ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໄຟໄໝ້ຕຶກການຄ້າ ໃນນະຄອນມູມບາຍ ຂອງອິນເດຍ ເຮັດໃຫ້ຢ່າງໜ້ອຍ 15 ຄົນເສຍຊີວິດ


ຮູບພາບທົ່ວໄປ ຂອງຮ້ານອາຫານ ທີ່ຖືກທຳລາຍຍ້ອນໄຟໄໝ້ ໃນນະຄອນມູມບາຍ ປະເທດອິນເດຍ ໃນຕອນເດິກໆ ຂອງວັນທີ 28 ທັນວາ 2017.
ຮູບພາບທົ່ວໄປ ຂອງຮ້ານອາຫານ ທີ່ຖືກທຳລາຍຍ້ອນໄຟໄໝ້ ໃນນະຄອນມູມບາຍ ປະເທດອິນເດຍ ໃນຕອນເດິກໆ ຂອງວັນທີ 28 ທັນວາ 2017.

ຢ່າງໜ້ອຍ 15 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ຫລາຍ​ໆຄົນ​ໄດ້​ຮັບ​ບາດ​ເຈັບ ຫລັງ​ຈາກ​ໄຟ​
ໄໝ້​ຢູ່​ຕຶກ​ສີ່​ຊັ້ນ ​ໃນ​ນະຄອນມຸມ​ບາຍ ຊຶ່ງ​ເປັນ​ນະຄອນຫຼວງດ້ານ​ການ​ເງິນຂອງ​ອິນ​ເດຍ
ໃນ​ວັນ​ສຸກ​ວານ​ນີ້.

ສ່ວນ​ໃຫຍ່​ຂອງ​ຜູ້​ເສຍ​ຊີວິດ​ແມ່ນ​ແມ່ຍິງ.

​ໄຟ​ໄດ້​ເລີ້ມໄໝ້ຢູ່​ຮ້ານ​ອາຫານ​ຢູ່​ຊັ້ນ​ເທິງສຸດ​ໃນ​ເວລາປະມານ 1 ​ໂມງເຊົ້າ ຕາ​ມ​ເວລາ
​ທ້ອງ​ຖິ່ນ ​ແລະ​ໄດ້​ໄໝ້​ລາມ​ໄປ​ທົ່ວ​ຕຶກ​ຢ່າງ​ໄວ.

ປະທານາທິບໍດີ​ອິນ​ເດຍ ທ່ານ​ແຣມ ນາສ ​ໂກ​ວິນ ​ໄດ້​ສົ່ງຂຽນຂໍ້ຄວາມລົງ​ທາງ Twitter
​ເພື່ອສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈຂອງ​ທ່ານ​ຕໍ່ບັນດາ​ຄອບຄົວຂອງ​ຜູ້ໄດ້​ຮັບເຄາະ​ຮ້າຍ ​ແລະອວຍພອນ​ໃຫ້​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫາຍ​ເຊົາ​ໄວ​.

ອີງ​ຕາມ​ສື່​ມວນ​ຊົນ​ອິນ​ເດຍ, ຮ້ານ​ອາຫານ​ຫລູຫລາຫລາຍ​ຮ້ານ​ໄດ້ຍົກ​ຍ້າຍ​ເຂົ້າ​ໄປ​ຢູ່​ໃນ​
ຕຶກ ທີ່ຕັ້ງ​ຢູ່ໃຈກາງຂອງນະຄອນ​ມຸມບາຍ ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ ຊຶ່ງ​ໄດ້​ເຮັດ​ໃຫ້ມັນ
​ກາຍ​ເປັນຈຸດ​ທີ່ຄົນ​ນິຍົມ​ຊົມ​ຊອບ​ທີ່​ຈະອອກ​ໄປ​ທ່ຽວ​ໃຊ້​ເວລາໃນຕອນ​ກາງ​ຄືນ​ໃນ​ທີ່​ນັ້ນ.

ໄຟໄໝ້ຕຶກຫລາຍຊັ້ນ ຢູ່ອິນເດຍ ໃນຕອນເດິກໆ ຂອງວັນທີ 28 ທັນວາ 2017.
ໄຟໄໝ້ຕຶກຫລາຍຊັ້ນ ຢູ່ອິນເດຍ ໃນຕອນເດິກໆ ຂອງວັນທີ 28 ທັນວາ 2017.

ອົງການ​ສື່​ມວນ​ຊົນ​ຫລາຍ​ແຫ່ງຍັງ​ໄດ້​ໃຊ້​ຕຶຶກ​ດັ່ງກ່າວ ​ແລະ​ຢ່າງ​ໜ້ອຍສໍານັກງານ​ຂອງ ຂ່າວໂທລະພາບສາມ​ຊ້ອງ ຕ້ອງ​ໄດ້​ປິ​ດ
ລາຍການ​ຂອງ​ຕົນລົງ ອີງ​ຕາມ​ການ​ລາຍ​ງານ ​ແມ່ນ​ເປັນ​ຍ້ອນ​ວ່າ ​ອຸ​ບປະ​ກອນຂອງ
ເຂົາ​ເຈົ້າ​ໄດ້​ຮັບ​ຄວາມເສຍ​ຫາຍ.

ລົດ​ດັບ​ເພີງ​ 8 ​ຄັນ ​ໄດ້​ປະຕິບັດ​ງານ​ດົນ​ກວ່າ​ຫ້າ​ຊົ່ວ​ໂມງ ເພື່ອ​ມອດ​ໄຟນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ອິນ​ເດຍກ່າວ​ວ່າ ຍັງ​ມີສືບ
ສວນ​ເຖິງສາ​ເຫດ​ຂອງ​ໄຟ​ໄໝ້ຢູ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Mumbai Fire
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG