ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພົນເຮືອເອກ ໄມຄ໌ ມູລເລີນ ຢ້ຽມຢາມຈີນ


ພົນເຮືອເອກ ໄມຄ໌ ມູລເລີນ ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ກ່າວຄໍາປາໃສ ຢູ່ມະຫາວິທະຍາໄລ ເຣນມິນ ທີ່ນະຄອນຫລວງປັກກິ່ງ, ວັນທີ 10 ກໍລະກົດ ມືນີ້. (AP Photo/Ng Han Guan)
ພົນເຮືອເອກ ໄມຄ໌ ມູລເລີນ ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ກ່າວຄໍາປາໃສ ຢູ່ມະຫາວິທະຍາໄລ ເຣນມິນ ທີ່ນະຄອນຫລວງປັກກິ່ງ, ວັນທີ 10 ກໍລະກົດ ມືນີ້. (AP Photo/Ng Han Guan)

ພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ໄດ້ເລິ່ມ
ທໍາ​ການຢ້ຽມຢາມຈີນເປັນເວລາສີ່ວັນ ໃນວັນອາທິດມື້ນີ້ ເພື່ອທໍາການເຈລະຈາກັບພວກຜູ້ນໍາ
ແລະເຈົ້າໜ້າທີ່ທະຫານລະດັບສູງຂອງ ຈີນ.

ນາຍພົນ Mullen ​ໄດ້​ກ່າວໃນຕອນຖະແຫລງຕໍ່ນັກຂ່າວຢູ່​ນະຄອນຫລວງປັກກິ່ງວ່າ ທ່ານ
ຄິດບໍ່​ອອກວ່າ ຈະມີບ່ອນໃດທີ່ສາມາດ​ເຮັດວຽກ​ໄດ້ຫລາຍ ແລະໄດ້ຮັບໝາກຜົນຫລາຍໄປ
ກວ່າ ລະຫວ່າງສະຫະລັດແລະຈີນ.

ນາຍພົນ Mullen ກ່າວອີກວ່າ ທ່ານຈະປຶກສາຫາລືກ່ຽວກັບການເຈລະຈາ ເລຶ່ອງປົດອາວຸດ
ນີວເຄລຍກັບເກົາຫລີເໜືອ ທີ່ບໍ່ໄປບໍ່ມາທາງໃດນັ້ນ ແລະບັນຫາ​ໄຕ້ຫວັນ ຄວາມສໍາພັນລະ
ຫວ່າງສະຫະລັດກັບຈີນ ໄປຈົນເຖິງຂໍ້ຂັດແຍ້ງກັນ​ເລື່ອງດິນ​ແດນໃນຂົງເຂດທະເລຈີນໃຕ້ ແລະເ ລຶ່ອງອື່ນໆອີກ.

ພົນເຮືອເອກ Mullen ​ເດີນທາງ​ໄປ​ຢ້ຽມຢາມຈີນ ຕາມການເຊື້ອເຊີນຂອງທ່ານ Chen Bingde ຜູ້ບັນຊາການທະຫານສູງສຸດຂອງຈີນ.

ນອກນີ້ແລ້ວ ນາຍພົນ Mullen ຍັງມີກໍານົດຈະໄປຢ້ຽມຢາມຄ້າຍທະຫານສອງແຫ່ງຂອງຈີນ ໃນອາທິດນີ້.

XS
SM
MD
LG