ການຮັບຟັງຄຳໃຫ້ການເທື່ອທຳອິດ ກ່ຽວກັບຄະດີການທໍລະຍົດ
ຕໍ່ຊາດ ຂອງອະດີດຜູ້ນໍາປາກິສຖານ ທ່ານ Pervez Musharraf
ໄດ້ມີການຊັກຊ້າ ເພາະວ່າມີຄວາມຢ້ານກົວ ໃນການຂົ່ມຂູ່ທີ່ຈະ
ວາງລະເບີດ.
ບັນດາເຈົ້າໜ້າທີ່ໃນກຸງອິດສລາມາບັດກ່າວໃນວັນອັງຄານມື້ນີ້
ວ່າ ການ ດໍາເນີນຄະດີໄດ້ຊັກຊ້າ ຫລັງຈາກລະເບີດໄດ້ຖືກຄົ້ນ
ພົບ ຢູ່ໃກ້ຖະໜົນ ສາຍທີ່ທ່ານ Musharraf ຈະເດີນທາງໄປຫາ
ສານ.
ຕໍາຫລວດກ່າວວ່າ ເຂົາເຈົ້າໄດ້ພົບເຫັນ ວັດຖຸລະເບີດ ຫ້າກິໂລກຣາມ ແລະເຄື່ອງບີບຄະນວນລະເບີດ ພ້ອມດ້ວຍປືນສັ້ນສອງກະບອກ ຢູ່ໃກ້ກັບບ້ານພັກຂອງ ທ່ານ Musharraf ໃນກຸງອິສລາມາບັດ.
ຜູ້ພິພາກສາ ໄດ້ເລື່ອນເວລາໄປໃສ່ວັນທີນຶ່ງເດືອນມັງກອນ ເປັນມື້ນັດ ໝາຍຄັ້ງຕໍ່ໄປ ໃຫ້ທ່ານ Musharraf ໄປປະກົດຕົວຢູ່ສານ.
ຄະດີທໍລະຍົດຕໍ່ຊາດຫຼືຂາຍຊາຍ ແມ່ນພົວພັນກັບການຕັດສິນໃຈຂອງ ທ່ານ Musharraf ໃນປີ 2007 ທີ່ໄດ້ໂຈະການໃຊ້ລັດຖະທໍາມະນູນ ແລະປະ ກາດໃຊ້ພາວະສຸກເສີນ. ຖ້າຫາກວ່າຖືກພົບເຫັນວ່າມີຄວາມຜິດ ທ່ານອາດປະເຊີນໜ້າກັບການລົງໂທດປະຫານຊີວິດ ຫລືຕິດຄຸກຕະຫລອດຊີວິດ.
ທ່ານ Musharraf ຍັງປະເຊີນໜ້າກັບຄະດີຄວາມຜິດອີກຫລາຍຢ່າງ ນັບຕັ້ງແຕ່ປີ 1999 ຫາ 2008 ພາຍໃຕ້ການປົກຄອງຂອງທ່ານ ຮວມທັງຄະດີນຶ່ງ ທີ່ພົວພັນກັບການລອບສັງຫານ ອະດີດນາຍົກລັດຖະມຸນຕີ ທ່ານ Benazir Bhutto ໃນປີ 2007. ທ່ານໄດ້ຖືກອະນຸຍາດ ໃຫ້ປະ ກັນໂຕກ່ຽວກັບຄະດີທັງໝົດຂອງທ່ານ ນັບແຕ່ທ່ານໄດ້ກັບຄືນໄປປາກິສ ຖານ ໃນຕົ້ນປີນີ້.
ທ່ານ Musharraf ຈະເປັນຜູ້ປົກຄອງທະຫານຄົນທໍາອິດ ທີ່ໄດ້ຖືກດໍາເນີນຄະດີຂາຍຊາດ ຢູ່ໃນປາກິສຖານ ທີ່ເຄີຍມີການກໍ່ລັດຖະປະຫານ ໂດຍພວກທະຫານມາແລ້ວ ສາມຄັ້ງ ໃນປະຫວັດສາດ 66 ປີຂອງປະ ເທດດັ່ງກ່າວ.