ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງຕາມຄໍາຂໍ: ກ້ຽວສາວແຄມງື່ມ (ຄາຣາໂອເກະ)


ລັດສະໝີ ພູດິນດົງ ໃນເພງ “ກ້ຽວສາວປາກຊັນ”
ລັດສະໝີ ພູດິນດົງ ໃນເພງ “ກ້ຽວສາວປາກຊັນ”
ສະບາ​ຍດີ ທ່ານ​ແຟນລາຍການທຸກໆ​ທ່ານ ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ
ມາ​ຟັງ​ເພງ​ທໍາ​ອິດກັນ​ເລີຍ ກ້ຽວ​ສາວ​ແຄມ​ງຶ່​ມ ຈັດ​ໃຫ້​ຕາມ​ຄໍາ​ຂໍ​
ຂອງ​ນ້ອງ​ອິນ​ແປງ ສຸວັນນະ​ສານ ທີ່​ຂໍ​ຟັງ​ຜ່ານ​ໜ້າ​ເຟສບຸກຂອງ​
ວັນນະ​ສອນ ພິທີ​ກອນ​ສຽງ​ຫວານ​ຂອງ​ເຮົາ ທີ່​ກໍາລັງ​ພັກ​ຟື້ນ​ຈາກ​
ການຜ່າຕັດ​ກະດູກ​ສັນ ຫລັງ ຢູ່​ບ້ານ​ທີ່​ລັດ​ແຄ​ລີ​ຟໍ​ເນຍພຸ້ນ. ຄົງ​
ປະມານ​ທ້າຍ​ເດືອນ​ໜ້າ​ພຸ້ນ​ລະ ທ່ານຈຶ່ງ​ຈະໄດ້ຟັງ​ສຽງ​ໄທ​ເມືອງ
ຫວານໆ​ອີກ. ນ້ອງ​ເກດສະໜາ ​ເສ​ດາ​ວົງ ກໍ​ຂໍ​ຟັງ​ເພງນີ້​ຄື​ກັນ
ຂຽນມາ​ທາງ​ເຟສບຸກຂອງວີ​ໂອ​ເອລາວ ​ເອື້ອຍ​ຂໍ​ຈັດ​ໃຫ້​ພ້ອມ​ກັນ​
ເລີຍ. ນ້ອງ​ເກດສະໜາ​ບອກ​ວ່າ ຂໍ​ຟັງ​ກັບ​ພໍ່​ແມ່​ທີ່​ບ້ານ​ສະ​ແຄະ
ແຂວງ​ອັດ​ຕະປື. ສ່ວນ​ນ້ອງອິນ​ແປງຂໍ​ຟັງ​ຮ່ວມ​ກັບ​ຄົນ​ລາວ​ທຸກໆ
​ຄົນ​ວ່າ​ຊັ້ນ. ​ເຊີນ​ບັນດາ​ທ່ານ​ຮັບ​ຟັງ​ໄດ້​ເລີຍ ກ້ຽວ​ສາວ​ແຄມ​ງຶ່​ມ
ຜົນງານ​ຂອງ​ ຄົມ​ສັນ​ແລະ​ອອຍ​ໃຈ ສິນລະປິນຈາກ ສປປ ລາວ​.




ເອົາ ກ້ຽວ​ສາວ​ແຄມ​ງຶ່​ມ ກັນ​ແລ້ວ ບັດ​ນີ້​ ຂ້າພະ​ເຈົ້າຈະ​ພາ​ທ່ານ​ຊາຍ​ໄປ ກ້ຽວ​ສາວ​ປາກ​
ຊັນ
​ເພາະວ່າ​ສາວ​ປາກ​ຊັນ​ກໍ​ງາມ​ບໍ່​ແພ້​ສາວ​ແຄມ​ງຶ່​ມ ຄັນ​ຊັ້ນ​ກໍ​ຄົງ​ບໍ່​ມີ​ເພງ ກຸຫລາບ​ປາກ​
ຊັນ
ດອກ​ເນາະ ​ແມ່ນ​ບໍ່? ​ເພງ​ນີ້ ບໍ່​ມີ​ໃຜ​ຂໍ​ຟັງມາ ​ແຕ່ຂ້າພະ​ເຈົ້າຂໍ​ຈັດ​ເປັນ​ພິ​ເສດ​ໃຫ້​ຫລານ
​ອານຸລັກ ​ແກ້ວມະນີ ເພື່ອ​ມອບ​ໃຫ້​ໃຜ​ຄົນ​ນຶ່ງ​ ​ແທນ​ເພງ ກຸຫລາບ​ປາກ​ຊັນ ທີ່​ປ້າຈັດໃຫ້​ອາ
ທິດແລ້ວ​ນີ້ ​ແຕ່​ລືມ​ບອກ​ໄປ​ວ່າຫລານ​ອານຸລັກ​ຂໍ​ມອບ​ໃຫ້​ຄົນ​ພິ​ເສດ​ຄົນ​ນຶ່ງ. ປ້າ​ຂໍ​ໂທດ​ດ້ວຍ
ຂໍມອບເພງ​ນີ້​ໃຫ້​ແທນ​ແລ້ວກັນ ຫວັງ​ວ່າ​ໃຜ​ຄົນ​ນັ້ນ​ຂອງ​ຫລານ​ອານຸລັກ ຄົງ​ກໍາລັງ​ຟັງ​ຢູ່. ​
ເພງ ກ້ຽວ​ສາວ​ປາກ​ຊັນ ​ບົດ​ນີ້​ເປັນ​ຜົນງານຂອງ​ລັດ​ສະ​ໜີ ກັບ ສີວິ​ໄລ ພູ​ດິນ​ດົງ.



ເພງ​ສຸດ​ທ້າຍ​ນີ້​ ບໍ່​ມີໃຜ​ຂໍມາ​ ແຕ່​ຂ້າພະ​ເຈົ້າ​ໄປເຫັນ​ຢູ່​ຢູທູບ ກໍ​ເລີຍ​ອັດ​ມາສູ່​ຟັງ ຮູ້ສຶກວ່າ​
ມ່ວນ​ແລະ​ຕະລົກ​ດີ ເປັນ​ເພງ​ສະ​ຕາຍ​ລ໌​ໄວ​ລຸ້ນທໍານອງ​ແຣປ ຊື່​ເພງ ​ໄປ​ຈ່າຍ​ຕະຫລາດ
ຜົນງານ​ຂອງ​ບໍລິສັດ C Star Music. ມາ​ຟັງ​ກັນ​ເບິ່ງ​ວ່າ ​ເວລາ​ບ່າວ​ໄທ​ເມືອງຄົນ​ນີ້​ໄປ​
ຕະຫລາ​ດ​ຊື້​ຂອງໃຫ້​ແມ່​ແລ້ວ ​ແມ່ນ​ຫຍັງ​ເກີດ​ຂຶ້ນ. ຂໍ​ມອບໃຫ້​ທຸກໆ​ທ່ານ​ທີ່​ກໍາລັງ​ຟັງ​ຢູ່
ພິ​ເສດຫລານ​ອານຸລັກ​ກັບຄອບ​ຄົວ​ແກ້ວມະນີ ທີ່​ຄິດ​ວ່າ ຄົງ​ກໍາລັງ​ກິນ​ເຂົ້າ​ແລງກັນ​ຢູ່
ຟັງ​ແລ້ວ​ຢ່າ​ສະໝັກ​ເຂົ້າ​ເດີ້​ລ່ະ​. ຫລານ​ອານຸລັກ ບອກ​ວ່າ​ຢາກ​ໃຫ້​ປ້າ​ດາຣາຈັດ​ເພງ​ໃຫ້​
ຟັງ​ທຸກໆ​ອາທິດ ປ້າ​ເຕັມ​ໃຈ​ທີ່​ສຸດແລະ​ດີ​ໃຈ​ທີ່​ໄດ້​ເຮັດ​ໃຫ້​ຄອບຄົວແກ້ວມະນີ ​ມີ​ຄວາມ
ສຸກ. ປ້າເອງ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ມາ​ຈັດ​ລາຍການ​ເພງ​ແລະ​ຟັງ​ຮ່ວມ​ກັບບັນດາ​ທ່າ​ນ ​
ເພາະວ່າ​ຕາມ​ປົກກະຕິ​ແລ້ວ ກໍ​ບໍ່​ມີ​ເວລາ​ໄດ້​ຟັງນອກຈາກ​ເວລາ​ຂັບ​ລົດ​ເທົ່າ​ນັ້ນ. ​
ເອົາ ຂໍ​ໃຫ້ທຸກໆ​ທ່ານ ມ່ວນ​ຊື່ນ​ກັບ​ເພງ​ນີ້ ລາຕີ​ສະຫວັດ.

XS
SM
MD
LG