ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮັກສາ​ວໝໍ​ລຳ - ພູ​ວຽງ ​ແລະ​ປຸກ​ກີ້


ພູ​ວຽງ ​ແລະ​ປຸກ​ກີ້
ພູ​ວຽງ ​ແລະ​ປຸກ​ກີ້

ສະບາຍດີ​ແລະ​ກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ໂອ້​ລົມ​ແລະ​ຈັດ​ເພງ​ມ່ວນ​ໃຫ້​ທ່ານ​ຜູ້​ຟັງ​ເຊັ່ນ​ເຄີຍ​ໃນ​ແລງ​ວັນ​ອາທິດ​ແບບ​ສະ​ບາຍໆ​ເປັນ​ກັນ​ເອງ. ຂໍ​ເລີ່​ມດ້ວຍ​ດ້ວຍ​ເພງ​ ຮັກສາ​ວໝໍ​ລຳ” ຂອງ​ຄູ່ ສິນລະປິນໜຸ່ມ​ສາວ​ຈາກ ສປປ ລາວ ຫວັງ​ວ່າ ຫຼາຍໆ​ທ່ານ​ຄົງ​ຈະ​ພໍ​ໃຈ​ໃນ​ນໍ້າ​ສຽງ​ຂອງ​ທັງ​ສອງ​ສິລະ​ປິນ ພູ​ວຽງ ​ແລະ​ປຸກ​ກີ້ ​ໃນ​ບົດ​ເພງ ຮັກສາ​ວໝໍ​ລຳ

ສ່ວນ​ເພງ​ຕໍ່​ໄປ​ນີ້​ເປັນ​ຂອງສິນລະປິນ ​ສາວ​ ປູ ວາດ​ສະໜາ ທີ່​ຈະ​ມາ​ຂັບ​ກ່ອມ​ທ່ານ​ໃນ​ບົດ​ເພງ ​ແບບ​ວ່າ ຕາມ​ຫາ​ຄູ່​ວ່າ​ຊັ້ນ ​ໃນ​ບົດ​ເພງ ສັ່ງ​ຟ້າ​ຫາ​ຄູ່ ຂໍ​ເຊີນ​ໄປ​ຟັງ​ເພງ​ນີ້ ພ້ອມໆ​ກັນ​ເລີຍ.​

​ຂໍ​ສົ່ງ​ທ່ານ​ເຂົ້າ​ນອນ​ດ້ວຍ​ເພງ​ຫວານໆ​ຂອງ ອຸດອນ ວົງ​ສີ ສິນລະປິນລາວຈາກ ອອສ​ເຕ​ຣ ເລຍ ​ໃນ​ບົດ​ເພງ ຝັນ​ດີ​ທີ່​ຮັກ ​ຊຶ່ງ​ ອຸດອນ ວົງ​ສີ ກໍ​ຖື​ວ່າ​ເປັນ​ສິນລປິນຜູ້​ນຶ່ງ ທີ່​ຍັງ​ສືບ​ຖອດ​ແລະ​ເກັບ​ຮັກສາເພງ​ລາວໄວ້​ເປັນ​ຢ່າງ​ດີ ຊຶ່ງ​ໄດ້​ຮວບ​ຮວມເກັບ​ເພງ​ເກົ່າ​ໃນ​ອະດີດມາ​ຮວມກັນ​ໃນ​ຊຸດ​ນີ້ ຖືກ​ໃຈ​ທ່ານ​ຢ່າງ​ແນ່ນອນ ວັນນະ​ສອນ​ເອງ ກໍພະຍາຍາມ ສົ່ງເສີມ​ແລະ​ສະໜັບສະ​ໜູນ​ສິນລະ​ປິນລາວ​ໃນ​ຕ່າງ​ແດນ ​ເພື່ອຄົງ​ໄວ້​ຊຶ່ງ​ສິນລະປະ ວັດທະນະທໍາ ​ແລະ​ວັນນະຄະດີ​ອັນ​ດີງາມ​ຂອງ​ລາວ​ສືບ​ຕໍ່​ໄປ ​ແລະ​ກໍຈະ​ທະຍອຍ​ນໍາ​ສະ​ເໜີ​ເພງ​ໃໝ່ໆຂອງ​ສິນ​ລະ​ປິນລາວໜ້າ​ໃໝ່​ ໃນ​ທົ່ວ​ໂລກ​ໃຫ້​ທ່ານ​ຜູ້​ຟັງໄດ້​ຮັບ​ຟັງ​ກັນ ​ແລະມີ​ຫຍັງ​ຫຼື​ຢາກ​ຟັງ​ເພງ​ໃດ ກໍ ໃຫ້​ທ່ານ​ຜູ້​ຟັງຂອຽນ emai ​ເຂົ້າ​ມາຫາວັນນະ​ສອນ​ ດ້ວຍເພື່ອ​ຈະ​ໄດ້​ຈັດໃຫ້​ຖືກ​ໃຈ​ທີ່ສຸດ ວັນນະ​ສອນ​ຫວັງ​ວ່າ ທ່ານ​ຜູ້​ຟັງ​ຄົງນະ​ເລີ່ມ​ເຄີ້ມ​ແລະ​ລັບ​ສະບາຍ​ດີ ​ໃນ​ບົດ​ເພງ ຝັນ​ດີ​ທີ່​ຮັກ ຂອງ ​ອຸດອນ ວົງ​ສີ ​ຂໍໃຫທຸກໆທານນອນລັບຝັນຫວານ.

XS
SM
MD
LG