ບັນດາໄອຍະການອິສຣາແອລ ໄດ້ຍົກເລີກການກ່າວຫາຄາດຕະກຳຕ້ານ ຜູ້ຕ້ອງສົງໄສ
ທີ່ເປັນຊາວຢິວໃນປີ 2015 ຂອງການໂຈມຕີວາງເພີງ ທີ່ໄດ້ເຮັດໃຫ້ເດັກນ້ອຍປາແລສ
ໄຕນ໌ ແລະພໍ່ແມ່ຂອງລາວເສຍຊີວິດ.
ພາຍໃຕ້ການຕໍ່ລອງ ຜູ້ຕ້ອງສົງໄສທີ່ບໍ່ບອກຊື່ ໄດ້ຮັບສາລະພາບຜິດຕໍ່ການກະຕຸ້ນດ້ານ
ຜິວພັນ ວາງແຜນ ແລະລັກລອບຢູ່ໃນໝູ່ບ້ານປາແລັສໄຕນ໌ ພ້ອມ ດ້ວຍຜູ້ຮວມມື.
ບັນດາໄອຍະການຈະພະຍາຍາມໃຫ້ມີຕັດສິນລົງໂທດໃສ່ຄຸກຫ້າປີ. ເຂົາເຈົ້າໄດ້ເຫັນດີ
ທີ່ຈະບໍ່ຊອກຫາການກ່າວຫາທີ່ຮ້າຍແຮງຂອງການຄາດຕະກຳນັ້ນ ໂດຍໃຫ້ຂໍ້ສັງເກດ
ວ່າ ຜູ້ຕ້ອງສົງໄສໄດ້ເປັນຊາວໜຸ່ມໄວລຸ້ນ ແລະບໍ່ເຖິງກະສຽນໃນເວລາການໂຈມຕີ.
ຜູ້ຕ້ອງສົງໄສຄົນອື່ນ ໄດ້ມີການລະບຸວ່າແມ່ນທ້າວອາມີຣຳ ເບັນ ໂອຣິແອລ ຍັງຢູ່ໃນ
ຄຸກໃນຂະນະທີ່ການສືບສວນພວມດຳເນີນຢູ່.
ທັງສອງຄົນໄດ້ຖືກກ່າວຫາວ່າວາງລະເບີດໄຟໃສ່ເຮືອນຂອງຄອບຄົວດາວັບຊີ ຢູ່
ເຂດແຄມຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດນ ຂອງເມືອງດູມາ ນາບລັສ.
ໄຟໄດ້ໄໝ້ເດັກນ້ອຍທ້າວອາລີ ອາຍຸ 18 ເດືອນ ແລະພໍ່ແມ່ຂອງລາວ. ອ້າຍໃຫຍ່
ຂອງລາວລອດຊີວິດຈາກໄຟໄໝ້ທີ່ຮ້າຍແຮງນັ້ນ.
ການໂຈມຕີດັ່ງກ່າວ ໄດ້ເຮັດໃຫ້ມີຄວາມໂກດແຄ້ນແກ່ຊາວອິສຣາແອລຫຼາຍຄົນ
ຮວມທັງນາຍົກລັດຖະມົນຕີ ຮັກສາແນວທາງເດີມ ທ່ານເບັນຈາມິນ ເນຕັນຢາຮູ ຜູ້
ທີ່ໄດ້ປະນາມວ່າ “ເປັນການກໍ່ການຮ້າຍ.”
ພໍ່ຕູ້ຂອງທ້າວອາລີໄດ້ຕິຕຽນວ່າການຕໍ່ລອງສາລະພາບ ກ່າວວ່າບັນດາໄອຍະການ
ພາກັນ “ເປີດໄຟຂຽວໃຫ້ແກ່ຜູ້ຕ້ອງສົງໄສຊາວຢິວ ຜູ້ທີ່ຈະໄດ້ອອກຈາກຄຸກ ແລະ
ສືບຕໍ່ຄາດຕະກຳ ທີ່ລາວ ແລະໝູ່ຂອງລາວໄດ້ພາກັນເລີ້ມເຮັດມາ.”