄວາມ​ຍິນ​ດີ ​ແລະ​ຕ້ອງ​ຂໍ​ບອກ​ວ່າ ພໍ​ເຂົ້າ​ໃ​ຈຖ້ອຍ​ຄຳ ​ບາງ​ຄຳ​ບາງ​ຕອນ​ທີ່​ເປັນ​ພາສາ​ລາວ…​ຊຶ່ງເພງ​ນີ້​ຊ່າງ​ປະຈວບເໝາະ​ແລະ​ເຂົ້າ​ກັບສະຖານະ​ການ​ເຫຼືອ​ເກີນ…ທີ່​ເວົ້າ​ເຖິງ​ຂະ​ບວນການ​ຄ້າ​ມະນຸດ ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ…ຊຶ່ງ​ເພງ​ນີ້ ​ໄດ້​ຮັບ​ການ​ສະໜັບສະໜຸນ​ໂດຍ​ອົງການ UNICEF ທີ່​ບັນ​ລະ​ຍາຍ​ເຖິງ​ຄວາມ​ຫ່ວງ​ຫາ​ອາທອນ ຕໍ່​ພວກແມ່ຍິງ​ແລະເດັກ​ສາວທັງຫຼາຍ​ທີ່​ຫຼົງ​ເຊື່ອ ຜຼົງຜິດ…​ຕົກ​ໄປ​ເປັນ​ເຫຍື່ອ​ຂອງ​ຂະ​ບວນ ການ​ຄ້າ​ມະນຸດ ​ເພງ​ນີ້​ຂັບ​ຮ້ອງ​ໂດຍ ຄຳ​ຜຸຍ ​ມາ​ໄລ​ຄຳ ​ແລະ​ປະພັນ​ໂດຍ ບຸນ​ຍັງ​ແລະ​ຂໍ​ໃຫ້ ​ເພງ​ນີ້​ເປັນ​ອຸທາຫອນ ສອນ​ສັ່ງ​ພວກ​ນ້ອງໆ​ທັງຫຼາຍ ​ໃຫ້​ໝັ້ນ​ພຽນ​ພະຍາຍາມ​ປະຕິບັດ​ຕົວ​ເປັນ​ຄົນ​ດີ​ໃນ​ສັງຄົມ​ລາວ ຕໍ່ໆ​ໄປ ຢ່າ​ໄດ້ເສຍ​ຮູ້​ແລະໃຫ້​ຄົນ​ອື່ນ​ເອົາ​ປຽບ. ຂໍ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ…​ເອີ້ນ​ນາງ​ກັບ​ຄືນ.

ສ່ວນ​ເພງ “ລືມ​ໄລ​ບ້ານ​ປ່າ” ນີ້​ຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງ​ຜູ້​ຟັງ​ ນ້ອງອື​ຢ່າງ ໜໍ​ຕູ້ ນັກ​ສຶກສາ​ຈາກ​ສປປ ລາວ ຊຶ່ງ​ປະຈຸ​ບັນ​ນີ້ກຳລັງ​ສຶກສາ​ຢູ່​ທີ່​ປະ​ເທດ​ຝຣັ່ງ ຂຽນມາ​ທັກ​ທາຍ ສບາຍ​ດີ​ນັກ​ຂ່າວ VOA ນ້ອງ​ບອກ​ມາ​ວ່າ ຕັ້ງ​ແຕ່​ນ້ອຍມາ ​ກໍ​ໄດ້​ຍິນ​ຄຳ​ວ່າ VOA ແລ້ວ ​ເພາະວ່າ​ລຸງ​ຂອງ​ນ້ອງ​ຮັບ​ຟັງ​ມາ​ຕະຫຼອດ ​ແລະ​ທຸກ​ມື້​ນີ້ ກໍ​ຍັງ​ຕິດຕາມ​ຮັບ​ຟັງ ຢູ່​ສະ​ເໜີ​ມາ ເພງ ລືມ​ໄລ​ບ້ານ​ປ່າ ນີ້ ​ເປັນ​ເພງ​ເກົ່າ​ແລະ​ໂດ່​ງດັງ​ໃນ​ອະດີດ ​ແຕ່​ຄັ້ງ​ນີ້​ເປັນ​ຂອງສິນ ລະປິນ ອະ​ວຸ​ໂສ ຊຶ່ງ​ປະ​ຈຸ​ບັນ​ນີ້ ຮັບ​ຕຳແໜ່​ງ​ເປັນ ລັດຖະມົນຕີຖະ​ແຫຼງຂ່າວ ວັດທະນະ ທຳ​ແລ​ະທ່ອງ​ທ່ຽວ ທ່ານ ບົວ​ເງິນ ຊາ​ພູ​ວົງ ​ແລະ​ວັນນະ​ສອນ​ຫວັງ​ວ່າ ​ເພງ​ນີ້​ຄົງ​ຈະ​ເຮັດ​ໃຫ້ນ້ອງ ອື​ຢ່າງ ​ແລະຫຼາຍໆ​ທ່ານ​ຜູ້​ຟັງ​ທີ່ຢູ່ຫ່າງ​ໄກ​ຈາກ​ພູມ​ລຳ​ເນົາ​ແລະ​ບ້ານ​ເກີດ​ເມືອງ​ນອນ ​ໄດ້​ຟັງ​ໄປ ​ເຄີ້ມ​ໄປ ຫາຍຄິດ​ເຖິງ​ບ້ານ. ​ແລະ​ກໍ​ຫວັງ​ຢ່າງ​ຍິ່ງ​ຄົງ​ຈະ​ເຫັນ​ນ້ອງອື​ຢ່າງ ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ວັນນະສອ​ນ ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ນີ້ “ນ້ຳ​ຖ້ວມ​ເມືອງ​ແບ​ງ” ຊຶ່​ງ​ເປັນ​ເພງ​ທີ່​ສະ​ຖ້ອນ​ເຖິງ​ເຫດການ​ຫາ​ຍະ​ນະ​ທີ່​ກະທົບ​ຕໍ່​ເມືອງ​ແບງ ​ເປັນ​ກຶມ​ມຸ ​ແລະ​ທຳນອງ​ເພງ​ລາວ ຈາກ​ນ້ຳ​ສຽງ ຂອງ​ສິນລະປິນ​ສຽງ​ດີ ສຸພັນ ​ສຶມ​ອົມ ຂໍໃຫ້ທ່ານຜູ້​ຟັງ​ທີ່​ເປັນ​ຊາວ​ກຶມ​ມຸ ພ້ອມ​ທັງ​ນ້ອງ​ສັ້ນ ຂຽນ​ຂໍ້ຄວາມ​ແລະ​ສົ່ງ​ເພງ​ກຶມ​ມຸ ມ່ວນໆ ມາ​ໃຫ້​ເອື້ອຍ​ໄດ້​ເປີດ​ແລະ​ແບ່ງປັນ​ໃຫ້​ທ່ານ​ຜູ້​ຟັງ​ ໃນ​ທົ່ວ​ໂລກ ​ໄດ້​ຮັບ​ຟັງ​ກັນ. ນອນ​ຫຼັບຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ປີໜ້າ.

XS
SM
MD
LG