ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົມພາຍຸຫົວກຸດ Tornadoes ພັດຖະຫລົ່ມ ລັດ Texas ແຕ່ບໍ່ມີຄົນຕາຍ (ເບິ່ງສະໄລດ໌)


ລົມພະຍຸຫົວກຸດ Tornadoes ຫລາຍຫົວໄດ້ ຜັດທໍາລາຍເຮືອນຊານ ແລະລົດ ຢູ່ພາກໃຕ້ຂອງ ລັດ Texas.
ລົມພະຍຸຫົວກຸດ Tornadoes ຫລາຍຫົວໄດ້ ຜັດທໍາລາຍເຮືອນຊານ ແລະລົດ ຢູ່ພາກໃຕ້ຂອງ ລັດ Texas.

ທີ່​ສະຫະລັດ ບັນດາ​ນັກ​ພະຍາກ​ອນອາກາດ​ກ່າວ​ວ່າ ລົ​ມພາຍຸ​ຫົວກຸດ ຫລື Tornadoes
ລະຫວ່າງ ​ຫົກ​ຫາ​ສິບ​ສອງຫົວ ​ໄດ້​ພັດ​ຜ່ານພາກ ຕາ​ເວັນ​ຕົກ​ສຽງໃຕ້​ຂອງສະຫະລັດ​ ​
ໂດຍ​ພັດ​ເອົາ​ລົດ​ລາຟົ້ງ​ຂຶ້ນ​ໄປ​ທົ່ວ ທີບ ​ແລະເຮັດ​ໃຫ້ຕຶກອາຄານ​ພັງ​ລົງ ໃນ​ວັນ​ອັງຄານ
ວານ​ນີ້.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າຢ່າງ​ນ້ອຍ 13 ຄົນ​ໄດ້​ຮັບ​ບາດ​ເຈັບ ຍ້ອນ​ລົ​ມພາຍຸ ດັ່ງກ່າວ​ ຂະ​ນະ​
ທີ່​ມັນ​ພັດ​ຖະຫລົ່ມເມືອງ​ດາ​ລັສ ລັດ​ເທັກຊັສ ​ແລະເຂດ​ຊານເມືອງດັ່ງກ່າວ ຊຶ່ງ​ເປັນ​ເຂດ​
ນຶ່ງທີ່​ມີ​ປະຊາກອນ​ໜາ​ແໜ້ນຫລາຍ​ທີ່​ສຸດ​ຂອງ​ປະ​ເທດ. ຢ່າງ​ໜ້ອຍ​ສອງ​ຄົນໄດ້ຮັບ
ບາ​ດ​ເຈັບ​ສາຫັດ.

ພວກ​ພະຍາກອນ​ອາກາດບັນ​ລະ​ຍາຍ​ກ່ຽວ​ກັບ​ລົມພາຍຸ​ຫົວ​ຂຸດ​ເຫລົ່າ​ນັ້ນ​ວ່າ “​ຮ້າຍ​ແຮງ ​
ແລະ​ອັນຕະລາຍ​ທີ່​ສຸດ.”

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜົນ​ເສຍ​ຫາຍແມ່ນ​ມີ​ແຜ່​ຫລາຍ ​ແລະ​ໂຊກ​ດີ​ທີ່​ສຸດ​ທີ່​ບໍ່​ມີ​ຜູ້​ເສຍ​ຊີວິດ ​
ແລະກ່າວ​ອີກ​ວ່າ ເຂົາ​ເຈົ້າ​ຈະບໍ່​ຮູ້​ໄດ້​ວ່າ ​ມີ​ລົມ​ພາຍຸ​ຫົວ ກຸດ​ຫລາຍ​ປານ​ໃດ ​ທີ່​ໄດ້​ພັດ​ມາ
ປະ​ທະຂົງ​ເຂດ ຈົນ​ກວ່າ​ແລງ​ວັນ​ພຸດ​ນີ້.

ບໍລິ​ສັດ​ການບິນ American Airlines ທີ່​ມີ​ສູນ​ກາງ​ຢູ່​ລັດ​ເທັກ​ຊັສນັ້ນ​ໄດ້​ລົບ​ລ້າງ​ຖ້ຽວ​
ບິນທັງ​ໝົດ​ຈາກ ສະໜາມ​ບິນ Dallas-Forth Worth ຈົນ​ຮອດ​ວັນ​ພຸດ. ​ບັນດາເຈົ້າ​
ໜ້າ​ທີ່​ສາຍການ​ບິນກ່າວ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ໄດ້​ກວດກາ​ເບິ່ງ​ເຮືອບິນ​ 100 ກວ່າລໍາ​ທີ່
ຖືກ​ທໍາລາຍ​ຍ້ອນໜາກ​ເຫັບ.

XS
SM
MD
LG