ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ພ​ອມ​ພຽວ​ກ່າວ​ວ່າ ເປັນ​ການ​ດູ​ໜິ່ນຕໍ່​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ ທີ່ຜູ້​ກະ​ທຳ​ຜິດ​ຍັງ​ບໍ່ທັນຖືກຈັບ​ເທື່ອ


ເຈົ້າ​ໜ້​າ​ທີ່​ຕຳ​ຫຼວດ​ອິນ​ເດຍ ຍ່າງ​ຢູ່ນອກ​ໂຮງ​ແຮມ ທາ​ສ ມາ​ຮາ​ລ ຊຶ່ງ​ເປັນ​ບ່ອນ​ນຶ່ງ ທີ່​ຖືກ​ໂຈມ​ຕີ ໃນ​ນະ​ຄອນ​ມູ​ມບາຍ ອິນ​ເດຍ ວັນ​ທີ 26 ພະ​ຈິກ 2017.
ເຈົ້າ​ໜ້​າ​ທີ່​ຕຳ​ຫຼວດ​ອິນ​ເດຍ ຍ່າງ​ຢູ່ນອກ​ໂຮງ​ແຮມ ທາ​ສ ມາ​ຮາ​ລ ຊຶ່ງ​ເປັນ​ບ່ອນ​ນຶ່ງ ທີ່​ຖືກ​ໂຈມ​ຕີ ໃນ​ນະ​ຄອນ​ມູ​ມບາຍ ອິນ​ເດຍ ວັນ​ທີ 26 ພະ​ຈິກ 2017.

ວັນ​ຈັນ​ມື້​ນີ້​ເປັນ​ຂີດ​ໝາຍ​ສິບ​ປີ​ຂອງ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ນະ​ຄອນ​ມູ​ມ​ບາຍ. ຈາກ​ວັນ​
ທີ 26 ເດືອນ​ພະ​ຈິກ ຫາ ວັນ​ທີ 29, 2008 ສິບ​ສ່ວນ​ບຸກ​ຄົນ​ທີ່​ພົວ​ພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍ
ລາ​ສ​ກາ​ຣ ອີ ເຕ​ຢິ​ບາ (LeT) ໄດ້​ໂຈມ​ຕີ​ໂຮງ​ແຮມຫລູ​ຫລາ ທີ່​ເປັນ​ສູນ​ກາງ​ຢີວ ແລະ​ສະ​
ຖ​າ​ນີ​ລົດ​ໄຟ​ທີ່​ໜາ​ແໜ້ນ​ໃນ​ສູນ​ກາ​ນ​ຄ້າ​ນະ​ຄອນ​ຫຼວງອິນ​ເດຍ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຕ໌ ພ​ອມ​ພຽວ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​
ວັນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ “ຄວາມ​ປ່າ​ເຖື່ອນ” ຂອງ​ການ​ໂຈມ​ຕີ “ໄດ້​ຕື່ນ​ ຕົກ​ໃຈ​ແກ່​ໂລກ.”

ທ່ານ​ພ​ອມ​ພຽວ​ກ່າວ​ວ່າ “ເປັນ​ການ​ດູ​ໜິ່ນ​ແກ່​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ ຫຼັງ​ຈາກ​
ສິບ​ປີ ພວກ​ທີ່ຜູ້​ວາງ​ແຜນ​ການ​ໂຈມ​ຕີ​ມູມ​ບາຍ ຍັງ​ບໍ່​ທັນ​ໄດ້​ຖືກ​ລົງ​ໂທດ​ຕໍ່​ການ​ພົວ​ພັນ
​ຂອງ​ເຂົາ​ເຈົ້າ.”

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໂຄງ​ການໃຫ້​ລາງວັນ​ຍຸ​ຕິ​ທຳ (RFJ) ກຳ​ລັງ​ໃຫ້​ລາງວັນ​
ເຖິງ 5 ລ້ານ​ໂດ​ລາ​ຕໍ່​ຂໍ້​ມູນ​ທີ່​ນຳ​ໄປ​ການ​ຈັບ​ກຸມ ຫຼື​ລົງ​ໂທດ​ສວນ​ບຸກ​ຄົນ ຜູ້​ທີ່​ໄດ້​ພົ​ວ​ພັນ
​ໃນ​ການ​ວາງ​ແຜນ ຫຼື​ທຳ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ປີ 2008 ທີ່​ມູມ​ບາຍ.

ລາງວັນ 5 ລ້ານ​ໂດ​ລາ​ເປັນ​ລາງວັນ RFJ ທີ​ສາມ ທີ່​ສະ​ເໜີ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ກໍ່
​ການ​ຮ້າຍ​ໂຈມ​ຕີ​ມູມ​ບາຍ.

ທ່ານ​ພອມ​ພຽວ ກ່າວ​ວ່າ “ພວກ​ເຮົາ​ຮ້ອງ​ຫາ​ປະ​ເທດ​ທັງ​ໝົດ ໂດຍ​ສະ​ເພາະ​ປາ​ກິ​ສ​ຖານ
ເພື່ອ​ໃຫ້​ນັບ​ຖື​ສະ​ພາ​ຄວາມ​ໝັ້ນ​ຄົງໃນ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສະ​ຫະ​ປະ​ຊ​າ​ຊ​າດ​ຂອງ​ເຂົາ
​ເຈົ້າ ທີ່​ນຳ​ປະ​ຕິ​ບັດ​ຕ້ານ​ເປັນ​ບ່ອນ​ຢູ່ອ​າ​ໄສ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ ທີ່​ຮັບ​ຜິດ​ຊອບ​ຕໍ່​
ຄວາມ​ໂຫດ​ຮ້າຍ​ດັ່ງ​ກ່າວ.

ຂໍ້​ມູນ​ເພີ້ມ​ເຕີມ​ກ່ຽວ​ກັບ​ໂຄງການ​ໃຫ້​ລາງວັນສາ​ມາດ​ພົບ​ເຫັນ​ໄດ້​ທີ່ www.rewardsforjustice.net.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG