ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຕຳຫຼວດ​ຂອງ​ລັດ​ເທັກ​ຊັ​ສ ຜູ້​ທີ່​ຍິງ ແມ່​ຍິງ​ຜິວ​ດຳ ເສຍ​ຊີ​ວິດ ຖືກ​ແຈ້ງ​ຂໍ້​ຫາ ຄາດ​ຕະ​ກຳ


ຊໍ​່ດອກ​ໄມ້ ພ້ອມ​ດ້ວຍ​ຕຸກ​ກະ​ຕາ​ສັດ​ຕ່າງໆ ໄດ້​ຖືກ​ວາງ​ກອງ​ກັນໄວ້ ຢູ່​ໜ້າ​ບ້ານ​ ​ໃນ​ເມືອງ​ຟອດ ເວີ​ຣ໌​ທ ລັດ​ເທັກ​ຊັ​ສ, ວັນ​ທີ 14 ຕຸ​ລາ 2019, ​ບ່ອນ​ທີ່​ແມ່​ຍິງ​ຜິວ​ດຳ ອາ​ຍຸ 28 ປີ ຖືກ​ຍິງ​ຕາຍ ໂດຍ​ຕຳຫຼວດ​ຄົນ​ຜິວ​ຂາວ.
ຊໍ​່ດອກ​ໄມ້ ພ້ອມ​ດ້ວຍ​ຕຸກ​ກະ​ຕາ​ສັດ​ຕ່າງໆ ໄດ້​ຖືກ​ວາງ​ກອງ​ກັນໄວ້ ຢູ່​ໜ້າ​ບ້ານ​ ​ໃນ​ເມືອງ​ຟອດ ເວີ​ຣ໌​ທ ລັດ​ເທັກ​ຊັ​ສ, ວັນ​ທີ 14 ຕຸ​ລາ 2019, ​ບ່ອນ​ທີ່​ແມ່​ຍິງ​ຜິວ​ດຳ ອາ​ຍຸ 28 ປີ ຖືກ​ຍິງ​ຕາຍ ໂດຍ​ຕຳຫຼວດ​ຄົນ​ຜິວ​ຂາວ.

ເຈົ້າ​ໜ້​າ​ທີ່​ຕຳຫຼວດ​ຂອງ​ລັດ​ເທັກ​ຊັ​ສ ຜູ້​ທີ່​ໄດ້​ຍິງ ແລະ​ສັງ​ຫານ ແມ່​ຍິງ​ຜິວ​ດຳ​ຄົນນຶ່ງ ​ຢູ່​ໃນ​ເຮືອນ​ຂອງ​ລາວ​ເອງ ນັ້ນ ໄດ້​ຖືກ​ກ່າວ​ຟ້ອງ​ໃນ​ຂໍ້​ຫາ​ຄາດ​ຕະ​ກຳ.

ທ້າວ​ແອ​ຣອນ ດີນ ໄດ້​ຖືກ​ຈັບ​ກຸມບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່​ຜູ້​ກ່ຽວ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ ​ໃນ​ກົມ​ຕຳຫຼວດ​ຂອງ​ເມືອງ​ຟອດ ເວີ​ຣ໌​ທ ລັດ​ເທັກ​ຊັ​ສ ໃນ​ວັນ​ຈັນ​ວານນີ້.

ຜູ້​ບັນຊາ​ການ​ຕຳຫຼວດ​ຂອງ​ເມືອງ​ດັ່ງ​ກ່າວ ​ທ່ານ​ແອດ​ວິນ ຄ​ຣາວ​ສ໌ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ວ່າ ທ້າວ​ດີນ ຈະ​ຖືກ​ປົດ​ອອກ​ຈາກ​ໜ້າ​ທີ່​ຢູ່​ແລ້ວ ຖ້າ​ຫາກ​ຜູ້​ກ່ຽວ ບໍ່​ໄດ້​ລາ​ອອກ​ກໍ​ຕາມ.

ເມື່ອ​ຕອນ​ແລງວັນ​ຈັນ​ວາ​ນ​ນີ້ ທ້າວ​ດີນ ໄດ້​ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ ຫຼັງ​ຈາກ​ໄດ້​ຈ່າຍເງິນ​ຄ່າ​ປະ​ກັນ​ຕົວ 200,000 ໂດ​ລາ.

ທ້າວ​ດີນ ຜູ້​ທີ່​ເປັນ​ຄົນ​ຜິວ​ຂາວ ໄດ້​ຍິງ​ປືນ​ໃສ່​ ນາງ ອາ​ທາ​ຕີ​ອາ​ນາ ແຈັ​ຟ​ເຟີສັນ ອາ​ຍຸ 28 ປີ ຜູ້​ທີ່​ເປັນ​ຄົນ​ຜິວ​ດຳ ​ຜ່ານທາງ​ປ່ອງ​ຢ້ຽມຂອງ​ເຮືອນ​ຜູ້​ກ່ຽວ​ເອງ ໃນ​ວັນ​ເສົາ​ທີ່​ຜ່ານ​ມານີ້ ຫຼັງ​ຈາກ​ ​ຜູ້​ທີ່​ຢູ່​ບ້ານ​ໃກ້​ເຮືອນ​ຄຽງ ໄດ້​ໂທ​ລະ​ສັບ​ໄປ​ຫາ​ຕຳຫຼວດ ເພື່ອ​ແຈ້ງວ່າ ປະ​ຕູ​ໜ້າ​ບ້ານ​ຂອງ​ນາງ​ແຈັ​ຟ​ເຟີ​ສັນ ໄດ້​ເປີດ​ປະໄວ້.

