ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ເດັກນ້ອຍ 6 ຄົນ ເສຍຊີວິດ ໃນອຸປະຕິເຫດ ລົດເມຂວ້ຳ ແລະພຸ່ງ​ເຂົ້າຕຳຕົ້ນໄມ້


ບັນດາເຈົ້າໜ້າທີ່ກູ້ໄພ ຢູ່ທີ່ຈຸດເກີດ ອຸປະຕິເຫດ ລົດເມຕຳຕົ້ນໄມ້ ທີ່ເຮັດໃຫ້ມີການເສຍສີວິດເກີດຂຶ້ນ ໃນເມືອງ Chattanooga, ລັດTennessee, ວັນທີ 21 ພະຈິກ 2016.

ຕຳຫຼວດ ໃນເມືອງ Chattanooga ທາງພາກໃຕ້ ຂອງລັດ Tennessee ໄດ້ຈັບກຸມ ຄົນຂັບລົດເມຂອງໂຮງຮຽນໄວ້ຫຼັງຈາກ​ໄດ້ເກີດອຸປະຕິເຫດ ທີ່ເຮັດໃຫ້ມີເດັກນ້ອຍ ເສຍຊີວິດ ຢ່າງໜ້ອຍ 6 ຄົນ.

ບັນດາເຈົ້າໜ້າທີ່ ກ່າວວ່າ ລົດເມດັ່ງກ່າວ ບັນທຸກນັກຮຽນ 35 ຄົນ ຈາກໂຮງຮຽນ ປະຖົມແຫ່ງໜຶ່ງ ເມື່ອມັນເສຍຫຼັກປີ້ນຂວ້ຳແລະພຸ່ງ​ເຂົ້າ ຕຳຕົ້ນໄມ້.

ຄົນຂັບລົດເມດັ່ງກ່າວ ຖືກກ່າວຫາ ໃນຖານຄາດຕະກຳດ້ວຍລົດຍົນ, ຂາດຄວາມ
ລະມັດລະວັງ ເຮັດໃຫ້ຄົນອື່ນຕົກຢູ່ໃນອັນຕະລາຍ ແລະ ຂັບລົດດ້ວຍຄວາມບໍ່
ຮອບຄອບ.

ຜູ້ບັນຊາການຕຳຫຼວດເມືອງ Chattanooga ທ່ານ Fred Fletcher ກ່າວວ່າ ບໍ່ມີ ລົດຄັນອື່ນໃດ ກ່ຽວພັນໃນອຸປະຕິເຫດຄັ້ງນີ້ ແລະ ວ່າ ບັນດານັກສືບສວນສອບສວນ ໄດ້ພິຈາລະນາເບິ່ງຄວາມໄວ ຊຶ່ງ​ອາດ​ຈະເປັນສາເຫດ ທີ່​ເປັນ​ໄປ​ໄດ້ສູງ.

ທ່ານ Fletcher ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ວ່າ “ພວກເຮົາຂໍສົ່ງກຳລັງໃຈ ພ້ອມກັນກັບ ກຳລັງໃຈຂອງປະຊາຊົນທັງໝົດເຫຼົ່ານີ້ ທີ່ຢູ່ດ້ານຫຼັງຂ້າພະເຈົ້າ ​ໄປ​ໃຫ້ແກ່ໝົດທຸກຄົນຜູ້ທີ່ພົວພັນກັບເຫດການນີ້ ພວກເຮົາຮັບປະກັນວ່າ ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດເຮັດໄດ້.”

ບັນດາເຈົ້າໜ້າທີ່ ກ່າວວ່າ ພວກເດັກນ້ອຍ 23 ຄົນ ໄດ້ຖືກນຳສົ່ງໄປຍັງໂຮງໝໍແຫ່ງ
ຕ່າງໆ. ໄອຍະການເມືອງ Hamilton ທ່ານ Neal Pinkston ໄດ້ກ່າວຕໍ່ສື່ມວນຊົນ
ວ່າ ເດັກນ້ອຍ 5 ຄົນ ໄດ້ເສຍຊີວິດ ຢູ່ທີ່ຈຸດເກີດເຫດ ແລະ ຜູ້ໜຶ່ງເສຍຊີວິດຢູ່ທີ່ໂຮງໝໍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິທະຍຸໂທລະພາບຂອງ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG