ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“When You Kiss Me” - Shania Twain


“When You Kiss Me” - Shania Twain
“When You Kiss Me” - Shania Twain

ສະບາຍດີ​ທຸກໆທ່ານ ​ອາກາດເລີ່​ມຈະ​ໜາວ​ຂຶ້ນ​ເລື້ອຍໆ​ໃນ​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ ບໍ່​ແນ່ ບາງ​ທີ​ພວກ​ເຮົາ​ອາດ​ຈະ​ມີ While Christmas ກໍ​ຄື​ວ່າ ຫິມມະ​ອາດ​ຈະ​ຕົກ​ໃນ​ຊ່ວງ​ເທດ​ສະ​ດານ​ຄີຣສມາດ​ນີ້ ກໍ​ໄດ້ ວັນນະ​ສອນ​ຢາກຈະ​ໃຫ້​ທ່ານ​ຜູ້​ຟັງ​ນຸ່ງ​ຫົ່ມ​ໃຫ້​ໜາ​ເອົາ​ໄວ້​ເພື່ອ​ຈະ​ບໍ່​ໄດ້​ເຈັບ​ໄຂ້​ໄດ້​ປ່ວຍ​ແລະ​ຖ້າ​ບໍ່​ຈໍາ​ເປັນ​ກໍ​ບໍ່​ຕ້ອງ​ອອກ​ໄປ​ໃສ​ດອກ ນອນ​ຟັງ​ເພງ​ມ່ວນໆ​ກັບ​ວັນນະ​ສອນ​ຢ່າງ​ສະບາຍ​ໆກັນ​ດີກ​ວ່າ. ​ເພງ “I Told You So” ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ແມ່ນ​ເພງ​ຄູ່​ຂອງ Carrie Underwood ​ແລະ Randy Travis ຈັດ​ໃຫ້​ຕາມ​
ຄໍາ​ຂໍ​ຂອງ​ນ້ອງ ຄໍາ​ວັນສີ​ສົມບັດ ທີ່​ກໍາລັງ​ຕັ້ງໜ້າ​ຕັ້ງ​ຕາ​ສຶກສາປລິນ​ຍາ​ໂທທີ່ ອິນ​ໂດ
ເນ​ເຊຍ ​ແລະ​ທີ່​ເລືອກ​ເພງ​ຄູ່​ນີ້​ເເທ​ນ​ເພງ​ດຽວ​ຂອງ Carrie Underwood ຕາມ​ທີ່​ຂໍ
ມາ​ນັ້ນ ກໍ​ເພາະ​ຢາກ​ຈະ​ໃຫ້​ນ້ອງ​ໄດ້​ຟັງ​ເພງ​ທັງສອງ​ແບບ ສອງ​ສະ​ຕາຍ​ລ໌​ເລີຍ
ສ່ວນ​ປະຕິທິນ​ທີ່​ຂໍ​ມາ​ນັ້ນ ຈະ​ຈັດ​ສົ່ງ​ໃຫ້ ຕາມ​ທີ່ຢູ່​ທີ່​ຂຽນ​ມາ ​ແລະ​ຫວັງ​ວ່າ​ນ້ອງ​ຄໍ​າວັນ
ຄົງ​ຈະ​ສືບ​ຕໍ່ ຮັບ​ຟັງ​ລາຍການ​ວິທະຍຸ VOA ຢ່າງ​ຕໍ່​ເນື່ອງ ​ເຊີນ​ຮັບ​ຟັງ​ເພງ “I Told
You So” ພ້ອມໆ​ກັນ​ເ​ລີ​ຍ.

