ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສີ​ສຸວັນ ຍອດສະງ່າ ຈະພາທ່ານຊົມ ເມືອງມໍລະດົກໂລກ ໃນເພງ ຄິດ​ຮອດ​ຫຼວງ​ພະ​ບາງ


ສີ​ສຸວັນ ຍອດ​ສະງ່າ
ສີ​ສຸວັນ ຍອດ​ສະງ່າ

ສະບາ​ຍດີ ພົບ​ກັນ​ອີກ​ເຊັ່ນ​ເຄີຍ​ໃນ​ວັນພັກ​ທ້າຍ​ສັບປະດາ ​
ແລະ​ມາ​ຟັງ​ເພງ​ມ່ວນໆ​ກັບ​ວັນນະ​ສອນ ​ໃນ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ ຂອງ VOA.

ວັນນະ​ສອນ​ ຂໍ​ສັນລະ​ເສີນ​ແຟນລາຍ​ການທີ່​ຄອຍ​ໝັ່ນ​ຂຽນ
​ເຂົ້າ​ມາ​ຫາ​ທາງ​ເຮົາ ຜ່ານ​ທາງ FB ຢ່າງ​ວ່ອງ​ໄວ ຂໍ້ຄວາມທີ່​
ທ່ານ Kent Kounlavong ຂຽນ​ຝາກແນະນຳ​ມາວ່າ ສຽງ​ດົນຕີກ່ອນ​ຂຶ້ນ​ລາຍການ​ນັ້ນ ມັກ​ຈະ​ແຮງ​ຜິດ​ປົກກະຕິກ່ອນ​ສຽງ​ເວົ້າ​ ເພ​າະສະ​ນັ້ນ ວັນນະ​ສອນ​ກໍ​ຕ້ອງ​ຂໍ​ຂອບ​ໃຈທີ່​ຄອຍ​ເປັນ​ກຳລັງ
​ແລະຕິ​ຊົມ​ເຂົ້າ​ມາ ທາງ​ເຮົາ​ກໍ​ຈະ​ພະຍາຍາມ​ປັບປຸງ​ໃຫ້​ດີ​ຂຶ້ນ ຈຶ່ງ​ຂໍ​ຈັດ​ມອບ​ເພງ​ຫວານໆ​ຂອງ​ສິນລະປິນ​ໜຸ່ມ ສີ​ສຸວັນ ຍອດ​ສະງ່າ ​ແທນ​ຄຳ​ຂອບ​ໃຈ ​ໃນ​ບົດ​ເພງ ຄິດ​ຮອດ​ຫຼວງ​ພະ​ບາງ.


ຫວັງ​ວ່າ​ເພ​ງ ຄິດ​ຮອດ​ຫຼວງ​ພະ​ບາງ ທີ່​ຈັດ​ໃຫ້ຟັງ​ນັ້ນ ຄົງ​ຈະ​ບໍ່​ເຮັດ​ທ່ານ Kent ຜິດ​ຫວັງ
​ແລະ​ຄອຍ​ໝັ່ນ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ. ຜູ້​ຟັງ​ຈາກ​ສະຫວັນ​ເຂດ ທີ່​ໃຊ້​ນາມ​ແຝງ “​ເຫັນ
ຕຸ້ຍ​ໆ ງຽບໆ…”
ຂຽນ​ບອກ​ມາ​ວ່າ ຈະ​ຟັງ VOA ສະ​ເໝີ ຖ້າ​ມື້​ໃດ​ຮັບ​ຄື້ນ​ໄດ້ ​ເອື້ອຍ​ວັນນະ
ສອນ​ວ່າ ງ່າຍ​ທີ່​ສຸດເລີຍ ຖ້າ​ຮັບ​ຄືນ​ກາງ AM ຄື 1575 Khz ຂອງ VOA ບໍ່​ໄດ້ ກໍ​ຂໍ​ໃຫ້ຟັງ
ຕາມ​ສະຖານ​ນີ Music Plus ທີ່​ມຸກດາ​ຫານ ກັບສະຖານ​ນີ ຄື້ນມະຫາຊົນ​ຄົນ​ລູກ​ທຸ່ງ FM
101.75 ທີ່​ມຸກດາ​ຫານ​ເຊັ່ນ​ກັນ ​ແລະ​ຄັ້ງ​ຕໍ່​ໄປ​ໃຫ້​ນ້ອງ​ບອກ​ມາ​ວ່າ ຟັງ​ໄດ້​ຊັດ​ເຈນ​ບໍ່? ຂໍ
ມອບ​ເພງ​ນີ້​ໃຫ້​ຟັງ ​ເປັນ​ສຽງ​ຫວານໆ​ຂອງ​ສິນລະປິນ​ສາວ ຄຳ​ຫຼ້າ ສະ​ບຸດ​ດີ​ ​ເອົາ​…ຂໍ​ເຊີນ
ອອກ​ມາ​ລຳວົງຮ່ວມ​ກັນ​ ໃນບົດ​ເພງ​ ລຳວົງພາ​ເພີນ.

ເພງ: "ລຳວົງພາ​ເພີນ" ໂດຍ ຄຳ​ຫຼ້າ ສະ​ບຸດ​ດີ

ຂໍ​ອຳ​ລາ​ທ່ານຜູ້​ຟັງ​ດ້ວຍ​ເພງ​ຫວານ​ໆຂອງ​ສິນລະປິນ​ໜຸ່ມ​ນ້ອງ​ໃໝ່ ສາທອນ ​ໃນ​ວົງ​ການ​ເພງ​ລາວທີ່​ໄດ້​ນຳ​ເອົາ​ເພງອຳ​ມະຕະຍອດ​ນິຍົມ​ຂອງ​ອາຈານ ວໍຣະ​ເດດ ດິດທະ​ວົງ ມາ​ຂັບ​ຮ້ອງ​
ໃສ່​ອາຣົມ​ເສົ້າໆ​ແລະ​ລູກ​ຄໍ ​ແນວ​ເພງ​ລູກ​ທົ່ງ​ບ້ານ​ນາ ມ່ວນ​ໄປ​ອີກ​ແບບ ​ໃນ​ບົດ​ເພງ“ຂາດ​ຮັກ” ກໍ​ຂໍ​ເປັນກຳລັງ​ໃຈ ​ໃຫ້​ສືບ​ສານ​ຕຳນານ​ເພງ​ລາວ​ໃຫ້​ຍືນ​ນາວ​ນານ ​ໃຫ້​ລູກ​ຫຼານ​ລາວ​ໃນ​ທົ່ວ​ໂລກ​ໄດ້​ຮັບ​ຟັງ​ກັນຕາບ​ນານ​ເທົ່າ​ນານ ພົບກັນໃໝ່ໃນສັບປະດາໜ້າ ແລະຂໍໃຫ້ທຸກໆ
ທ່ານນອນ​ຫຼັບ​ຝັນ​ດີ.

XS
SM
MD
LG