ນາງ​ແຈັ​ຟ​ເຟີ​ສັນ ໄດ້​ຢູ່​ພາຍ​ໃນ​ເຮືອນ ໂດຍ​ມີ​ຫ​ລານ​ຊາຍ​ອາ​ຍຸ 8 ປີ ຢູ່​ນຳ​ດ້ວຍ.

ຕຳຫຼວດ​ເມືອງ​ຟອດ ເວີ​ຣ໌​ທ ໄດ້​ກ່າວ​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ກ່ຽວ​ກັບ​ເຫດ​ການ​ໃນ​ທ້າຍ​ສັບ​ປະ​ດາ ວ່າ ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕຳຫຼວດ ໄດ້ແນມເຫັນ ຜູ້​ໃດ​ຜູ້​ນຶ່ງ ຢູ່​ໃກ້ໆ​ປ່ອງ​ຢ້ຽມ ພາຍ​ໃນ​ເຮືອນຫຼັງ​ດັ່ງ​ກ່າວ ແລະ​ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຕຳ ຫຼວດ​ຄົນ​ນຶ່ງ ​ໄດ້ຍິງ​ປືນໃສ່ ຫຼັງ​ຈາກ “ຮູ້​ສຶກ​ມີ​ໄພ​ອັນ​ຕະ​ລາຍ.”

ຄອບ​ຄົວ​ຂອງ​ນາງ​ແຈັ​ຟ​ເຟີ​ສັນ ໄດ້​ຮຽກ​ຮ້ອງ​ໃຫ້​ທຳ​ການ​ສືບ​ສວນ​ສອບ​ສວນ ທ້າວ​ດີນ ​ຢ່າງ​ເປັນ​ອິດ​ສະ​ຫລະ ພ້ອມ​ກັນ​ກັບ ກອງ​ກຳ​ລັງ​ຂອງກົມ​ຕຳຫຼວດ​ເມືອງ​ຟອດ ເວີ​ຣ໌​ທ ນຳ​ດ້ວຍ.

​ພາບ​ບັນ​ທຶກ​ຈາກກ້ອງ​ຕິດ​ຕົວ ​ທີ່ໄດ້​ຖືກ​ເປີ​ດ​ເຜີຍ​ໂດຍ​ກົມ​ຕຳຫຼວດນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ເຈົ້າ​ໜ້າ​ທີ່​ຕຳຫຼວດ​ສອງ​ຄົນ ໃຊ້​ໄຟ​ສາຍຊ​ອກ​ຄົ້ນ​ຫາ ບໍ​ລິ​ເວນ​ອ້ອມ​ແອ້ມ ​ເຮືອນຂອງ​ນາງ​ແຈັ​ຟ​ເຟີ​ສັນ ​ຢູ່​ດ້ານນອກ. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ ສາ​ມາດ​ຍິນ​ສຽງ​ຮ້ອງ​ອອກ​ມາ​ວ່າ “ໃຫ້​ເອົາ​ມື​ຂຶ້ນ ໃຫ້​ຂ້າ​ພະ​ເຈົ້າ​ເບິ່ງ​ມື​ຂອງ​ເຈົ້າ” ກ່ອນ​ທີ່​ຈະ​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ.

ຫຼັງ​ຈາກ​ມີ​ການ​ຍິງ​ປືນ​ແລ້ວ ຜູ້​ປົກ​ຄອງເມືອງ​ຟອດ ເວີ​ຣ໌​ທ ທ່ານ​ນາງ ແບັດ​ຊີ ໄພ​ຣ​ສ໌ ໄດ້​ຮຽກ​ຮ້ອງ​ໃຫ້ມີ “​ຄວາມ​ຍຸ​ຕິ​ທຳ ແລະການ​ປິດ​ຄະ​ດີ” ສຳ​ລັບ​ຄອບ​ຄົວ ແຈັ​ຟ​ເຟີ​ສັນ.

ທ້າວ​ດີນ ໄດ້​ເຂົ້າ​ປະ​ຈຳ​ການ​ຢູ່​ໃນ​ກົມ​ຕຳຫຼວດ​ເມືອງ​ຟອດ ເວີ​ຣ໌​ທ ນັບ​ຕັ້ງ​ແຕ່ ເດືອນ​ເມ​ສາ ປີ 2018 ເປັນ​ຕົ້ນ​ມາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG