ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອຍ​ນາງ - ​ຄູນ ສັກດາ


ຄູນ ສັກດາ
ຄູນ ສັກດາ

ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ໃນຄ່ຳຄືນນີ້ ວັນນະສອນ ຈະມາຈັດເພງ
ໃຫ້ຕາມຄຳຂໍ ຂໍ​ເຊີນ​ເຂົ້າ​ຮັບ​ຟັງ​ໄດ້​ເລີຍ​.

ສະບາຍດີແຟນລາຍການ​ທຸກໆທ່ານ ຄ່ຳຄືນນີ້ ວັນນະ​ສອນ​ ຈະ​ມາ​ຈັດ​ເພງ​ໃຫ້​ຕາມຄຳຂໍ
ຂອງທ່ານຜູ້ຟັງ ຊຶ່ງຂໍ້ຄວາມທຳອິດນີ້ຈາກນ້ອງສອນ​ເພັດ ເມືອງ​ຊຽງ​ເງິນ ​ແຂວງ​ຫຼວງ​ພະ​
ບາງ​ພຸ້ນ ຂຽນ​ບອກ​ມາ​ວ່າ ໄດ້​ຕິດຕາມ​ຮັບ​ຟັງ VOA ມາ​ໄດ້ 2 ປີ ​ແລ້ວ ​ແລະ​ຂໍ​ຟັງ​ເພງ​
ນາງຟ້າ ເພື່ອ​ຈັດ​ໃຫ້​ນ້ອງ​ຄຳ​ມະນີ ທີ່​ຢ່ທາງ​ເມືອງ​ບາກ ​ແຂວງ​ຫຼວງ​ພະ​ບາງ ທີ່​ໄປ​ເຮັດ​ວຽກ​
ຢູ່​ແຂວງ​ອຸດົມ​ໄຊ​ພຸ້ນ​ ​ເອົາ​ຈັ່ງ​ໃດ​ນ້ອງ​ສອນ​ເພັດ ​ກໍ​ຂໍ​ມາ​ແລ້ວ ​ແລະທາງ​ເຮົາ ຍັງ​ບໍ່​ທັນ ​
ໄດ້​ຮັບ​ອະນຸຍາດ​ກ່ຽວ​ກັບ​ເລື່ອງ​ລິ​ຂະ​ສິດ​ຂອງ​ເພງ​ນີ້ ຈາກ​ເຈົ້າ​ຂອງ​ເພງເທື່ອ ສະນັ້ນ
ວັນນະສອນ ຈຶ່ງ​ຂໍ​ຈັດ​ເພງ "ຄອຍ​ນາງ" ຂອງ​ຄູນ ສັກດາ ສິນລະປິນ​ລາວ​ຈາກ​ຝຣັ່ງ ​
ໃຫ້ແທນແລະກໍ​ຫວັງ​ວ່າ ​ເພງ​ນີ້ຄົງ ​ໄດ້​ນຳເອົາຮູ້​ສຶກທີ່​ດີມາ​ມອບ​ໃຫ້​ນ້ອງຄຳ​ມະນີ ​
ໃຫ້​ຕັ້ງ​ໃຈ​ເຮັດ​ວຽກ ​ແລະ​ຮີບ​ກັບຄືນ​ເມືອງ​ບ້ານ ຫຼື​ບໍ່ ກໍ​ສົ່ງ​ຂ່າວ ​ແລະ​ຝາກ​ຄວາມ​ຄິດ​ຮອດ
​ຄິດ​ເຖິງ​ໄປ​ໃຫ້​ນ້ອງສອນ​ເພັດ ດ້ວຍ. ເອົາຟັງເພງໄປ ຄິດຮອດກັນໄປເນີ ທັງສອງຄົນເລີຍ
ທັງນ້ອງສອນເພັດ ແລະນ້ອງຄຳມະນີ.

​ເພງ "ບ້ານ​ນາ​ຜາ​ສຸກ" ສະບັບ​ດັ່ງ​ເດີມນີ້ ທີ່​ປະ​ພັນ​ໂດຍ ອ. ສ. ​ແສງສິຣິວັນ ​ແລະ​ຂັບ​ຮ້ອງ
​ໂດຍ ມະນີ​ວັນ ວໍຣະວົງ ສິນລະປິນອະວຸໂສຈາກລັດ California ​ວັນນະ​ສອນ ວ່າ
ເປັນ​ເພງ​ອະມະຕະ​ຂອງ​ລາວ ອີກ​ເພງ​ນຶ່ງ ທີ່​ຟັງ​ຍາມ​ໃດ ກໍ​ປະ​ທັບ​ໃຈ​ຍາມ​ນັ້ນ ຟັງ​ເພງ​ນີ້
​ໄປວາດ​ພາບເຫັນ​ທີ​ວທັດ​ ທຳ​ມະ​ຊາດ ສວຍ​ງາມ​ຂອງພູມລຳ​ເນົາ ບ້ານ​ເກີດ​ເມືອງ​ນອນ ​
ແລະ​ວ່າ​ເພງ​ນີ້ຄົງ​ໄດ້​ຜ່ອນ​ຄາຍ​ຄວາມ​ຄິດ​ເຖິງ​ແດ່ໜ້ອຍນຶ່ງ ຢ່າງນ້ອຍ ກໍ​ເຮັດ​ໃຫ້​ມີ​
ຄວາມຮູ້ສຶກ​ສະບາຍໃຈຂຶ້ນ.

ເອົາ​ມາ​ຟັງ ເພງມ່ວນໆກັນດີກວ່າເພື່ອຈະໄດ້ສະບາຍໃຈຂຶ້ນ​ເປັນເພງຂອງສິນລະ​ປິນ
ສາວ​ລາວ​ຈາກ ອອສ​ເຕຣ​ເລຍ ​ແສງ​ມາລາ ຄໍາ​ດີ ​ແລະ​ວັນນສອນ​ຄິດ​ວ່າ ຖ້າ​ທ່ານ​ໃດ
​ໄດ້​ຟັງ​ເພງ​ນີ້​ແລ້ວ ກໍຄົງຈະຮີບ​ຟ້າ​ວ​ໂທລະ ສັບ​ໄປ​ຫາ​ມານ​ດາ​ຜູ້​ບັງ​ເກີດ​ເກົ້າ​ແນ່ນອນ
ແລະວ່າເພງນີ້ ກໍຍັງບໍ່ສວາຍເກີນໄປທີ່ຈະຈັດໃຫ້ບັນດາແມ່ໆທັງຫຼາຍ ຊຶ່ງຫາກໍໄດ້
ພາກັນຈັດສະຫຼອງວັນແມ່ໄປຫວ່າງມໍ່ໆມານີ້ ຂໍ​ເຊີນ​ຮ່ວມ​ມ່ວນ​ຊື່ນ​ກັບ​ເພງ​ນີ້
"ຄິດ​ຮອດ​ອີ່​ແມ່​ " ຂໍໃຫ້ທຸກໆ​ທ່ານ​ນອນ​ລັບ​ຝັນ​ຫວານ​ແລະ​ພົບ​ກັນ​ໃຫມ່​ໃນ​ສັບປະ
ດາ​ຫນ້າ.

XS
SM
MD
LG