ເພງ “I Told You So”

“When You Kiss Me” - Shania Twain
“When You Kiss Me” - Shania Twain

ວັນນະ​ສອນ​ທັງ​ດີ​ໃຈ​ແລະ​ຕ້ອງ​ຂໍ​ຂອບ​ໃຈທຸກໆ​ຈມ, ທຸກໆ email ທີ່​ຂຽນ​ເຂົ້າ​ມາ​ຫາ​ທາງ​ລາຍການ VOA ຢ່າງ​ມາກ​ມາຍ​ກາຍ​ກອງ ​ທີ່ວ່າ ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ພວກ​ເຮົາ​ແລະ​ວ່າ VOA ​ເປັນ​ສື່​ທີ່​ໃຫ້​ຂໍ້​ມູນ​ຊັດ​ເຈນ ມີ​ທັງ​ສາຣະ ​ແລະໃຫ້​ຄວາມ​ບັນ​ເທີງ ວັນນະ​ສອນ​ພ້ອມ​ດ້ວຍ​ຄະນະ​ຕ້ອງ​ຂໍ​ຂອບ​ໃຈ​ໃນ​ຄວາມ​ເປັນ​ແຟນລາຍການ​ຂະ​ນານ​ແທ້ ພ້ອມ​ນີ້​ຈະ​ສົ່ງ​ປະຕິທິນ​ໄປ​ໃຫ້ ຕາມ​ທີ່ຢູ່​ທີ່ຂຽນ​ເຂົ້າ​ມາ ຂໍ​ມອບ​ເພງ “Put Your Head On My Shoulder” ຂອງ Michael Bouble ​ແທນ​ຄໍາ​ຂອບ​ໃຈ​ແລະ​ສົ່ງ​ຄວາມສຸກ​ໃຫ້​ແດ່​ທຸກໆ ທ່ານ​ທີ່​ຕິດ​ຕໍ່​ເຂົ້າ​ມາ.

ເພງ “When You Kiss Me” ຂອງ Shania Twain ເປັນ​ເພງຫວານ​ທີ່ມີ
ຄວາມໝາຍສຸດຍອດ ເປັນເພງຂອງນັກ​ຮ້ອງ​ສາວລູກ​ທົ່ງ ກາ​ນາ​ດາ ທີ່​ຮ້ອງ​ເພງ​ນີ
ໄດ້​ຫວານ​ຈັບ​ໃຈ ຊຶ່ງ​ວັນນະ​ສອນ​ຂໍຈັດ​ມອບ​ໃຫ້ພິ​ເສດ​ແດ່​ແຟນ​ເພງ ​ໂດຍ​ສະ​ເພາະ
ຜູ້ທີ່​ກໍາລັງ​ທີ່​ຈະ​ຕັດສິນ​ໃຈຕົກລົງປົງໃຈ​ເລືອກເອົາໃຜຜູ້ນຶ່ງເຂົ້າມາໃນຊີວິດ ແລະແນ່ນອນ
ພໍ​ໄດ້ຟັງເພງ​ນີ້​ແລ້ວ ​ທ່ານ​ຜູ້​ຟັງຈະ​ໄດ້​ຕັດສິນ​ໃຈດ້ວຍຕົວ​ເອງຢ່າງຖືກຕ້ອງວ່າ ນອກຈາກ
ຄວາມຮັກ, ຄວາມອົບອຸ່ນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫ່ວງຫາອາທອນທີ່ມອບໃຫ້
ກັນແລ້ວ ແລະວ່າເຂົາ​ຄື​ຄົນ​ນັ້ນ​ຄືຄົນທີ່ທ່ານໄດ້ເຝົ້າລໍມາຕະຫລອດຊີວິດ ແລະພ້ອມທີ່
ຈະເລືອກ​ເຂົ້າໄປ​ໃນ​ຊີວິດ​ຂອງ​ທ່ານ ຫຼື​ບໍ່ ທີ່ຈະຢູ່ນໍາກັນຈົນແກ່ເຖົ້າ …ຂໍເປັນແຮງໃຈອີກ
ຕື່ມຄົນນຶ່ງ ເພື່ອຊ່ອຍໃນການຕັດສິນໃຈ ນອນຫຼັບຝັນດີ ແລະພົບກັນໃໝ່
ໃນສັບປະດາໜ້າ.

ເພງ “When You Kiss Me”

ກ່ຽວຂ້ອງກັນ

XS
SM
MD
LG