ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“ຄວາມຮູ້ສຶກບອກ” ຈາກ ສະບາຍດີຫຼວງພະບາງ 2


“ຄວາມຮູ້ສຶກບອກ” ຈາກ ສະບາຍດີຫຼວງພະບາງ 2
“ຄວາມຮູ້ສຶກບອກ” ຈາກ ສະບາຍດີຫຼວງພະບາງ 2

ສະບາຍດີ​ທຸກໆທ່ານ ​ແລະ​
ຫັວງວ່າ​ທ່ານ​ຜູ້ຟັງຄົງ​ຈະ​ຢູ່ດີ
ມີ​ສຸກ ​ແລະ​ຕຽມ​ພ້ອມ​ຕ້ອນຮັບ​
ໜ້າ​ໜາວ​ປີ​ນີ້. ທາ​ງນະຄອນ
ຫຼວງ ວໍ​ຊີງ​ຕັນ​ ດີ​ຊີ ກໍ​ໜາວ​
ຈັບໃຈພໍ​ສົມ​ຄວນ​ແຕ່ກໍ​ທົນ​ໄຫວ
ເພາະ​ທຸກໆ​ວັນ​ອາທິດ​ ວັນນະ
ສອນໄດ້​ມາ​ຈັດ​ເພງເພື່ອ​ສົ່ງ
ຄວາມສຸກພ້ອມ​ທັງ​ມອບ​ຄວາມ​
ອົບ​ອຸ່ນ ​ແດ່​ແຟນລາຍການ ​
ແລະ​ຫວັງ​ຢ່າງ​ຍິ່ງວ່າ ຫຼັງ​ຈາກ
ທີ່​ຟັງ​ເພງໃນ​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງVOA ແລ້ວ ຄົງ​ຈະ​ອົບ​ອຸ່ນ​ໃຈຫາຍ​ໜາວ​ຂຶ້ນ​ມາທັນທີ. ຂໍ​ນໍາ​ສະ​ເໜີ​
ຜົນງານ​ເພງ​ເດັ່ນ​ຂອງ​ນ້ອງ​ສັກ ວົງ ​ແຊວສ ນັກ​ຮ້ອງວົງ Rock ​ໃນ​ສປປລາວ​ທີ່​ຫຼາຍໆ​
ທ່ານ​ຄຸ້ນ​ເຄີຍ ມີ​ຜົນງານ​ເພງ​ເດັ່ນໆ​ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້ຟັງ​ກັນ​ສະ​ເໝີ ​ແລະ​ເພງ
“ຄວາມຮູ້ສຶກບອກ” ນີ້ ຊຶ່ງເພງຕົ້ນສະບັບແລ້ວເປັນຂອງນ້ອງອະລຸນາ ຖາວອນສຸກ
ທີ່ຮ້ອງໄດ້ຫວານຈັບໃຈທັງສໍານຽງແລະພາສາ ທັງລາວແລະອັງກິດ. ແລະຄັ້ງນີ້ ນ້ອງສັກ
ກໍນໍາອອກມາຖ່າຍທອດທໍານອງແຫບໆ rocky rocky ຕາມແບບສະບັບ ວົງແຊວສ
ທີ່ນໍາມາຂັບຮ້ອງ​ໃໝ່ເພື່ອ​ເປັນ​ເພງປະກອບຮູບເງົາ “ສະບາຍດີຫຼວງພະບາງ
ພາກ 2”
ຫຼືວ່າ ບໍ່ມີຄໍາຕອບຈາກປາກເຊ ແລະລອງໄປຟັງເບິ່ງວ່າ ທ່ານຜູ້ຟັງ
ຈະມັກແບບໃດ ທັງຂອງນ້ອງອະລຸນາແລະຂອງນ້ອງສັກ.

ເພງ “ຄວາມຮູ້ສຶກບອກ”

ຟັງເພງ "ຄວາມຮູ້ສຶກບອກ” ຂອງນ້ອງສັກແລ້ວຄົງຈະພາໃຫ້ທ່ານຜູ້ຟັງຢາກໄປຊົມ
ຮູບເງົາ ສະບາຍດີຫຼວງພະບາງ 2 ຂຶ້ນມາແລ້ວ ຊຶ່ງທ່ານສາມາດໄປຊົມໄດ້ໃນເທດ
ສະການດັ່ງກ່າວທີ່ຫຼວງພະບາງ ຊຶ່ງກໍາລັງດໍາເນີນຢູ່ໃນຂະນະນີ້ ຊຶ່ງເລີ່ມມາແຕ່ວັນເສົາທີ
04 ມື້ວານນີ້ເປັນຕົ້ນໄປ ຈົນເຖິງວັນທີ໋ 11 ພຸ້ນ. ທ່ານຈະໄດ້ຊົມຮູບເງົາ 23 ເລື່ອງຈາກ
ບັນດາປະເທດໃນກຸ່ມ ASEAN​. ຈຶ່ງ​ຂໍ​ຈັດ​ເພງ​ “ຫວານ” ຂອງ​ວົງແຊ​ວສ ​ໃຫ້​ຟັງ​ອີກ​
ຕື່ມເພງ​ນຶ່ງ ຊຶ່ງ​ກໍ​ໃຊ້​ເປັນ​ເພງປະກອບ​ຮູບ​ເງົາເລື່ອງ​ດັ່ງກ່າວ​ເຊັ່ນ​ກັນ ຂໍ​ເຊີນ​ຮັບ​ຟັງ​ໄດ້.

ເພງ “ຫວານ”

ຂໍ​ຮຽນໃຫ້ທ່ານຜູ້​ຟັງ​ຊາບ​ການ​ຢ່າງ​ທົ່ວ​ເຖິງ​ວ່າ​ລາຍການ​ວິທະ​ຍຸ VOA ກໍ​ຄື ຫຍໍ້​ມາ​ຈາກ
Voice of America ​ແລະ​ຖ້າ​ແປ​ເປັນ​ພາສາ​ລາວ​ຕາມ​ຕົງ​ກໍ​ແມ່ນ​ວ່າ “ສຽງ​ອະ​ເມຣິກາ”
ຊຶ່ງບໍ່​ແມ່ນ Radio Free Asia ຫຼື RFA ປຕ່ຢ່າງ​ໃດ ດັ່ງທີ່ຫຼາຍໆຄົນເຂົ້າໃຈ.
ພວກເຮົາເປັນຄົນລະສະຖານນີແລະແຕກຕ່າງກັນຢ່າງສິ້ນເຊີງແລະທີ່ສຳຄັນ ວັນນະ
ສອນກໍຈະເປັນພຽງຜູ້ຍິງຄົນດຽວ​ເທົ່າ​ນັ້ນ ທີ່ເວົ້າພາສາລາວສຳນຽງຫຼວງພະບາງ.

ພ້ອມນີ້ຂໍປະກາດຂອບໃຈສໍາຫຼັບທຸກໆ email, ທຸກໆຈມ ທີທ່ານຜູ້ຟັງຂຽນມາຫາທາງເຮົາ
ທີມງານ VOA ແລະກໍຮີບສົ່ງຊື່ພ້ອມດ້ວຍທີ່ຢູ່ຂອງທ່ານມາໃຫ້ພວກເຮົາຕາມທີ່ຢູ່ທີໄດ້
ປະກາດໄປກ່ອນໜ້ານີ້ ແລ້ວພວກເຮົາກໍຈະສົ່ງປະຕິທິນປີ 2011 ໄປໃຫ້ ຕາມທີ່​ທ່ານ​
ຂໍ​ເຂົ້າ​ມາ ​ແລະຂໍປິດທ້າຍລາຍການດ້ວຍເພງນີ້ “ຈົ່ງ​ນອນ​ຝັນ​ດີ” ຂອງໄຊ ອິນ​ດາ​ວັນ.
ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

ປະ​ເທດ​ໄທ:
P.O BOX 101
Rong Muang,
Bangkok, Thailand 10330

ສະຫະຣັດ:
330 Independence Ave.; S. W.
Washington, DC 20237

Email: lao@voanews.com

XS
SM
MD
LG