ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸດອນ ວົງສີ ນຳຜົນງານເພງດັງໃນອະດີດ ເພງຢ່າຫ່ວງ ຂຶ້ນມາຂັບຮ້ອງໃໝ່


ອຸດອນ ວົງສີ
ອຸດອນ ວົງສີ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກແດນໄກ ຄຳຄືນນີ້ ວັນນະ
ສອນຕັ້ງໃຈທີ່ຈະມາເປີດເພງ​ໃຫ້​ຕາມຄຳ​ຂອງ ຂອງທ່າ​ນ​ແສງອຳ​ພາ​ວັນນະ​ສຸກ ​ແຟນຄລັບ​ໃນ FB ​ຊຶ່ງ​ທ່ານ​ແສງ​ກໍ​ເປັນ​ຜູ້​ນຶ່ງ​ທີ່​ຄອຍ​ເຮັດ​ຂອບຮູບຕ່າງໆ​ໃຫ້​ບັນດາ​ສາວ​ງາມ​ທັງຫຼາຍ ​ແລະ​ທ່ານ​ແສງ​ຍັງ​ເຮັດ​ກອບ​ຮູບ​ງາມ​ຫຼາຍໆ​ອັນ​ມາ​ໃຫ້ ວັນນະ​ສອນ ຂໍ​ຖື​ໂອກາດ​ນີ້​ຈັດ​ເພງ​ລາວ​ມ່ວນໆ​ແທນ​ຄຳ​ຂອງ​ໃຈ ຊຶ່ງ​ທ່ານ​ແສງ​ຍັງ​ບອກ​ມາ​ອີກ​ວ່າ ຈະ​ເປັນ​ເພງ​ຫັຍງກໍ​ໄດ້ ຝາກ​ເປັນ​ພິ​ເສດ​ໃຫ້​ແກ່​ບັນດາ​ສາວໆ​ລາວ​ທັງຫຼາຍ​ທີ່​ຄອຍ​ຕິດຕາມ​ຮັບ​ຟັງ VOA ​ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ​ຫວານໃນອະດີດ​ກັນ ທີ່ຂັບຮ້ອງ​ໂດຍ ​ອຸດອນ ວົງ​ສີ ​ໃນ​ບົດ​ເພງທີ່​ໄດ້​ນຳ​ເພງດັງ​ໃນ​ອະດີດ ຂຶ້ນ​ມາ​ຈັດ​ທຳ​ໃໝ່ ຫວັງ​ວ່າ ພວກ​ສາວໆ​ຄົງ​ຈະ​ມັກ​ເພງ​ນີ້.​ຂໍເຊີນໄປຟັງພ້ອມໆກັນເລີຍໃນບົດເພງ ຢ່າຫ່ວງ.

ສ່ວນທ່ານ​ສົມບັດ ນຸຊນິຍົມ ​ຜູ້​ຟັງ​ຈາກ​ຈັງຫວັດ​ຊຽງ​ໃໝ່ ປະ​ເທດ​ໄທ​ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ວິທະຍຸ VOA ຢ່າງ​ສະໝ່ຳສະ​ເໝີ ພ້ອມ​ທັງ​ເປັນ​ຫວ່ງຕາມ​ທຸກ​ສຸກດິບມາ ວັນນະ​ສອນ ຂໍ​ຂອບ​ໃຈ​ນຳ​ຄວາມ​ມີ​ນ້ຳ​ໃຈ​ທີ່​ອົດສາ​ບອກ​ມາ​ໃຫ້​ວັນນະ​ສອນ​ ຮັກສາ​ຕົວ​ແລະ​ດື່ມ​ນ້ຳ​ອຸ່ນ ​ເພາະ​ສຽງ​ຍັງ​ແຫບ​ແລະ​ຍັງບໍ່​ຫາຍຂາດ​ເທື່ອ ​ພ້ອມ​ນີ້​ຍັງ​ຂໍ​ຟັງ​ເພງຂອງ ກ. ວິ​ເສດ ວັນນະ​ສອນ​ວ່າ​ຜົນງານ​ເພງ​ດັງໆ​ຂອງກໍ ວິ​ເສດ ​ແມ່ນມີ​ຫຼາກ​ຫຼາຍ ​ແຕ່​ທີ່​ແນ່ນອນ​ທີ່​ສຸດ ​ແມ່ນ​ເພງ ໄທ​ດຳ​ລຳ​ພັນ ທີ່​ຍັງ​ຝັງ​ໃຈ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ທຸກໆ​ທ່ານ... ຂໍ​ຈັດ​ເພງ ໄທ​ດຳ​ລຳ​ພັນໃຫ້​ທ່ານ​ສົມບັດ ນຸຊນິຍົມ ​ແລະ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ທຸກໆ​ທ່ານ​ເລີຍ. ເຊີນຊົມບັນຍາກາດ ສຽງສົດໆຂອງສິນລະປິນ ອະມະຕະຂອງລາວ​ ກ. ວິເສດ


ສ່ວນເພງສຸດທ້າຍນີ້ວັນນະສອນຂໍຈັດເພງອຳມະ​ຕະຂອງ​ລາວ ທີ່​ທຸກໆຄົນລາວ ຊື່ນ​ຊົມ​ຜົນງານແລະ​ຮູ້​ຈັກ​ກັນ​ເປັນ​ຢ່າງ​ດີ ກໍ​ຄົງ​ໜີ​ບໍ່​ພົ້ນ​ຜົນງານ​ເພງ​ຂອງ​ວໍລະ​ເດດ ດິດທະ​ວົງ ຂໍ​ຈັດ​ໃຫ້​ທ່ານ ​ແສງ​ສະຫວັດ ຣາຊາ​ສັກ ​ຜູ້​ຟັງຈາກ​ສປປ ລາວ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ແລະ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ຢູ່​ສະ​ເໝີ ​ແລະ​ເພງ​ນີ້ ຄົງ​ຈະ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ຄິດ​ເຖິງ​ອະດີດຂໍ​ເຊີນ ​ໄປ​ຟັງ​ເພງ ກັບມາຮັກກັນໃໝ່​ເຖີດ​ທີ່​ຮັກ. ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG