ທີ່ໃກ້ຊິດກັບນັກກົດໝາຍມຽນມາ ທີ່ຖືກສັງຫານ ທ່ານ Ko Ni ກ່າວວ່າ ນັກຊ່ຽວຊານ ລັດຖະທຳມະນູນ ແມ່ນກຳລັງເຮັດວຽກກ່ຽວກັບແຜນການ ທີ່ຈະເຮັດໃຫ້ອຳນາດ ທາງການເມືອງຂອງພວກທະຫານ ອ່ອນແອລົງ ໃນຕອນທີ່ທ່ານຖືກຍິງຕາຍຢູ່ສະໜາມ
ບິນ ນະຄອນຢ້າງກຸ້ງ ບໍ່ດົນຫຼັງຈາກທີ່ທ່ານໄດ້ເດີນທາງກັບຄືນສູ່ ມຽນມາ ຈາກກອງ
ປະຊຸມ ໃນອິນໂດເນຍເຊຍ ເມື່ອວັນທີ 29 ມັງກອນຜ່ານມານີ້.
ການເປີດເຜີຍນີ້ ແມ່ນເບິ່ງຄືວ່າ ຈະພາໃຫ້ມີຄວາມສົງໄສຕໍ່ໄປ ຊຶ່ງໄດ້ມີການປະຕິເສດ
ໄປແລ້ວວ່າ ພວກທະຫານແມ່ນບໍ່ມີບົດບາດໃນການສັງຫານທີ່ວ່ານີ້.
ເຖິງແມ່ນວ່າ ໄດ້ມີການໂອນອຳນາດໃຫ້ລັດຖະບານພົນລະເຮືອນແລ້ວ ທີ່ນຳພາໂດຍ
ທ່ານນາງ Aung San Suu Kyi ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະ ຊາທິປະໄຕ ກອງທັບຂອງມຽນມາ ກໍຍັງມີອຳນາດໃນຂອບເຂດທີ່ກວ້າງ ພາຍໃຕ້ລັດຖະທຳມະນູນ
ທີ່ຮ່າງຂຶ້ນໃໝ່ ໃນປີ 2008 ນັ້ນ.
ລັດຖະທຳມະນູນ ຄ້ຳປະກັນວ່າ ພວກທະຫານຈະກຳບ່ອນນັ່ງ 25 ເປີເຊັນໃນສະພາ
ແຫ່ງຊາດ ແລະມີສິດຢັບຢັ້ງ ຕໍ່ການປ່ຽນແປງລັດຖະທຳມະນູນໃດໆ. ນອກນັ້ນ
ພວກທະຫານຍັງເປັນຜູ້ຄວບຄຸມກະຊວງພາຍໃນ ໂດຍເຮັດໃຫ້ພວກທະຫານມີ
ອຳນາດລື່ນລັດຖະກອນຖາວອນຂອງປະເທດ.