ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ເພງ What About Us ​ຂັບ​ຮ້ອງໂດຍ Pink


ສິນ​ລະ​ປິນ Pink ສະ​ແດງ​ໃນ​ພິ​ທີ​ມອບ​ລາງວັນ Brit Awards
ທີ່ເວ​ທີ​ສະ​ແດງ O2 ໃນ​ລອນດອນ, ອັງ​ກິດ​, 20 ກຸມ​ພາ 2019.
ສິນ​ລະ​ປິນ Pink ສະ​ແດງ​ໃນ​ພິ​ທີ​ມອບ​ລາງວັນ Brit Awards ທີ່ເວ​ທີ​ສະ​ແດງ O2 ໃນ​ລອນດອນ, ອັງ​ກິດ​, 20 ກຸມ​ພາ 2019.

​ໃນຄ່ຳ​ຄືນນີ້ ວັນ​ນະ​ສອນ​ຈະ​ມາກ່ອມທ່ານຜູ້ຟັງດ້ວຍເພງສາກົນມ່ວນໆຫຍັງ​ແດ່ ຂໍ​ເຊີນ​
ທຸກ​ໆ​ທ່ານ​ເຂົ້າໄປພິ​ສູດ​ພ້ອມໆ​ກັນ​ເລີຍ ໃນລາຍການສຽງເພງຈາກແດນໄກຂອງ VOA.

ສະບາ​ຍດີ​ທຸກໆທ່ານ ກັບ​ມາ​ຟັງ​ເພງມ່ວນໆກັບ​ວັນນະ​ສອນ ອີກເຊັ່ນ​ເຄີຍໃນ​ລາຍການ​
ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ແລະ​ສັບ​ປະ​ດາ​ນີ້ ທາງ​ເຮົາຈະ​ພາ​ທ່ານ​ຜູ້​ຟັງ​ໄປ​ຟັງ
​ເພງ​ຂອງສິນ​ລະ​ປິນທີ່​ໄດ້​ສ້າງ​ຊື່​ສຽງ​ແບບ​ວ່າ​ດັງ​ກ້ອງ​ໂລກ...ຊຶ່ງ​ຊ່າງ​ເໝາະ​ກັບ​ຄຳ​ພັງ​ເພີຍ​
ທີ່​ວ່າ Don’t Judge the Book by Its Cover ຢ່າ​ຕັດ​ສິນຄົນ ດ້ວຍ​ພາບ​ລັກ​ຂ້າງນອກ
​ຂອງ​ຜູ້​ຄົນ ເພາະ​ວ່າ​ສິນ​ລະ​ປິນ​ທ່ານ​ນີ້ ແມ່ນ​ເປັນ​ຜູ້​ຍິງ​ໄວ​ກາງ​ຄົນ ຮຸບ​ຮ່າງ​ອວບ ​ສູງ​ໃຫຍ່
ບໍ່​ໜ້າ​ເຊື່ອ​ວ່າຮູບ​ຮ່າງ​ທີ່​ຖື​ວ່າ​ຂີ້​ຮ້າຍ​ນີ້ຈະ​ມີ​ພະ​ລັງ​ສຽງທີ່​ສຸດຍອດ ທີ່​ເຮັດ​ໃຫ້​ຄະ​ນະ​ກຳ​ມະ​ການການ​ປະ​ກວດ​ ເວ​ທີ Britains Got Talent 2009 ພາ​ກັນ​ຕົກ​ຕະລຶງ​ໄປ​ເລີຍ
ເພາະຄະ​ນະ​ກຳ​ມະ​ການ​ຖາ​ມ​ວ່າ ເປັນ​ຫຍັງ​ຈຶ່ງ​ເຂົ້າ​ມາແຂ່ງ​ຂັນ ໃນ​ຕອນ​ອາ​ຍຸ​ປານ​ນີ້
​ແລ້ວ? ພໍ Susan Boyle ໄດ້ພິ​ປາກ​ຮ້ອງ​ເພງ I Dreamed A Dream ທຸກ​ຄົນ​
ໃນ​ຫ້ອງ​ນັ້ນ ກໍ​ພາ​ກັນ​ຕະ​ລຶງ​ກັບ​ນ້ຳ​ສຽງ​ຂອງ​ຜູ້​ກ່ຽວ ແລະ​ພາ​ກັນ​ຢືນ​ຂຶ້ນ​ຕົບ​ມື​ໃຫ້​ກຽດ​
ຜູ້​ກ່ຽວ ໄດ້​ຮັບ 3 ຜ່ານຈາກ​ຄະ​ນະ​ກຳ​ມະ​ການ ແລະເຮັດ​ໃຫ້​ສິນ​ລະ​ປິນ​ທ່ານ​ນີ້ ​ມີ​ຊື່​ສຽງ
ດັງ​ກ້ອງ​ໂລກໄປ​ເລີຍ. ຂໍ​ເຊີນ​ໄປ​ພິ​ສູດພ້ອມໆ​ກັນໃນ​ບົດເພງ I Dreamed A Dream.
ຜົນ​ສະ​ຫຼຸບ ກໍ​ຄື ຄົນ​ເຮົາ​ເລີ້ມ​ຕົນ​ໄດ້​ທຸກ​ເມື່ອແລະ​ຈະ​ບໍ່​ສາຍ​ເກີນ​ໄປ ໃນ​ການ​ເລີ້ມ​ຕົ້ນ​ໃໝ່.

ສ່ວນ​ເພງ What About Us ທີ່​ຂັບ​ຮ້ອງໂດຍ Pink ​ນີ້ ຂ້ອນ​ຂ້າງ​ຈະຄຶກ​ຄັກ ແລະ​ມີ​ການ
​ໂຕ້​ຖຽງ​ກັນ ເພາະ​ຊື່​ຂອງ​ເພງ​ນີ້​ເອງ…ຄື​ຄວາມ​ໝາຍ​ກໍ​ແບບ​ວ່າແລ້ວ​ພວກ​ເຮົາ​ເດ່???
ຊຶ່ງ​ມັນ​ອາດ​ຈະ​ມີ​ຄວາມ​ໝາຍ​ຫຼາກ​ຫຼາຍ​ແລ້ວ​ແຕ່​ວ່າຜູ້​ຟັງ​ຈະ​ນຳ​ໄປຕີ​ຄວາມ ຊຶ່ງ​ອາດ
​ຈະ​ໝາຍ​ເຖິງ ການ​ເມືອງກໍ​ໄປ​ທາງ ​ພວກ​ຜູ້​ຄົນກໍໄປ​ທາງ ຈຶ່ງ​ມີ​ຄຳ​ຖາມ​ທີ່​ວ່າ What
About Us
ຫຼື​ວ່າ ແລ້ວ​ພວກ​ເຮົາ​ເດ່? ລອງ​ໄປ​ຟັງ​ກັນ​ເບິ່ງວ່າ ຈະເນື້ອ​ຮ້ອງ​ທຳ​ນອງ
ຈະ​ໜັກ​ແໜ້ນ​ແບບ​ດັ່ງ​ກ່າວ​ຫຼື​ບໍ່.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ກໍ​ໜ້າ​ຮັກ​ໄປ​ອີກ​ແບບ​ທີ່​ວ່າ ຄົນ​ເຮົາ​ຕ້ອງ​ການ​ຄວາມ​ພິ​ເສດ ແປກ​ໄປ
​ຈາກ​ຄົນ​ອື່ນໆ ທີ່​ເຮົາ​ເອີ້ນ​ວ່າ unique ບໍ່​ຄື​ໃຜ ແລະ​ບໍ່​ມີ​ຜູ້​ໃດ​ຄື...ທີ່​ວ່າ ເດີນ​ທາງ​ໃນ​ເສັ້ນ
ທີ່​ບໍ່ຄ່ອຍ​ມີ​ຄົນ​ເດີນ​ທາງ ດັ່ງ​ຊື່​ຂອງເພງ​ນີ້ Road Less Traveled ທີ່​ຂັບ​ຮ້ອງໂດຍ
Lauren Alaina. ສັບ​ປະ​ດາ​ໜ້າວັນ​ນະ​ສອນ​ຈະ​ມາ​ຈັດ​ເພງ​ລາວ ເພື່ອ​ສະ​ຫຼອງ​ສົງ​ການປີ​ໃໝ່2562 ຮ່ວມ​ກັນ ຫ້າມ​ພາດ​ລະ. ຂໍ​ໃຫ້ນອນຫລັບຝັນຫວານ ແລະພົບກັນໃໝ່ໃນ
ສັບປະດາໜ້າ.

XS
SM
MD
LG