ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການກິນໄວຕາມິນລວມ ມີຜົນປະໂຫຍດ ສໍາລັບຜູ້ຊາຍ (ວີດິໂອ)


View of South America and portions of North America and Africa from the Mercury Dual Imaging System’s wide-angle camera aboard MESSENGER (Mercury Surface, Space Environment, Geochemistry, and Ranging). (Credit: NASA/Johns Hopkins University Applied Physics Laboratory/Carnegie Institution of Washington)
View of South America and portions of North America and Africa from the Mercury Dual Imaging System’s wide-angle camera aboard MESSENGER (Mercury Surface, Space Environment, Geochemistry, and Ranging). (Credit: NASA/Johns Hopkins University Applied Physics Laboratory/Carnegie Institution of Washington)
ການຄົ້ນຄວ້າໃໝ່ບັ້ນນຶ່ງ ທີ່ສຶກສາເບິ່ງຜົນປະໂຫຍດຂອງໄວຕາ
ມິນລວມ ພົບວ່າ ຜູ້ຊາຍອາຍຸແກ່ທີ່ກິນຢາໄວຕາມິນລວມບໍາລຸງ
ຮ່າງກາຍ ທຸກໆມື້ ແມ່ນໄດ້ຫລຸດຜ່ອນຄວາມສ່ຽງ ໃນການເປັນ
ໂຣກມະເຮັງລົງ. ດັ່ງນາງ Jessica Berman ຜູ້ສື່ຂ່າວວີໂອເອ
ລາຍງານວ່າ ພວກນັກ ຄົ້ນຄວ້າເຊື່ອວ່າ ໄວຕາມິນລວມ ເປັນ ສິ່ງສະທ້ອນໃຫ້ເຫັນຜົນປະໂຫຍດ ຂອງການກິນອາຫານທີ່ມີ
ທາດບໍາລຸງຮ່າງກາຍຄົບ.

ອິງຕາມພວກນັກຄົ້ນຄວ້າ ຍັງບໍ່ມີການກິນໄວຕາມິນ ຫລືແຮ່ທາດ
ອັນໃດ ໃນປະລິມານຫຼວງຫຼາຍທີ່ສະແດງໃຫ້ເຫັນເທື່ອວ່າ ໄດ້
ຫລຸດຄວາມ ສ່ຽງຕໍ່ການເປັນໂຣກມະເຮັງໄດ້. ແຕ່ການສຶກສາຄົ້ນ
ຄວ້າໃໝ່ບັ້ນນຶ່ງຕໍ່ ພວກຜູ້ຊາຍອາຍຸແກ່ເກືອບຮອດ 15 ພັນຄົນທີ່
ດໍາເນີນໄປໂດຍພວກ ນັກຄົ້ນຄວ້າ ຢູ່ມະຫາວິທະຍາໄລ Harvard
ແລະໂຮງໝໍແມ່ຍິງ Brigham ໃນນະຄອນ Boston ພົບວ່າ ຢາໄວຕາມິນລວມກິນປະຈໍາ
ວັນທີ່ບັນຈຸໄວຕາມິນແລະແຮ່ທາດຊະນິດຕ່າງໆນັ້ນແມ່ນຊ່ວຍຫລຸດຄວາມສ່ຽງລົງໄດ້ພໍ ສົມຄວນ.

ເບິ່ງວີດິໂອພາສາອັງກິດກ່ຽວກັບເລື້ອງນີ້



ທ່ານ ຈອນ ໄມໂຄລ ການຊີອາໂນ (John Michael Gaziano), ຫົວໜ້າພະແນກຢາ ສໍາລັບຜູ້ເຖົ້າທີ່ໂຮງໝໍ Brigham ຊຶ່ງເປັນຜູ້ນຳ ພາການສຶກສາຄົ້ນຄວ້າດັ່ງກ່າວ ເວົ້າວ່າ ຜົນປະໂຫຍດຂອງການກິນຢາບໍາລຸງຮ່າງກາຍປະຈໍາວັນ ອາດຈະຄ້າຍຄືກັນກັບການກິນ ອາຫານ ທີ່ອຸດົມສົມບູນໄປດ້ວຍໝາກໄມ້, ຜັກ ແລະທາດໂປຣຕິນທີ່ບໍ່ມີໄຂມັນ. ທ່ານ Gaziano ອະທິບາຍວ່າ:

“ໄວຕາມິນລວມ ອາດຈະໃຊ້ແທນໃຫ້ ໄວຕາມິນ ແລະແຮ່ທາດຊະນິດຕ່າງໆ ທີ່ເຮົາໄດ້ມາຈາກການກິນອາ ຫານຫລາຍໆຊະນິດ.”

ການສຶກສາຄົ້ນຄວ້າດັ່ງກ່າວ ແມ່ນໄດ້ຕິດຕາມເບິ່ງຜູ້ເຂົ້າຮ່ວມໃນໂຄງ ການ 14,600 ຄົນ ທີ່ມີອາຍຸ 50 ປີຂຶ້ນໄປ ເປັນເວລາຫລາຍກວ່າ ທົດສະວັດນຶ່ງ. ພວກຜູ້ຊາຍ ຊຶ່ງເປັນທ່ານ ໝໍທັງໝົດ ທີ່ໄດ້ຈົດຊື່ລົງທະບຽນຢູ່ໃນການສຶກສາຄົ້ນຄວ້າສຸຂະພາບດ້ານການແພດໄລ ຍະຍາວໄດ້ຖືກສຸ່ມເລືອກໃຫ້ກິນໄວຕາມິນລວມຫລືບໍ່ກໍກິນຢາປອມ ຊຶ່ງເປັນກ້ອນນໍ້າຕານ ທີ່ບໍ່ມີຜົນຫຍັງ.

ໃນຕອນທ້າຍຂອງການສຶກສາຄົ້ນຄວ້າ ໃນກາງປີ 2011 ພວກນັກຄົ້ນຄວ້າພົບວ່າ ທ່ານ ໝໍທີ່ກິນຢາໄວຕາມິນລວມມີອັດຕາການເປັນໂຣກມະເຮັງລວມຂ້ອນຂ້າງຕໍ່າກວ່າ ເມື່ອ ທຽບໃສ່ກຸ່ມ ທີ່ກິນຢາປອມ ແລະນັ້ນແມ່ນລວມທັງພວກຜູ້ຊາຍທີ່ມີປະຫວັດໃນການເປັນ ໂຣກມະເຮັງມາກ່ອນ ນໍາດ້ວຍ. ແຕ່ເຖິງຢ່າງໃດກໍຕາມ ເມື່ອພວກນັກຄົ້ນຄວ້າໄດ້ວິເຄາະ ອັດຕາການເປັນໂຣກມະເຮັງ ໂດຍຈັດເປັນແຕ່ລະຊະນິດ ພວກເຂົາເຈົ້າບໍ່ເຫັນວ່າ ມີຄວາມ
ແຕກຕ່າງຫຍັງຫລາຍ ໃນການຫລຸດລົງຂອງມະເຮັງຊະນິດໃດຊະນິດນຶ່ງເປັນການສະ ເພາະລວມທັງມະເຮັງໃນຕ່ອມນໍ້າກາມ ຊຶ່ງເປັນໂຣກມະເຮັງ ທີ່ພວກຜູ້ຊາຍມັກເປັນກັນ ຫລາຍທີ່ສຸດ. ສ່ວນເນື້ອ ງອກຂອງໂຣກມະເຮັງຜີວໜັງ ບໍ່ໄດ້ລວມຢູ່ໃນການສຶກສາຄົ້ນ ຄວ້ານີ້.

ໃນເມື່ອວ່າ ພວກທີ່ໄດ້ຮັບຜົນປະໂຫຍດຈາກການກິນຢາໄວຕາມິນລວມປະຈໍາວັນ ແມ່ນ ມີໜ້ອຍປະມານ 8% ເທົ່ານັ້ນທ່ານ Howard Sesso ຜູ້ຮ່ວມທໍາການສຶກສາຄົ້ນຄວ້າ ຊຶ່ງເປັນນັກວິເຄາະປະຊາກອນທີ່ມະຫາ ວິທະຍາໄລ Harvard ຮັບຮູ້ວ່າ ຫລາຍໆຄົນ ອາດຈະຢາກເລີ້ມກິນຢາ ບໍາລຸງຮ່າງກາຍ ເຖິງແມ່ນວ່າຈະມີຢາຫລາຍໆ ຍີ່ຫໍ້ວາງຂາຍ ຢູ່ເທິງຖ້ານ ຮ້ານຂາຍຢາ ອາດຈະພາໃຫ້ສັບສົນ ຈົນບໍ່ຮູ້ວ່າຈະເອົາຢາໃດດີກໍຕາມ. ທ່ານ Sesso ເວົ້າວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ຄວາມຮູ້ສຶກຂອງພວກ ເຮົາບໍ່ໄດ້ໃສ່ໃຈເລືອກຊື້ຫຍີ່ຫໍ້ໃດ ຫຼາຍເທົ່າກັນກັບຄວາມສົນໃຈໃນນິ ຍາມຂອງໄວຕາມິນລວມ ທີ່ເສີມກໍາລັງນັ້ນ ຄວນຈະມີໄວຕາມິນສໍາ ຄັນສ່ວນໃຫຍ່ ຖ້າຫາກວ່າບໍ່ແມ່ນລວມເອົາໄວຕາມິນ ໝົດທຸກຊະນິດແລະແຮ່ທາດທີ່ວ່າເປັນສູນລວມສໍາຄັນສໍາລັບສຸຂະພາບມະນຸດ.”

ຢາໄວຕາມິນບໍາລຸງສຸຂະພາບທີ່ມີຂາຍຢູ່ທົ່ວໄປທີ່ໃຊ້ໃນການສຶກສາຄົ້ນຄວ້າຄັ້ງນີ້ ແມ່ນ ຢາທີ່ເຮັດຕາມສູດ ທີ່ໃຊ້ສະເພາະຜູ້ຊາຍອາຍຸແກ່ເທົ່ານັ້ນ.

ພວກນັກຄົ້ນຄວ້າເວົ້າວ່າ ພວກເຂົາເຈົ້າຈະພິມເຜີຍແຜ່ຂໍ້ມູນກ່ຽວກັບຜົນດີຂອງໄວຕາມິນ ລວມທີ່ມີຕໍ່ສຸກຂະພາບຂອງຫົວໃຈ ແລະຫລອດເລືອດ ໃນໄວໆນີ້.

ການສຶກສາຄົ້ນຄວ້າກ່ຽວກັບຢາໄວຕາມິນລວມ ແລະການຫລຸດຜ່ອນການເປັນໂຣກມະ ເຮັງ ໃນພວກຜູ້ຊາຍອາຍຸແກ້ ແມ່ນພິມເຜີຍແຜ່ຢູ່ໃນວາລະສານສະມາຄົມການແພດ ອາ ເມຣິກັນ ຫລື Journal of the American Medical Associationສະບັບທີ່ອອກລ່ວງ ໜ້າທາງອິນ ເຕີແນັດ.
XS
SM
MD
LG