ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາ ອາເມຣິກັນ ເຊື້ອສາຍລາວ ຈາກ ລັດອີລລີນອຍ ຢ້ຽມຢາມ ວໍຊິງຕັນ


ບັນດານັກສຶກສາ ຈາກມູນນິທິການສຶກສາ ລົງ​ພື້ນຖານ​​ ວັດທະນາທຳຕ່າງໆ ຫລື MEOF ຈາກລັດ ອິລລິນອຍ ຢ້ຽມຢາມ ວີໂອເອ.
ບັນດານັກສຶກສາ ຈາກມູນນິທິການສຶກສາ ລົງ​ພື້ນຖານ​​ ວັດທະນາທຳຕ່າງໆ ຫລື MEOF ຈາກລັດ ອິລລິນອຍ ຢ້ຽມຢາມ ວີໂອເອ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະນຳເອົາ
ການສຳພາດ ກັບຍານາງເພັດ Haverkos ຜູ້ນຳພາ ບັນດານັກສຶກສາອາເມຣິກັນເຊື້ອ
ສາຍລາວ ຈາກມູນນິທິ​ການສຶກສາລົງ​ພື້ນຖານວັດທະນາທຳຕ່າງໆ ຫລື Multi Edu-
cation Outreach Foundation ຫລື MEOF ທີ່ເດີນທາງມາຈາກ ເມືອງ Elgin ລັດ
Illinois ​ເພື່ອມາທັດສະນະສຶກສາຢູ່ນະຄອນຫລວງວໍຊິງຕັນ. ມູນນິທິການສຶ​ກສາລົງພື້ນ
ຖານວັດທະນາທຳຕ່າງໆ ສິດສອນເຍົາວະຊົນອາເມຣິກັນເຊື້ອສາຍລາວ ໃຫ້ມີກິດຈະ
ການ​ ແລະຮຽນຮູ້ພື້ນຖານຄວາ​ມ​ເປັນ​ມາ​ຂອງເຂົາເຈົ້າ ຊຶ່ງ ກິ່ງສະຫວັນ ຈະນຳມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ
ມື້ນີ້ ຂ້າພະເຈົ້າຈະນຳພາທ່ານ ໄປຟັງການສຳພາດກັບ ຍານາງເພັດ Haverkos ຜູ້
ຕາງໜ້າມູນນິທິການ​ສຶກສາລົງພື້ນຖານວັດທະນາທຳຕ່າງໆ ຫລື Multicultural
Education Outreach Foundation ມີຊື່ຫຍໍ້ວ່າ MEOF ນຳພາຄະນານັກສຶກສາ
38 ຄົນຈາກເມືອງ Elgin ລັດ Illinois ສະຫະລັດ. ​ເຂົາ​ເຈົ້າ​ໄດ້ພາກັນ​ເດີນທາງ​ດ້ວຍ
ຂະ​ບວນລົດຕູ້ສີ່​ຄັນ ໃນໄລຍະທາງຫຼາຍກວ່າ 700 ໄມລ ​ແລະ​ໄດ້ໃຊ້ເວລາ 12 ຊົ່ວ
ໂມງ ຈຶ່ງເຖິງນະຄອນຫລວງວໍຊິງຕັນ.

ສະມາຊິກ ມູນນິທິ MEOF ຢ້ຽມຢາມ ສະຖານທູດ ສປປ ລາວ.
ສະມາຊິກ ມູນນິທິ MEOF ຢ້ຽມຢາມ ສະຖານທູດ ສປປ ລາວ.

ການເດີນທາງມາຢ້ຽມຢາມເມືອງເອກຂອງສະຫະລັດ ເປັນເລື່ອງຍິ່ງໃຫຍ່ ແລະ
ຕື່ນເຕັ້ນສຳລັບຜູ້ທີ່ຢູ່ຫ່າງໄກ. ຄວາມຈິງແລ້ວ ປະຊາກອນສະຫະລັດຫລາຍລ້ານ
ຄົນຢູ່ທົ່ວປະເທດ ບໍ່ວ່າຈະຢູ່ໃກ້ ແລະໄກ ຍັງບໍ່ມີໂອກາດໄດ້ມາເຫັນນະຄອນຫລວງ ແລະເມືອງສຳຄັນຕ່າງໆໃນປະເທດຂອງຕົນກໍມີ. ສາເຫດນຶ່ງກໍແມ່ນເນື່ອງມາຈາກ
ຄວາມກ້ວາງໃຫຍ່ກວງໄກ ຕ້ອງມີຄວາມສົນໃຈເປັນພິເສດ ຕ້ອງໄດ້ໃຊ້ຈ່າຍເງິນເດີນ
ທາງຫຼວງຫຼາຍ ຕ້ອງມັກສະແຫວງຫາການສຶກສາ ແລະ​ເພື່ອສັງເກດເບິ່ງຊີວິດການ
ເປັນຢູ່ຂອງ​ຊາວ​ອາ​ເມຣິກັນ​ໃນ​ເຂດ​ຕ່າງໆ.

ລະດູຮ້ອນແມ່ນລະດູໂຮງຮຽນພັກ ພວກນັກຮຽນ ແລະນັກສຶກສາພາກັນຢຸດຮຽນພັກ
ຜ່ອນ ແລະທຳກິດຈະກໍາພິເສດຕ່າງໆ. ​ໂດຍ​ສ​ະ​ເພາະ​ຢ່າງ​ຍິ່ງລະດູຮ້ອນ​ແມ່ນປະເພນີ
ຂອງຊາວອາເມຣິກັນ ທີ່ຈະພາກັນເດີນທາງປະຈຳ​ປີ ໄປທ່ຽວແຫ່ງໃດແຫ່ງນຶ່ງ ບໍ່ວ່າຈະ
ຢູ່ໃນປະເທດ ຫຼືປະເທດອື່ນກໍຕາມ.

ມູນນິທິການ​ສຶກສາລົງ​ພື້ນຖານວັດທະນາທຳຕ່າງໆ ຫລື MEOF ມີຈຸດປະສົງນຳພາເຍົາ
ວະຊົນອາເມຣິກັນເຊື້ອລາວ ຊຶ່ງໃນ​ນັ້ນ​ມີ​ເຍົາວະ​ຊົນລູກ​ຊອດ ຊຶ່ງພໍ່ ຫລືແມ່ໄດ້ແຕ່ງງານ
ກັບຄົນ​ເຊື້ອຊາດອື່ນເຊັ່ນວ່າ ອາເມຣິກັນຜີວຂາວ ຜີວດຳ ເຢຣະມັນ ສະເປນ ແລະອື່ນໆ. ເຍົາວະຊົນເຫລົ່ານີ້ ສ່ວນໃຫຍ່ເປັນນັກສຶກສາຂັ້ນມັດທະຍົມ ຊຶ່ງຍານາງເພັດ Haverkos ຫົວໜ້າຜູ້ນຳພາໄດ້ເລົ່າສູ່ ວີໂອເອ ຟັງດັ່ງນີ້:

ສະມາຊິກ ມູນນິທິ MEOF ຢ້ຽມຢາມ ລັດຖະສະພາ.
ສະມາຊິກ ມູນນິທິ MEOF ຢ້ຽມຢາມ ລັດຖະສະພາ.

ລິງໂດຍກົງ

ທ້າວ Landon ຫລວງສົມຄໍາ ມີຄວາມສົນໃຈເປັນຢ່າງຍິ່ງກັບໂຄງການ ມູນນິທິ
ການ​ສຶກສາລົງ​ພື້ນຖານວັດທະນາທຳຕ່າງໆ ແລະໄດ້ປະກອບສ່ວນມາ ໄດ້ສີ່ປີແລ້ວ
Landon ໄດ້ກ່າວຕໍ່ ວີໂອເອວ່າ:

“ຂະ​ນ້ອຍ​ຊື່ວ່່າ​ທ້າວ Landon ຫລວງ​ສົມຄໍາ ອາຍຸ 18 ປີ ຫາ​ກໍ​ຮຽນ​ຈົບ​ຈາກ​ມັດ
ທະຍົມແລະ​ຈະ​ເຂົ້າ​ເປັນ​ທະ​ຫານຮັກສາ​ດິນແດນ ຫລື National Guard. ຫລັງ​
ຈາກຂ້າ​ນ້ອຍ​ຈົບການ​ເຝິກ​ແອບ​ແລ້ວ​ ຂ້ານ້ອຍຈະ​ໄປ​ເຂົ້າ​ມະຫາວິທະຍາຢູ່​ໃກ້​ໆ
ບ້ານ ຈະຮຽນກ່ຽວ​ກັບວິ​ຊະວະ​ກຳ​ ຫລັງ​ຈາ​ກນັ້ນ​ຂ້ານ້ອຍ​ຈະ​ຍ້າຍ​ໄປ​ຮຽນ​ຢູ່
ມະ​ຫາ​ວິທະ​ຍາ​ໄລ Lewis ທີ່​ເມື​ອງ Romeoville ​ໃນ​ລັດ Illinois. ຂ້າ ນ້ອຍ​ເກີ​ດ
ຢູ່​ໃນ​ສະຫະລັດ ​ໃນ​ປີ 1998 ຂ້າ​ນ້ອຍ​ບໍ່​ເຄີຍ​ໄປ​ເມືອງ​ລາວຈັກເທື່ອ ​ແຕ່ກໍ​ຢາກ​ໄປ
​ຢ້ຽມຢາມ. ​ເວລາ​ຂ້າ​ນ້ອຍເປັນ​ທະຫານ​ຮັກສາ​ດິນ​ແດນ ຂ້າ​ນ້ອຍ​ຈະ​ເຮັດ​ວຽກ​ກ່ຽວ​
ກັບ​ຂໍ້​ມູນ ຫລື IT ​ແລ້ວຫລັງ​ຈາກ​ອອກ​ມາ​ເປັນ​ພົນລະ​ເຮືອນ​ຂ້ານ້ອຍຈະ​ເຮັດ​ວຽກ
ເປັນນັກ​ວິ​ຊະວະ​ກອນ​. ຂ້ານ້ອຍ​ຈະ​ບໍ່​ເປັນ​ທະຫານ​ຮັກສາ​ດິນ​ແດນ​ເຕັມ​ເວລາ ​ແຕ່​
ຈະ​ຮັບ​ໃຊ້​ອາທິດ​ນຶ່ງ​ຕໍ່ເດືອນເປັນ​ເວລາ​ສີ່​ປີ ຫລັງ​ຈາກ​ນັ້ນ​ຈະຮັບ​ໃຊ້​ແບບ​ບໍ່​ເປັນ
​ປະຈຳ​ເປັນ​ເວລາ​ສອງ​ປີ. ​ເຫດຜົນ​ທີ່ຂ້າ​ນ້ອຍຢາກຮັບ​ໃຊ້​ເປັນທະຫານ​ຮັກສາ​ດິນ
ແດນ​ກໍ​ເພາະວ່າ ​ຢາກ​ຮັບ​ໃຊ້​ປະ​ເທດ​ຊາດ​ ອີກ​ຢ່າງ​ນຶ່ງ​ກໍ​ເພາະວ່າ​ເຂົາ​ເຈົ້າ​ຈະຊ່ວຍ
ໃຊ້ຈ່າຍ​ຄ່າ​ໂຮງຮຽນໃຫ້ ​ແລະ​ຊ່ວຍ​ດ້ານ​ການ​ເງິນ​ຫລາຍ​ຢ່າງ. ​ເນື່ອງ​ຈາກ​ວ່າ​ຂ້າ​
ນ້ອຍຮັບ​ໃຊ້​ເດືອນ​ນຶ່ງ​ເທື່ອ​ນຶ່ງ ​ແລະ​ສອງ​ອາທິດ​ໃນ​ລະດູ​ຮ້ອນ ​ເພາະສະ​ນັ້ນຂ້າ​
ນ້ອຍຈຶ່ງ​ສາມາດໄດ້ຢູ່​ບ້ານ​ ​ແລະ​ຮັບ​ໃຊ້​ປະ​ເທດ ​ແລະພ້ອມ​ດຽວ​ກັນ​ກໍ​ໄປໂຮງ​
ຮຽນນຳ. ຂ້າ​ນ້ອຍ​ຕ້ອງ​ຮັບ​ໃຊ້​ເປັນ​ທະຫານ​ຮັກສາ​ດິນ​ແດນ​ເປັນ​ເວລາ​ທັງ
ໝົດຫົກ​ປີ ​."

ສະມາຊິກ ມູນນິທິ MEOF ຢູ່ພິທີ່ຮັບຕ້ອນທີ່ ລັດຖະສະພາ.
ສະມາຊິກ ມູນນິທິ MEOF ຢູ່ພິທີ່ຮັບຕ້ອນທີ່ ລັດຖະສະພາ.

ຕິດ​ຕາມມາ​ນຳ​ຄະນະ​ອີກຜູ້ນຶ່ງກໍ​ມີ ນາງ Lyann ພິລາວົງ ອາຍຸ 18 ປີ ​ຫາກໍຮຽນ​ຈົບ​
ມັດທະຍົມ ​ແລະ​ຈະ​ໄປ​ຮຽນ​ຕໍ່​ຂັ້ນ​ມະຫາວິທະຍາ​ໄລ​ຝ່າຍ​ການ​ຄ້າ. Lyann ສາມາດ
ປາກພາສາລາວໄດ້ດີສົມຄວນ ແລະໄດ້ວ່າ ເຖິງຄວາມຮູ້ສຶກກ່ຽວ​ກັບ​ການ​ມາ​ຢ້ຽມ
ຢາມ​ນະຄອນຫລວງ​ວໍຊິ​ງ​ຕັນ ຕໍ່ ວີໂອເອວ່າ:

ລິງໂດຍກົງ

ບັນດາ​ນັກຮຽນ​ຕ່າງ​ໆກໍ​ພາກັນໄດ້​ຮັບ​ຄວາມ​ມ່ວນ​ຊື່ນຈາກ​ການ​ເຂົ້າ​ຮ່ວມ ມູນ​ນິທິ​ການ
ສຶກສາລົງ​ພື້ນຖານວັດທະນາ​ທຳ​ ຊຶ່ງ​ທ້າວ Landon ​ແລະ​ນາງ Lyann ​ໄດ້​ກ່າວ​ມ້ວນ
ທ້າຍ​ດັ່ງ​ນີ້.

ລິງໂດຍກົງ

“ເປັນ​ອົງການ​ຈັດ​ຕັ້ງ​ທີ່ມ່ວນ​ຫລາຍ ​ມ່ວນ​ອີ​ຫລີ ມີ​ຄວາມ​ຮູ້ສຶກ​ວ່າ ເປັນ​ປະຊາ​ຄົມ ທີ່​
ໄດ້ມີ​ໂອ​ກາດພົບ​ພໍ້​ຫລາຍ​ຜູ້​ຫລາຍ​ຄົນ ກຸ່ມພວກ​ເຮົາ​ເປັນ​ກຸ່ມ​ໃຫຍ່ ຂ້າ​ນ້ອຍ​ໄດ້​ເລີ່​ມ​
ເຂົ້າມາ​ພົວພັນ ອາສາ​ສະມັກ​ຮັບ​ໃຊ້​ມາ​ແຕ່​ເລີ່​ມຕົ້ນ​ເມື່ອ​ສີ່​ປີ​ກ່ອນ.”

“ຂ້ານ້ອຍ​ໄດ້​ມາ​ຮ່ວມ​ຕັ້ງ​ແຕ່​ລະດູ​ຮ້ອນ​ປີ​ກາຍ​ນີ້ ຍັງ​ເຫັນວ່າ​ໃໝ່​ຢູ່ ​ແລະ​ໄດ້​ພົວພັນ.
ຂ້ານ້ອຍ​ຄິດ​ວ່າ​ເປັນ​ການສອນທີ່​ດີ​ໃຫ້ພວກ​ເດັກນ້ອຍ ຣູ້ບ່ອນ​ທີ່​ເຂົາ​ເຈົ້າ​ມາ​ຈາກ ​
ເພາະ
ວ່າ​ບໍ່​ມີ​ບ່ອນ​ຮຽນຮູ້ ແລະ​ຊອກ​ຫາ​ບໍ່ໄດ້​ງ່າຍ. ຢູ່​ໃນປະຊາ​ຄົມ​ຂອງ​ພວກ​ເຮົາ
ພວກ​ເຮົາມີ​ຄວາມ​ໃກ້ຊິດ​ ​ແລະ​ຮູ້​ກັນ​ດີ. ມັນ​ເປັນການ​ຍາກ​ທີ່​ຈະ​ສິດ ສອນ​ກັນ ​
ເພາະວ່າ​ພວກ​ຂ້ານ້ອຍ​ເປັນ​ລຸ້ນທຳ​ອິດ​ທີ່​ມາ​ເກີດ​ຢູ່​ທີ່​ນີ້ ພວກ​ຂ້າ​ນ້ອຍ​ກໍຍັງ​ຮຽນ
ຄື​ກັບ​ພວກ​ເດັກນ້ອຍ​ທີ່​ບໍ່ຮູ້​ວ່າ​ເຂົາ​ເຈົ້າ​ມາ​ຈາກ​ໃສ ​ແລະ​ເຂົາ​ເຈົ້າ​ບໍ່ເວົ້າ ​ກ່ຽວກັບ
ເລື່ອງນັ້ນ ​ເພາະສະ
ນັ້ນ​ພວກ​ຂ້າ​ນ້ອຍ​ຈຶ່ງລົງ​ພື້ນຖານ​ໄປ​ຫາ​ເຂົາ​ເຈົ້າ ​ແລະເຮັດ​
ໃຫ້​ເຂົ​າ​ເຈົ້າ​ເຂົ້າມາ​ຫາ​. ຍັງ​ມີ​ພວກ​ເດັກນ້ອຍ​ຫລາຍຄົນ​ທີ່​ຍັງ​ບໍ່​ໄດ້​ເຂົ້າ​ມາ​ຮ່ວມ ​
ເພາະວ່າ​ເຂົາ​ເຈົ້າ​ບໍ່​ຮູ້​ຊິ​ເຮັດ​ຢ່າງໃດ ​ແລະ​ນີ້​ແມ່ນ​ສິ່ງ​ທີ່​ພວກ​ຂະ​ນ້ອຍໄດ້ເຂົ້າ
ມາ​ຊ່ວຍ."​

ຄະນະນັກຮຽນ​ລະດູ​ຮ້ອນຂອງ ມູນ​ນິທິ​ການ​ສື​ກສາລົງ​ພື້ນຖານ​ປະ​ເພ​ນີຕ່າງ​ໆ ຫລື
MEOF ໄດ້​ມາ​ທັດສະນະ​ສຶກສາ ທ່ຽວ​ຊົມ​ນະຄອນຫລວງວໍ​ຊິງ​ຕັນ ​ເປັນ​ເວລາ
​ສາມ​ວັນ. ​ເຂົາ​ເຈົ້າ​ໄດ້ເຂົ້າ​ຊົມ​ຫໍ​ພິພິດ​ທະພັນ ​ພົບ​ເຈົ້າ​ໜ້າ​ທີ່​ກະຊວງ​ການຄ້າ​
ຜະ​ແນ​ກ​ເອ​ເຊຍ ​ຢ້ຽມຢາມ​ສະຖານທູດ ສປປ ລາວ ​ແລະ​ຫ້ອງ​ຂ່າວ ວີ​ໂອ​ເອ. ຫລັງ​
ຈາກ​ນັ້ນກໍ​ໄດ້​ຂັບ​ຂະບວນລົດກັບ​ຄືນ​ບ້ານ​ໄປ​ດ້ວຍ​ຄວາມ​ປອດ​ໄພ ​ແລະ​ເຕັມ​ໄປ
​ດ້ວຍຄວາມ​ຊົງ​ຈໍາ ​ແລະ​ອະ​ນຸສອນ​ຕ່າງໆ.

ສະມາຊິກ ມູນນິທິ MEOF ພາກັນມ່ວນຊື່ນຢູ່ ອະນຸສາວະຣີ George Washington.
ສະມາຊິກ ມູນນິທິ MEOF ພາກັນມ່ວນຊື່ນຢູ່ ອະນຸສາວະຣີ George Washington.

XS
SM
MD
LG