ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 4 ຄົນ ເສຍຊີວິດ ໃນການປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ ປະເທດໂຕໂກ


ພວກທີ່ສະໜັບສະໜຸນຝ່າຍຄ້ານ ປະກອບສ່ວນເຂົ້າໃນການ ປະທ້ວງ ຮຽກຮ້ອງໃຫ້ປະທານາທິບໍດີ Faure Gnassingbe ລົງຈາກອຳນາດ ໃນນະຄອນຫຼວງ Lome ປະເທດ Togo, 20 ກັນຍາ, 2017.
ພວກທີ່ສະໜັບສະໜຸນຝ່າຍຄ້ານ ປະກອບສ່ວນເຂົ້າໃນການ ປະທ້ວງ ຮຽກຮ້ອງໃຫ້ປະທານາທິບໍດີ Faure Gnassingbe ລົງຈາກອຳນາດ ໃນນະຄອນຫຼວງ Lome ປະເທດ Togo, 20 ກັນຍາ, 2017.

ມີຢ່າງນ້ອຍ 4 ຄົນ ໄດ້ຖືກສັງຫານ ໃນທົ່ວ Togo, ຊຶ່ງເປັນປະເທດນ້ອຍໆໃນເຂດ
ອາຟຣິກາຕາເວັນຕົກ ໃນການປະທະກັນ ລະຫວ່າງກອງກຳລັງຮັກສາຄວາມປອດໄພ
ແລະພວກປະທ້ວງທີ່ຮຽກຮ້ອງໃຫ້ຍຸຕິການກຳອຳນາດຂອງປະທານາທິບໍດີ Faure Gnassingbe.

ລັດຖະມົນຕີກະຊວງຮັກສາຄວາມປອດໄພ ພັນເອກ Damehame Yark ໄດ້ກ່າວ
ໃນວັນພຸດວານນີ້ວ່າ ມີຄົນນຶ່ງຖືກຍິງຕາຍ ໃນນະຄອນຫຼວງ Lome ໃນຂະນະທີ່
ອີກສາມຄົນ ໄດ້ຖືກສັງຫານ ໃນເມືອງ Sokode ຫົວມືອງໃຫຍ່ອັນດັບສອງຂອງ
Togo ທີ່ຕັ້ງຢູ່ຫ່າງອອກໄປຫຼາຍກວ່າ 300 ກິໂລແມັດ ທາງເໜືອຂອງນະຄອນຫຼວງ
Lome.

ທ່ານ Yark ກ່າວວ່າ ມີພວກປະທ້ວງ 60 ຄົນ ໄດ້ຖືກຈັບກຸມ ໃນການປະທະກັນ
ເມື່ອວັນພຸດວານນີ້.

ບັນດາພວກຜູ້ນຳຝ່າຍຄ້ານ ໄດ້ວາງແຜນທີ່ຈະປະທ້ວງເປັນເວລາ 2 ມື້ ຕໍ່ຕ້ານປະທານາ
ທິບໍດີ Gnassingbe ຜູ້ທີ່ໄດ້ຂຶ້ນກຳອຳນາດ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ ເພື່ອແທນ
ມື້ລາງບິດາຂອງທ່ານ ກໍຄືປະທານາທິບໍດີ Gnassingbe Eyadema.

ການປະທ້ວງໄດ້ລະເບີດຂຶ້ນໃນທົ່ວປະເທດ Togo ນັບຕັ້ງແຕ່ເດືອນສິງຫາເປັນຕົ້ນມາ
ຍ້ອນການສະເໜີຂອງປະທານາທິບໍດີຄົນປັດຈຸບັນ ທີ່ໃຫ້ດັດແກ້ລັດຖະທຳມະນູນ ໂດຍການລົບລ້າງການຈຳກັດສະໄໝການດຳລົງຕຳແໜ່ງຂອງປະທານາທິບໍດີທີ່ອາດ
ຈະອະນຸຍາດທ່ານ ໃຫ້ ໄດ້ກຳອຳນາດຕໍ່ໄປ ຈົນຮອດຢ່າງນ້ອຍເຖິງປີ 2030.

ທ່ານ Gnassingbe ຜູ້ເປັນພໍ່ ກໍໄດ້ເປັນປະທານາທິບໍດີຂອງ Togo ແຕ່ປີ 1968
ຈົນ ເທົ່າທ່ານເຖິງແກ່ອະສັນຍະກຳ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG