ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດຫຼາຍໆບັ້ນ ເຮັດໃຫ້ ມີຜູ້ເສຍຊີວິດ ຈຳນວນຫຼວງຫຼາຍ ໃນຊິເຣຍ


ເຫດລະເບີດໃນເມືອງ Tartus, Syria, 23 ພຶດສະພາ, 2016.
ເຫດລະເບີດໃນເມືອງ Tartus, Syria, 23 ພຶດສະພາ, 2016.

ເຫດລະເບີດຫຼາຍຄັ້ງ ​ໄດ້​ສັງຫາ​ນຫລາຍ​ກວ່າ 100 ຄົນ ໃນເມືອງຝັ່ງທະເລຂອງ ຊີເຣຍ ໃນວັນຈັນມື້ນີ້ ຊຶ່ງ​ຕາມ​ປົກກະຕິ​ແລ້ວ​ເປັນ​ເມືອງ​ທີ່​ງຽບ​ສະຫງົບ​ນັ້ນ ອີງຕາມ ລາຍງານຂອງໂທລະພາບລັດຖະບານ ແລະກຸ່ມສິິ້ງຊອມສິດທິມະນຸດ​ໃນຊີເຣຍ.

​ເຫດລະເບີດໄດ້ແຕກຂຶ້ນຢູ່ໃນເມືອງ Jableh ​ແລະ​ເມືອງ Tartus ຊຶ່ງ​ເປັນ​ທີ່​ໝັ້ນຂອງ​ລັດຖະບານ ​ແລະມາ​ຮອດປັດຈຸບັນ​ນີ້ ຍັງ​ສາມາດ​ຫລົບ​ຫລີກ​ຄວາມ​ຮຸນ​ແຮງ​ໃນ​ສົງຄາມ ກາງ​ເມືອງ​ທີ່​ດຳ​ເນີນ​ມາ​ເປັນ​ເວລາ 5 ປີ ຂອງ​ຊີ​ເຣຍ​ໄດ້.

Jableh and Tartus, Syria
Jableh and Tartus, Syria

ເຫດລະເບີດສີ່​ຄັ້ງ ຮວມທັງການໂຈມຕີສະຫຼະຊີບຢ່າງ​ໜ້ອ​ຍຄັ້ງນຶ່ງມີ​ຂຶ້ນຢູ່ເມືອງ Jableh ພ້ອມທັງທາງ​ເຂົ້າສຸກ​ເສີນ​ຂອງ​ໂຮງໝໍ​ໃນ​ເມືອງ​ດັ່ງກ່າວ​ນຳ​ດ້ວຍ. ການ ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ​ໃສ່​ຄິວ​ລົດ​ເມ​ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິ​ດຢ່າງ​ໜ້ອຍ 53 ຄົນ ອີງ ຕາມ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ.

ເຫດລະເບີດອີກສາມຄັ້ງ ຢ່າງນ້ອຍບັ້ນນຶ່ງແມ່ນເປັນການໂຈມຕີສະຫຼະຊີບ ມີ​ຂຶ້ນຢູ່ເມືອງ Tartus ຫ່າງຈາກເມືອງ Jableh ​ໄປທາງກ້ຳໃຕ້ ປະມານ 60 ກິໂລແມັດ ໃນອັນທີ່ຫົວໜ້າ ຂອງກຸ່ມສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍທ່ານ Rami Abdel Rahman ເອີ້ນວ່າ ​ເປັນການ ໂຈມຕີທີ່ ບໍ່ເຄີຍ​ເຫັນມາກ່ອນ

ອີກຄັ້ງນຶ່ງ ພວກກໍ່ການຮ້າຍ ໄດ້ແນເປົ້າໝາຍໃສ່ຄິວ​ລົດ​ເມ ທີ່ແອອັດໄປດ້ວຍຜູ້ຄົນ ອີງຕາມ ລາຍງານຂອງອົງການຂ່າວ SANA. ສ່ວນລາຍງານໂທລະພາບ ​ແຈ້ງວ່າ ຢ່າງໜ້ອຍຜູ້​ໂຈມ​ຕີ​ດ້ວຍລະເບີດສະຫລະຊີບຄົນນຶ່ງໄດ້ບີບ​ຄະ​ນວນລະ ​ເບີດ​ໃຫ້​ແຕກ​ຂຶ້ນ ຢູ່ໃກ້ໆສະ ຖານີລົດເມ ແລະຕິດຕາມ​ດ້ວຍ​ການໂຈມຕີໂດຍລົດລະເບີດ ​ໃນ​ອີກ​ບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ມີອີກ 48 ຄົນ ໄດ້ເສຍຊີວິດໃນການໂຈມຕີດ້ວຍລົດລະເບີດ ອີງຕາມທ່ານ Rahman.

ອົງການຂ່າວ ທີ່ເປັນເຄືອຂ່າຍ ຂອງກຸ່ມລັດອິສລາມ ໄດ້ອ້າງ​ວ່າເປັນຜົນງານຂອງ ພວກ ຫົວ ຮຸນແຮງລັດອິສລາມ ​ໃນການໂຈມຕີດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

Syria Violence
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG