ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນອກຈາກທີ່ ພູວົງ ເພັດພູທອງ ສາມາດຮ້ອງເພງລູກທົ່ງແລ້ວ ຍັງຂັບລຳລາວ ໄດ້ດີຢ້ຽມ ຂໍເຊີນໄປຟັງລຳພູໄທ ໄດ້ເລີຍ


ພູວົງ ເພັດພູທອງ
ພູວົງ ເພັດພູທອງ

ສະບາຍດີແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ເຫັນບໍ່ລະບຶດດຽວກໍກາງເດືອນສິງຫາແລ້ວ ຫາຍໃຈ ຫາຍຄໍ
ນຳກະບໍ່ທັນ ມື້ນີ້ວັນນະສອນ ໄດ້ຮັບຈົດໝາຍຈາກແຟນລາຍ
ການທີ່ຂຽນສົ່ງໄປທາງຫ້ອງການທີ່ປະເທດໄທ ແລະກວ່າ
ທາງຫ້ອງການເມືອງໄທຈະສົ່ງມາເຖິງ ວໍຊິງຕັນ ດີຊີ ກໍຈະໝົດ
ປີແລ້ວ ຂໍຕອບຈົດໝາຍຂອງນ້ອງອຸດົມ ຈາກເມືອງແບງ
ແຂວງອຸດົມໄຊ ທີ່ຂຽນບອກມາວ່າ ຖ້າຈະສົ່ງຂອງປີນີ້ໄປໃຫ້ ກໍຄົງຊ້າແລ້ວຈຶ່ງຂໍຈັດສົ່ງຂອງ
ປີ 2016 ໄປໃຫ້ຕ້ອງຂໍອະໄພໃນການຊັກຊ້າດັ່ງກ່າວຫວັງວ່ານ້ອງອຸດົມ ຄົງບໍ່ວ່າກັນ ຂໍຈັດ
ເພງ​ມ່ວນໆໃຫ້ຟັງໄປກ່ອນ ກ່ອນທີ່ປະຕິທິນ​ຈະໄປຮອດເອື້ອຍວັນນະສອນຈະເກັບທີ່ຢູ່
ຂອງນ້ອງໄວ້ແລະຈະສົ່ງໄປໃຫ້ທຸກໆປີ ຂໍເຊີນໄປຟັງ ເພງ ຮັກສາວບຶງທະເລ.

ນັ້ນແມ່ນເພງ ສາວບຶງທະເລ ຂອງສິນລະປິນໜຸ່ມ ພູວົງ ເພັດພູທອງ ຊຶ່ງເປັນສິນລະປິນ
ຄຸນນະພາບ ຈາກສປປ ລາວ ເຖິງແມ່ນວ່າພູວົງຈະເປັນນັກຮ້ອງເພງລູກທົ່ງແລ້ວ ພູວົງ ຍັງຂັບລຳລາວໄດ້ມ່ວນຫຼາຍ ບໍ່ເຊື່ອ ກໍລອງໄປຟັງ ນຳກັນເບິ່ງວ່າ ຈະມ່ວນ ດັ່ງຄຳຊົມ
ຫຼືບໍ່ ຂໍເຊີນໄປຟັງລຳພູໄທພ້ອມໆກັນເລີຍ.


ສ່ວນ​ຈົດໝາຍຈາກທ່ານມາ ສີຂຽວ ຈາກບ້ານປ່າບົງ ອຳເພີພານ ຈັງຫວັດຊຽງຮາຍ ກໍໄດ້ຂຽນຈ. ມ. ເຂົ້າມາແລະບອກວ່າ ຮັບຟັງ VOA ພາກພາສາລາວ ເປັນອັນວ່າ VOA ເປັນສຽງສະຖ້ອນຂອງລັດຖະບານສະຫະລັດໃຫ້ທັງໂລກ ຮູ້ທັນເຫດການໃນປະຈຸບັນ ໃນທົ່ວໂລກ ພ້ອມນີ້ ຍັງຂໍປະຕິທິນມາ ແຕ່ເສຍດາຍ ກວ່າຈ. ມ. ສະບັບນີ້ ມາຮອດ
ວໍຊິງຕັນ ດີ ຊີ ກໍໆໝົດປີແລ້ວ ຄົງຈະຕ້ອງຈັດປະຕິທິນປີ 2016 ສົ່ງໃຫ້ ແລະກໍຈະສົ່ງ
ໃຫ້ທຸກໆປີ ເພາະເປັນແຟນລາຍການຂະໜານແທ້ ຈຶ່ງຂໍຈັດເພງຫວານໆຂອງພູວົງ ໃຫ້ທ່ານຜູ້ຟັງໄດ້ເຂົ້ານອນຢ່າງສະບາຍໆ ແລະມີຄວາມສຸກໃນເພງຫວານຊຶ້ງ​ ໃນບົດ
ເພງ ບຸນທາດຂາດຮັກ.

XS
SM
MD
LG