ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເປັດ ປະກາຍ​ເພັດ - ​ເສຍ​ໃຈ​ອີ່​ຫຼີ່


ເປັດ ປະກາຍ​ເພັດ
ເປັດ ປະກາຍ​ເພັດ

ສະບາຍດີ​ທ່ານ​ຜູ້​ຟັງ ຄໍ່າ​ຄືນ​ນີ້ ວັນນະ​ສອນ​ຕັ້ງ​ໃຈ​ມາ​ຈັດເພງ​ຊຸດ​ໃໝ່ ຂອງ​ສິນລະປິນ
​ໜ້າ​ໃໝ່ ​ເປັດ ປະກາຍ​ເພັດ ໃນວົງການ​ເພງ​ລາວ ​ໃນ​ສປປ ລາວ ທີ່​ວີໂອ​ເອໄດ້​ຮັບ​ການ
​ເອື້ອ​ເຟື້ອຈາກ ເບ ອິນ​ສີ​ຊຽງ​ໃໝ່ ຊຶ່ງ​ເປັນ​ຜູ້ນຶ່ງ​ທີ່​ສົ່ງ​ເສີ​ມສິນ​ລະ​ປິນລາວໃນຝຣັ່ງ ​
ແລະ​ໄດ້​ສົ່ງ​ເພງ​ຊຸດ​ໃໝ່​ນີ້ ຂອງ​ເປັດ ​ມາ​ໃຫ້. ​ເຮົາ​ຈຶ່ງ​ຂໍ​ເລີ່​ມດ້ວຍ​ເພງ​ຮັກ ຫວານ​ຊຶ້ງ​
ສ່ວນວ່າ​ຈະ​ຫວານ​ຊຶ້ງຂະໜາດ​ໃດ​ນັ້ນ ກໍ​ຂໍ​ເຊີນ​ທຸກໆທ່ານ​ໄປ​ຟັງນ້ຳ​ສຽງ​ຂອງເປັດ
ປະກາຍ​ເພັດ
​ພ້ອມໆ​ກັນ​ເນາະ ​ໃນ​ບົດ​ເພງ ​ເສຍ​ໃຈ​ອີ​່ຫຼີ່.

ສ່ວນສຽງ​ເພງ​ອັນ​ດັບ​ຕໍ່​ໄປ ​ເປັນ​ຂອງ​ສິນລະປິນສາວລາວ​ຈາກ​ຝຣັ່ງ ບຸນ​ວຽງ ທີ່​ຫຼາຍໆ​
ທ່ານ​ຄົງ​ຈະ​ພໍ​ຄຸ້ນ​ຫູ ກັບ​ຜົນງານ​ເພງດັງ​ຂອງ​ຜູ້ກ່ຽວ​ໃນ​ອະດີດ ດັ່ງ​ເພງ ຮັກ​ເຄິ່ງ​ທາງ
ຄັ້ງ​ນີ້ ບຸນ​ວຽງ ຈະ​ມາ​ກ່ອມ​ທ່ານ​ດ້ວຍ​ຜົນງານ​ເພງ​ຊຸດ​ໃໝ່ ທີ່​ຮວບ​ຮວມ​ເອົາ​ຜົນງານ​ເພງ​
ຂອງ​ສິນລະປິນ​ລາວ​ໃນ​ຕ່າງ​ແດນ ຈາກ​ຝຣັ່ງ ກາ​ນາ​ດາ ມາ​ຮວມ​ເຂົ້າໃນ​ຊຸດ​ດຽວ.
ຂໍ​ເຊີນ​ໄປ​ຟັງ​ເພງ ຄິດ​ເຖິງ​ ຂອງ​ບຸນ​ວຽງ​ໄດ້​ເລີຍ ​ແລະ​ຕ້ອງ​ຂໍ​ຂອບ​ໃຈ​ມາ​ຍັງ​ບັນດາ​ສິນ
ລະປິນ​ລາວ ​ໃນ​ຕ່າງ​ແດນ​ທັງຫຼາຍ ​ທີ່​ຍັງ​ຂະ​ຫຍັ່ນ​ໝັ່ນ​ພຽນ​ສືບ​ຕໍ່​ສ້າງ​ຜົນງານ​ເພງ​ດີໆ ​
ໄວ້​ໃຫ້​ລູກ​ຫຼານ​ລາວ ​ໃນ​ອະນາຄົດ​ໄດ້​ຮັບ​ຟັງ​ກັນ ​ແລະໂອກາດ​ໜ້າ​ວັນນະ​ສອນ
ຈະ​ນຳ​ສະ​ເໜີ​ຜົນງານ​ເພງ​ຂອງ​ສິນລະປິນ​ທ່ານ​ອື່ນໆ ​ມາໃຫ້​ທ່ານຟັງ.

ວັນນະ​ສອນ​ພ້ອມດ້ວຍລາຍການສຽງເພງຈາກແດນໄກຂອງ VOA ຂໍອໍາລາທ່ານ
ໄປກ່ອນແລະຂໍຝາກເພງ ນ້ຳ​ຕາ​ຄົນ​ແພ້ ຂອງ​ສິນລະປິນ​ໜ້າ​ໃໝ່ ​ເປັດ ປະກາຍ​ເພັດ
ມາກ່ອມ​ທ່ານ​ກ່ອນເຂົ້າ​ນອນ ​ແລະ​ກໍ​ຫວັງ​ວ່າ ທ່ານ​ຜູ້​ຟັງ​ຄົງ​ຈະ​ກັບ​ມາ​ຟັງ​ເພງ​ລາວ
​ມ່ວນໆ ນຳ​ກັນ​ອີກ​ ໃນ​ສັບປະດາ​ໜ້າ ຂໍ​ໃຫ້​ທຸກໆ​ທ່ານນອນລັບ​ຝັນດີ.

XS
SM
MD
LG