ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາລຸນາ ຖາວອນສຸກ - Frequency Of Love


ອາລຸນາ ຖາວອນສຸກ
ອາລຸນາ ຖາວອນສຸກ

ສະບາຍດີທຸກໆທ່ານ ຫວັງ​ວ່າ ທຸກໆ​ທ່ານ​ຄົງ​ຈະ​ມ່ວນ​ຊື່ນ ອີ່ມ​ໜໍາ​ສໍາລານ​ກັບ​ເຂົ້າໄປ​ເຮັດ​ວຽກເຮັດການ​ເປັນ​ລະບຽບ​ຮຽບຮ້ອຍ​ແລ້ວ ຫຼັງຈາກທີ່ເສັດສິ້ນສະຫຼອງສົງການປີໃໝ່
ຄໍ່າ​ຄືນ​ນີ້​ວັນນະ​ສອນ​ຂໍແນະນໍາ ຜົນງານ​ເພງ​ຂອງ​ສິນລະ​ປິນລາວ ທັງ​ເປັນ​ນັກ​ດົນຕີ,
ນັກ​ຮ້ອງ​ແລະ​ນັກແຕ່ງ​ເພງ ​ເລະ ​ແກ້ວ​ທະວີ ສິນ​ລະ​ປິນ ລາວ-ອາເມຣິກັນ ຈາກ​ລັດ
Florida, ສະຫະລັດ ຊຶ່ງນໍ້າ​ສຽງ​ລີລາ ທີ່ວັນນະ​ສອນ​ ຄິດ​ວ່າ ຫຼາຍໆທ່ານຄົງຈະມີ
ຄວາມເຫັນແບບດຽວກັນ ແບບວ່າ ນິຍົມ ຊົມຊື່ນ ຍ້ອງຍໍສາວລາວ ດັ່ງເນື້ອໄນຂອງ
ເພງນີ້ ສາວ​ງາມ​ເມືອງ​ລາວ ທີ່ມີກິລິຍາມາລະຍາດ ນິ້ມນວນອ່ອນຫວານ ຈຶ່ງຂໍຈັດ
ມອບເພງນີ້ ມອບໃຫ້ຜູ້ຟັງທີ່ຂຽນຂໍ້ຄວາມຝາກໄວ້ ອັນມີ ທ່ານອຸໄລ ທ່ານວິໄລ
ທ່ານ ໂສ ແລະ
Annie ຂໍໃຫ້ຕິດຕາມລາຍການສຽງເພງຈາກແດນໄກຂອງ VOA
ຢູ່ຕໍ່ໄປ.

​ເພງ​ຕໍ່​ໄປ​ນີ້​ຂໍຈັດໃຫ້ ທ່ານ ສັບ ທີ່ຂຽນບອກມາວ່າ ລາຍການນີ້ ມ່ວນ ພ້ອມນີ້ຍັງອວຍພອນ
ມາໃຫ້ທີມງານຂອງ VOA ໃຫ້ມີສຸກຂະພາບແຂງແຮງ ແລະທ່ານ ປໍສັກ ຄຳຫຼ້າມະນີວົງ ທີ່ຂຽນບອກມາວ່າ ສຽງດີ ມີສາລະສຳລັບຄົນລາວທຸກຄົນວ່າຊັ້ນ...ເອົາວັນນະສອນ ກໍຕ້ອງຂໍຂອບໃຈ ແລະຈັດເພງລາວມ່ວນໆໃຫ້ຟັງແທນຄຳຂອບໃຈ...ຂໍເປັນເພງປ້ອປ
ຂອງ ອາລຸນາ ຖາວອນສຸກ ສິນລະປິນ ນັກດົນຕີ ນັກປະພັນເພງ ຈາກ ສປປ ລາວ
ໃນບົດເພງ Frequency Of Love ຂໍເຊີນໄປຟັງພ້ອມກັນເລີຍ.

ສຳລັບເພງຕໍ່ໄປນີ້ ຂໍຈັດໃຫ້ທ່ານຜູ້ຟັງທີ່ບໍ່ປະສົງອອກນາມ ທີ່ຂຽນຝາກໄວ້ໃນ Website
ຂອງ VOA ວ່າ “ເກີດມາເປັນຄົນລາວເຖິງຈະດຳລົງຊີວິດຢູ່ໃສໆປະເທດໃດໆກໍຕາມ
ຈົ່ງຮັກສາຄວາມເປັນລາວ ຢ່າອາຄາດບາດໝາງ ແລະ ສ້າງຄວາມແຕກແຍກຄວາມ
ເປັນລາວ
” ວັນນະສອນ ຂໍຂອບໃຈໃນຄຳເວົ້າທີ່ດີໆ ໜ້າຄິດ ແລະນຳໄປປະຕິບັດ...
ຈຶ່ງຂໍຈັດເພງທີ່ມີຄວາມໝາຍດີນີ້ ມອບໃຫ້...ຟັງເພງນີ້ແລ້ວກໍຍັງຄົງຮັກກັນເໝືອນເດີມ...ເປັນບົດເພງຂອງ ສິນລະປິນ ນັກຮ້ອງ ພ້ອມທັງເປັນນັກແຕ່ງເພງຈາກຝຣັ່ງ ກິວົງ ໃນບົດ
ເພງ ເຊື້ອສາຍຂ້ອຍລາວ. ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

XS
SM
MD
LG