ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

22 ຄົນ ເສຍຊີວິດ ຍ້ອນຢຽບກັນຕາຍ ຢູ່ຂົວ ທາງລົດໄຟ ໃນນະຄອນມູມໄບ


ນະຄອນ Mumbai ປະເທດ India.
ນະຄອນ Mumbai ປະເທດ India.

ການ​ຢຽບ​ກັນ​ຕາຍ​ ຢູ່​ຂົວທາງລົດ​ໄຟ​ແຫ່ງ​ນຶ່ງ ໃນນະຄອນ Mumbai ທີ່​ເປັນສູນ​ກາງ​
ດ້ານ​ການ​ເງິນ​ຂອງ​ອິນ​ເດຍ ​ໄດ້​ເຮັດ​ໃຫ້ 22 ຄົນ​ເສຍ​ຊີວິດ ​ແລະຫລາຍ​ກວ່າ 20 ຄົນ
​ ໄດ້​ຮັບ​ບາດ​ເຈັບ​ ລະຫວ່າງ​ຊົ່ວ​ໂມງ​ເຂົ້າໃນການ​ຕອນ​ເຊົ້າ​ວັນ​ສຸກ​ມື້​ນີ້.

​ໂຕ​ເລກ​ຜູ້​ເສຍ​ຊີວິດ ຄາດ​ວ່າຈະ​ເພີ້​ມຂຶຶ້ນຕື່ມ ນັ້ນຄື​ຄຳເຕືອນຂອງ​ໂຄສົກການ​ລົດ​ໄຟ​
ອິນ​ເດຍ​.

ຫລາ​ຍສິບ​ຄົນ​ໄດ້​ພາກັນລີ້​ຢູ່​ເທິງ​ຂົວ ຢູ່​ສະຖານີ​ລົດ​ໄຟ​ໃຫຍ່ Elphinstone ຂອງ​ນະ
ຄອນ​ດັ່ງກ່າວ ລະຫວ່າງ​ເກີດ​ຝົນ​ຕົກ​ໜັກ​ ​ໃນທັນ​ທີ​ທັນໃດ.

ສາເຫດ​ຂອງ​ການ​ຢຽບ​ກັນ​ຕາຍ​ຍັງ​ບໍ່​ຈະ​ແຈ້ງ ​ເຖິງ​ແມ່ນ​ມີ​ລາຍ​ງານ​ຂ່າວ​ລື​ວ່າຂົວ​ອາດ
​ຈະ​ຫັກ​ພັງ​ລົງ​ ຫລັງ​ຈາກ​ກ້ອນ​ຊິມັງ​ຕົກລົງມາເຮັດ​ໃຫ້ຜູ້​ຄົນ​ພາກັນ​ຟ້າວ​ແລ່ນ​ໜີ​ອອກ​
ຈາກ​ຂົວ.

ຂົວ​ຕໍ່​ກັບສະຖານີ Elphinston ​ແລະສະຖານີ Parel ຢູ່​ທາງ​ຝັ່ງ​ທະ​ເລ​ຕາ​ເວັນ​ຕົກ
ຂອງຫົວ​ເມືອງ​ທາງພາກ​ໃຕ້​ອິນ​ເດຍ.

ຂົວ​ດັ່ງກ່າວມັກ​ຈະ​ແອ​ອັດ​ໃນ​ເວລາເຂົ້າ​ການ​ຕອນ​ເຊົ້າ ​ໃນ​ຂະນະ​ທີ່​ບໍລິການ​ເປັນ​ທາງ​
ອອກ​ໃຫ້​ແກ່ຜູ້​ໂດຍສານ ທີ່​ອອກ​ມາ​ຈາກ​ລົດ​ໄຟ ຢູ່​ສະຖາ​ນີລົດ​ໄຟ​ຢູ່ທີ່​ໃກ້ໆ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

India Stampede
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG