ບັນດາຜູ້ເຫັນເຫດການໃນພາກເໜືອຂອງ ໄນຈີເຣຍ ກ່າວວ່າ ລະເບີດໄດ້ແຕກຢ່າງໜ້ອຍ 4 ລູກໃນວັນອາທິດວານນີ້ ທີ່ນະຄອນ Maiduguri, ເມືອງຫຼວງຂອງລັດ Borno ເຊິ່ງເປັນບ່ອນທີ່ພວກຫົວຮຸນແຮງ ໂບໂກ ຮາຣາມ ຍັງເຄື່ອນໄຫວຢູ່.
ຍັງບໍ່ທັນມີລາຍງານເທື່ອກ່ຽວກັບຜູ້ເສຍຊີວິດ ຫຼືຮັບບາດເຈັບຈາກເຫດການລະເບີດດັ່ງກ່າວ.
ຜູ້ເຫັນເຫດການຫຼາຍຄົນໄດ້ກ່າວວ່າ ລະເບີດ 2 ລູກໄດ້ແຕກໃນເວລາໜຶ່ງນາທີຫ່າງກັນ ທີ່
ວັດອິສລາມໃນໃຈກາງເມືອງ ໃນຂະນະທີ່ປະຊາຊົນກຳລັງເຂົ້າຮ່ວມໃນການສວດມົນຄັ້ງສຸດທ້າຍຂອງພວກເຂົາ ສຳລັບມື້ນັ້ນ.
ມີລາຍງານການລະເບີດຄັ້ງອື່ນໆ ວ່າເກີດຂຶ້ນຢູ່ຕະຫຼາດໃນນະຄອນ Maiduguri.
ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີດັ່ງກ່າວ, ແຕ່ວ່າພວກ
ໂບໂກ ຮາຣາມ ໄດ້ໃຊ້ລະເບີດຊ້ຳແລ້ວຊ້ຳອີກຕັ້ງແຕ່ພວກເຂົາໄດ້ເລີ່ມປະຕິບັດການຕໍ່
ຕ້ານລັດຖະບານໃນປີ 2009 ເປັນຕົ້ນມາ.
ພວກ ໂບໂກ ຮາຣາມ ເຊິ່ງເມື່ອບໍ່ດົນມານີ້ ໄດ້ປະຕິຍານຕົນຕໍ່ກຸ່ມຫົວຮຸນແຮງ ລັດອິສລາມ, ແລະ ໄດ້ຂ້າປະຊາຊົນ ໄນຈີເຣຍ ຫຼາຍກວ່າ 10,000 ຄົນ ໃນການຕໍ່ສູ້ເພື່ອວາງກົດສາສະ
ໜາອິສລາມ ໃນພາກເໜືອຂອງ ໄນຈີເຣຍ.