ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊຸມຊົນເຂດສະລໍາໃນ ມຸມໄບ ມີຄວາມກັງວົນ ກ່ຽວກັບ ການສູນເສຍ ຊີວິດການເປັນຢູ່

ກຸ່ມຄົນ ພາກັນຍົກປ້າຍຄໍາຂັວນ ເພື່ອຄັດຄ້ານການພັດທະນາຂອງເມືອງ ດາຣາວີ (Dharavi), ເຊິ່ງເປັນນຶ່ງໃນສະລໍາທີ່ໃຫຍ່ທີ່ສຸດໃນເອເຊຍ, ໂດຍຜ່ານ Adani Groupໃນລະຫວ່າງການປະທ້ວງໃນນະຄອນມຸມໄບ, ອິນເດຍ, ວັນທີ 9 ສິງຫາ 2023. ພວກປະທ້ວງ ຕ້ອງການໃຫ້ລັດຖະບານ ຖອດຖອນໂຄງການຈາກກຸ່ມ Adani.

ໃນ​ຊອຍ​ແຄບໆ​ຢູ່ຊຸມ​ຊົນ​ແອ​ອັດ ດາ​ຣາ​ວີ ຫຼື ສະ​ລຳໃນ​ນະ​ຄອນ ມຸ​ມ​ໄບ, ຈັກ​ຫຍິບ​ຜ້າ​ແມ່ນ​ດັງ​ກ້ອງ​ໃນ​ຂະ​ນະ​ທີ່​ກຳ​ມະ​ກອນ​ໃນ​ຮ້ານ​ຕັດ​ຫຍິບເສືອ​ຜ້າ​ຂະ​ໜາດ​ນ້ອຍ​ຂອງ​ທ່ານ ອັບ​ດຸ​ລ ກາ​ເດຍ ອານ​ຊາ​ຣີ ຫຍິບ​ເຄື່ອງ​ສຳ​ລັບ​ແມ່​ຍິງ. ທ່ານ ອານ​ຊາ​ຣີ ມີ​ຄວາມ​ປາ​ຖະ​ໜາ​ທີ່​ຈະ​ພັດ​ທະ​ນາ​ຮ້ານ​ທີ່​ມີ​ອາ​ຍຸ 4 ປີ​ຂອງ​ລາວ​ໃຫ້​ກາຍ​ເປັນ​ທຸ​ລະ​ກິດ​ຂະ​ໜາດ​ໃຫຍ່.

ແຕ່​ໃນ​ແຜນ​ການ​ທີ່​ມີ​ຄວາມ​ທະ​ເຍີ​ທານ​ຍານ​ມູນ​ຄ່າ 3 ພັນ​ລ້ານ​ໂດ​ລາ​ເພື່ອ​ພັດ​ທະ​ນາເຂດສະ​ລຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນັ້ນ​ໄດ້​ເຮັດ​ໃຫ້​ລາວ​ເປັນ​ຫ່ວງ. ທ່ານ ອາ​ຊາ​ຣີ ກ່າວ​ວ່າ “ຮ້ານ​ຂອງ​ຂ້ອຍ​ຢູ່​ທີ່ນີ້​ຈະ​ຕ້ອງ​ຖືກ​ປິດ​ເວ​ລາ​ຕຶກ​ຕ່າງໆ​ຖືກ​ສ້າງ​ຂຶ້ນ. ຂ້ອຍບໍ່​ຮູ້​ວ່າ​ຂ້ອຍ​ຈະ​ໄດ້​ຮັບ​ພື້ນ​ທີ່ເພື່ອ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຂ້ອຍຫຼືບໍ່.”

ວິວຂອງສະລໍາດາຣາວີ ໃນນະຄອນມຸມໄບ, ອິນເດຍ, ວັນທີ 16 ມີນາ 2023.
ວິວຂອງສະລໍາດາຣາວີ ໃນນະຄອນມຸມໄບ, ອິນເດຍ, ວັນທີ 16 ມີນາ 2023.

ລັດ​ຖະ​ບານ, ເຊິ່ງ​ໄດ້​ມີ​ແຜນ​ທີ່​ຈະ​ປັບ​ປຸງເຂດສະ​ລຳ ດາ​ວາ​ຣີ ເປັນ​ເວ​ລາ​ທົດ​ສະ​ວັດ​ແລ້ວ​ນັ້ນ, ໄດ້​ມອບ​ສັນ​ຍາ​ໃຫ້​ກຸ່ມ ອາ​ດາ​ນີ ເພື່ອ​ທັບ​ມ້າງ​ຕູບ​ທີ່​ສັ່ນ​ຄອນ​ທີ່​ແຜ່​ກະ​ຈາຍ​ໃນ​ພື້ນ​ທີ່ 250 ເຮັກ​ຕາ​ໃນ​ໃຈ​ກາງ​ຂອງ​ນະ​ຄອນ ມຸມ​ໄບ ແລະ ພັດ​ທະ​ນາ​ຕຶ​ກ​ທີ່​ທັນ​ສະ​ໄໝ. ​ເຂດສະ​ລຳ​ດັ່ງ​ກ່າວ​ທີ່​ຖືກ​ຖ່າຍ​ໃນ​ຮູບ​ເງົາ Slumdog Millionaire ແມ່ນ​ບ້ານ​ຂອງ​ປະ​ຊາ​ຊົນ​ນຶ່ງ​ລ້ານ​ຄົນ, ເຊິ່ງຫຼາຍ​ຄົນ​ໃນ​ນັ້ນ​ແມ່ນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ທີ່​ຫຼາ​ຍ​ທົດ​ສະ​ວັດ​ແລ້ວ​ໄດ້​ເດີນ​ທາງ​ມາ​ເມືອງ​ຫຼວງ​ດ້ານ​ການ​ເງິນ​ຂອງ ອິ​ນ​ເດຍ ເພື່ອ​ທຳ​ມາ​ຫາ​ກິນ​ໃນ​ເມືອງ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG