ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Musharraf ຖືກຄວບຄຸມໂຕໄວ້ (ວີດິໂອ)


ອະດີດປະທານາທິບໍດີ Perez Musharraf ຖຶກສານສັ່ງກັກຂັງໂຕໄວ້ ເພື່ອລໍຖ້າການດໍາເນີນຄະດີ
ອະດີດປະທານາທິບໍດີ Perez Musharraf ຖຶກສານສັ່ງກັກຂັງໂຕໄວ້ ເພື່ອລໍຖ້າການດໍາເນີນຄະດີ
ອະດີດ​ປະທານາທິບໍດີ ປາ​ກິ​ສຖານ ທ່ານ Pervez
Musharraf ​ໄດ້​ຖືກ​ນໍາໄປ​ປະກົດ​ໂຕຢູ່​ຕໍ່ໜ້າ​ ສານຕ້ານ​ການ​
ກໍ່​ການ​ຮ້າຍ ​ໃນ​ຄະດີ​ທີ່ ພົວພັນ​ກັບ​ຂໍ້​ຫາທີ່ວ່າ ​ທ່ານ​ໄດ້​ສັ່ງ​ກັກ
​ຂັງ ​ບັນດາຜູ້​ພິພາກສາສານ ຢ່າງ ຜິດ​ກົດໝາຍ ໃນ​ປີ 2007.

ທ່ານ Musharraf ໄດ້​ປະກົດໂຕ​ຢູ່​ໃນ​ສານ ​ໃນ​ວັນ​ເສົາມື້​ນີ້
​ແລະ​ໄດ້​ຖືກໃຫ້​ຢູ່ໃຕ້​ການ​ຄວບ​ຄຸມ​ໂຕ​ຂອງ​ຕໍາຫລວດ ຈົນ
​ກວ່າ​ການ​ນັດ​ໝາຍໄປປະກົດ​ໂຕ​ຂອງ​ທ່ານ​ເທື່ອ​ໜ້າ ​ໃນ​
ວັນ​ທີ 4 ​ເດືອນ​ພືດ​ສະພາ. ​ພິຍານ 14 ຄົນ​ໄດ້ຖືກ​ຮວມ​ເອົາ
ເຂົ້າ ໃນ​ຂໍ້​ຫາ​ຕໍ່ທ່ານ Musharraf ນັ້ນ.

ຫລັງ​ຈາກ​ໄດ້​ຖືກ​ຈັບ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Musharraf ​ໄດ້​ນອນ ຢູ່​ໃນ​ຫ້ອງ​ອາຫານ
ຂອງ​ນາຍ​ຕໍາຫລວດ ທີ່​ກອງ​ບັນຊາ​ການຕໍາຫລວດ​ ໃນນະຄອນຫລວງອິສລາມາ​ບັສ.

ອະດີດ​ຜູ້​ນໍາ​ທະຫານ ​ໄວ 69 ປີ ​ໄດ້​ຂຽນ​ຄວາມ​ເຫັນ​ລົງ​ໃນ​ໜ້າ facebook ຂອງ​ທ່ານ ​ໃນ​ວັນ​ສຸກ​ວານ​ນີ້ ​ເວົ້າ​ວ່າ ການ​ກ່າວ​ຫາຕໍ່ທ່ານ​ນັ້ນ ມີສາ​ເຫດ​ທາງ “​ການ​ເມຶ​ອງ” ​ແລະ​ປະຕິ ຍານ​ວ່າ ທ່ານ​ຈະ​ຕໍ່ສູ້ການ​ກ່າວ​ຫາ​ທີ່​ວ່າ​ນັ້ນ. ທະນາຍຄວາມ​ຄົນ​ນຶ່ງຂອງທ່ານ Musharraf ກ່າວຕໍ່ວີໂອ​ເອ ​ວ່າ ທ່ານ Musharraf ຈະອຸທອນ​ຄະດີ​ຂອງ​ທ່ານ ​ໄປ​ຈົນ​ຮອດ​ສານ​ສູງ​ສຸດ.

ທ່ານ Musharraf ​ແມ່ນ​ອະດີດ​ຜູ້​ບັນຊາ​ການ​ກອງທັບ​ປາ​ກິ​ສຖານ ຄົນ​ທໍາ​ອິດ ທີ່​ຖືກ
ຈັບ​ກຸມ​ ​ໃນ​ປະຫວັດສາດ​ຂອງ​ປາ​ກິ​ສຖານ.

Pakistan Musharraff
please wait
Embed

No media source currently available

0:00 0:00:20 0:00

XS
SM
MD
LG