ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຫວັນ ເລີ້ມປ່ອນບັດ ເລືອກຕັ້ງ ເອົາເຈົ້າໜ້າທີ່ ທ້ອງຖິ່ນ


د فرانسې په لا ریونیون جزیره کې اور غرځونه.
د فرانسې په لا ریونیون جزیره کې اور غرځونه.

ຊາວໄຕ້​ຫວັນ ກຳລັງ​ພາກັນໄປ​ປ່ອນ​ບັດ​ ເລືອກຕັ້ງເຈົ້າໜ້າທີ່
ເທດສະບານ ຊຶ່ງ ມີການພິຈາລະນາກັນຢ່າງກວ້າງຂວາງວາ
​ເປັນ​ການ​ທົດ​ສອບເບິ່ງຄວາມ​ນິຍົມ​ຊົມ​ຊອບຂອງປະທານ​ນາ​
ທິບໍດີ​ແລະ​ພັກ​ Kuomintang ຫລື KMT ທີ່ພວມປົກຄອງປະ
ເທດຢູ່ໃນເວລານີ້ທີ່ສະໜັບສະໜູນໃຫ້ມີຄວາມສຳພັນ​ອັນໃກ້
​ຊິດ​ຫຼາຍ ຂຶ້ນກັບຈີນແຜ່ນດິນ​ໃຫຍ່.

ປະທານ​ນາ​ທິບໍດີ Ma Ying-jeou ​ໄດ້​ປ່ອນ​ບັດ​ໃນ​ຕອນ​ເຊົ້າ
ມື້ນີ້ຢູ່ທີ່​ໜ່ວຍປ່ອນ ​ບັດ​ໃນ​ເຂດ​ນະຄອນຫລວງ ​Taipei. ບັນ
ດາ​ຜູ້​ປ່ອນ​ບັດ​ຢູ່​ທີ່​ເກາະດອນ​ດັ່ງກ່າວ​ນີ້ ກຳລັງ​ພາກັນ​ຕັດສິນ​
ໃຈ​ເພື່ອເລືອກເອົາສະມາຊິກເທດສະບານຫຼາຍກວ່າ 11 ພັນ
ຄົນ ຊຶ່ງ ຫລາຍເປັນ​ປະຫວັດ​ການ ໃນ​ການ​ເລືອກ​ຕັ້ງ​ທ້​ອງຖິ່ນ ຢູ່​ໃນໄຕ້​ຫວັນ.

ການ​ຢັ່ງສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ KMT ກຳລັງ​ປະ​ເຊີນ​ໜ້າ​ ກັບ​ການທ້າ​ທາຍຢ່າງ​ແຮງ
ຈາກ​ພັກຝ່າຍ​ຄ້ານໃຫຍ່ສຸດ ທີ່​ສະໜັບສະໜູນ​ການເປັນເອກ​ກະ ລາດຂອງໄຕ້ຫວັນ ນັ້ນ
ກໍຄື ພັກປະຊາທິປະ​ໄຕກ້າວໜ້າ ຢູ່​ໃນ​ຫົວ​ເມືອງ​ສຳຄັນ​ຫລາຍໆແຫ່ງ.

ຄວາມ​ນິຍົມ​ຊົມ​ຊອບ​ທີ່ມີຕໍ່ພັກລັດຖະບານ ​ໄດ້​ລຸດນ້ອຍຖອຍລົງ ຍ້ອນ​ຄວາມ​ເປັນ​ຫ່ວງ
ກ່ຽວກັບການມີອິດທິພົນເພີ້ມຂຶ້ນຂອງປັກ​ກິ່ງ ການຊັກຊ້າລົງຂອງ​ເສດຖະກິດ​ ​ແລະ​ຂ່າວ
ນອງນັນດ້ານຄວາມ​ປອດ​ໄພ​ຂອງອາຫານ​ການ​ກິນ.

TAIWAN ELECTIONS VO
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG