ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຫຼາຍຄົນ ເສຍຊີວິດ ແລະ ບາດເຈັບ ໃນການໂຈມຕີ ສະຫຼະຊີບ ໃນ ອັຟການິສຖານ


ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ເຝົ້າຕິດ ຕາມຢູ່ຈຸດເກີດເຫດ ການໂຈມຕີລະເບີດສະຫຼະຊີບ ໃນເຂດ ນອກນະຄອນຫຼວງ Kabul ທາງພາກຕາເວັນຕົກ. ປະເທດ ອັຟການິສຖານ. 30 ມິຖຸນາ, 2016.
ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ເຝົ້າຕິດ ຕາມຢູ່ຈຸດເກີດເຫດ ການໂຈມຕີລະເບີດສະຫຼະຊີບ ໃນເຂດ ນອກນະຄອນຫຼວງ Kabul ທາງພາກຕາເວັນຕົກ. ປະເທດ ອັຟການິສຖານ. 30 ມິຖຸນາ, 2016.

ມື​ລະເບີດລົດສະຫຼະຊີບຂອງພວກຕາລີບານ ໄດ້​ແລ່ນ​ເຂົ້າ​ໃສ່ຂະບວນລົດຕຳ ຫຼວດໃນ ນະຄອນຫຼວງ Kabul ຂອງອັຟການິສຖານ ໃນວັນພະຫັດມື້ນີ້​ໂດຍ​ມີລາຍງານວ່າ ເຈົ້າໜ້າ ທີ່ຮັກສາຄວາມປອດໄພໄດ້ຖືກຂ້າຕາຍຢ່າງໜ້ອຍ 30 ຄົນ.

ຂະບວນລົດດັ່ງກ່າວໄດ້ຂົນສົ່ງນັກຮຽນນາຍຮ້ອຍຕຳຫຼວດ ແລະ ຄູຝຶກຫຼາຍຄົນ ໃນເວລາ ທີ່ຖືກໂຈມຕີ. ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ຢືນຢັນວ່າ ມັນໄດ້ມີລະເບີດແຕກຢ່າງ ລຽນຕິດ.

ໂຄສົກກະຊວງພາຍໃນທ່ານ Sediq Seddiqi ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ ແມ່ນກຳລັງ ລວບລວມຂໍ້ມູນ ແລະ ໄດ້ສັນຍາວ່າຈະເປີດເຜີຍໃຫ້ຮູ້ໃນໄວໆນີ້.

ຜູ້ເຫັນເຫດການໄດ້ກ່າວຕໍ່ວີໂອເອວ່າ ພວກເຂົາເຈົ້າໄດ້ເຫັນເຈົ້າໜ້າທີ່ຕຳ ຫຼວດເຄື່ອນ ຍ້າຍສົບຂອງຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບອອກ ຈາກ​ບ່ອນ​ເກີດ​ເຫດ.

ພວກ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ​ໃນ​ເຫດລະເບີດຄັ້ງນີ້. ໃນຖະ ແຫຼງການ ສະບັບໜຶ່ງທີ່ສົ່ງ​ໄປໃຫ້ນັກຂ່າວ, ໂຄສົກຂອງພວກຕາລີບານ ທ້າວ Zabihullah Mujahid ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂັບລົດຂອງລາວ ທີ່ເຕັມໄປດ້ວຍລະເບີດເຂົ້າໃສ່ ຂະບວນລົດດັ່ງກ່າວ.

ທ້າວ Mujahid ກ່າວຕື່ມວ່າ ມືລະເບີດຄົນທີສອງ ຕໍ່ມາໄດ້ໂຈມຕີພວກເຈົ້າ ໜ້າທີ່ຕຳຫຼວດ ທີ່ໄດ້ໄປໂຮມກັນຢູ່​ໃນ​ບໍລິ​ເວນເກີດເຫດຄັ້ງທຳອິດ. ລາວໄດ້ ອ້າງວ່າການໂຈມຕີທັງສອງ ຄັ້ງໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟການິສຖານ ຫຼາຍສິບຄົນ.

​ເຫດລະເບີດທີ່ຮ້າຍແຮງນີ້ ໄດ້ເກີດຂຶ້ນອາທິດໜຶ່ງຫຼັງຈາກມືລະເບີດສະຫຼະຊີບ ຂອງພວກ ຕາລີບານ ຄົນໜຶ່ງ ໄດ້ໂຈມຕີລົດເມທີ່ຂົນສົ່ງຜູ້ໂດຍສານ ​ເຊິ່ງ ສ່ວນໃຫຍ່ເປັນຜູ້ຮັກສາ ຄວາມປອດໄພ ຊາວ ເນປານ ເຮັດວຽກຢູ່ສະຖານທູດ ການາດາ ໃນນະຄອນຫຼວງ Kabul. ​ເຫດລະເບີດຄັ້ງນັ້ນໄດ້ເຮັດໃຫ້ມີ 14 ຄົນ ເສຍຊີວິດ, ສ່ວນໃຫຍ່ແມ່ນ​ເປັນ ຊາວເນປານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ແຜນທີ່ ປະເທດ ອັຟການິສຖານ
ແຜນທີ່ ປະເທດ ອັຟການິສຖານ

XS
SM
MD
LG