ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ການແຂ່ງຂັນ ແຕ້ມກາຕູນ ພະ​ສາ​ສະ​ດາ Mohammad ສີ້ນສຸດລົງ ໂດຍປາດສະຈາກ ຄວາມຮຸນແຮງ


ບັນດາສະມາຊິກ ຮວມທັງທ້າວ Ilyas Wadood (ຂວາ) ເວົ້າ ກັບຄົນທີ່ພາກັນປະທ້ວງ "Freedom of Speech Rally Round II."

ຕຳຫລວດ ​ໄດ້ແຍກ​ພວກ​ປະ​ທ້ວງ​ຕໍ່ຕ້ານສາສະໜາອິສລາມ
ຈາກ​ພວກ​ປະ​ທ້ວງ ​ເພື່ອ​ປົກປ້ອງ​ສິດທິ​ ໃນການນັບຖືສາສະ
ໜາຢູ່​ນອກ​ສູນ​ກາງ​ປະຊາ​ຄົມ​ອິສລາມ ​ແຫ່ງນຶ່ງ ໃນ​ວັນ​ສຸກ
​ວານນີ້ ທີ່​ລັດ Arizona ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ
ສະຫະລັດ. ການ​ປະ​ທ້ວງຢູ່​ທີ່ນະຄອນ Phoenix ​ແມ່ນ
ກ່າວກັນວ່າ ​ເປັນ​ການແຂ່ງຂັນແຕ້ມ​ຮູບ​ກາ​ຕູ​ນ ພະ​ສາ​ສະ​
ດາ Mohammad ແລະໄດ້​ສິ້ນສຸດ​ລົງ​ໂດຍ ປາດ​ສະ​ຈາກ​
ການ​ຈັບ​ກຸມ ​ແລະ​ຄວາມຮຸນ​ແຮງ​ໃດໆ.

ບັນດາ​ຜູ້​ຈັດ​ຕັ້ງການແຂ່ງຂັນ ຊຶ່ງເປັນພວກ​ຂີ່​ລົດ​ຈັກ ທີ່ຕຳ
​ຫລວດ​ມີ​ຄວາມ​ຢ້ານ​ກົວ​ວ່າ​ຈະ​ຕິດ​ອາວຸດນັ້ນ ​ໄດ້​ກ່າວ​ວ່າ
ການໂຮມຊຸມນຸມປະ​ທ້ວງຄັ້ງນີ້ ແມ່ນ​ເພື່ອຕອບ​ໂຕ້​ຕໍ່​ເຫດການທີ່ເກີດຂຶ້ນ​ໃນ​ຕົ້ນ​ເດືອນນີ້
ທີ່​ພວກ​ມື​ປືນ​ສອງ​ຄົນ​ເປີດ​ສາກ​ຍິງ​ໃສ່ການ​ແຂ່ງຂັນ​ທີ່​ຄ້າຍຄື​ກັນ​ ໃນລັດ Texasບ່ອນ​ທີ່​ພວກແຕ້ມ​ຮູບກາ​ຕູນພວມ ພາກັນ​ແຕ້ມ​ຮູບພະ​ສາ​ສະ​ດາ ຂອງສາສະໜາອິສລາມ ຢູ່ນັ້ນ.

ມື​ປືນ​ທັງ​ສອງ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ຫຼັງ​ຈາກມີການຍິງ​ຕໍ່ສູ້ກັນ. ຕຳຫຼວດ​ຄົນ​ນຶ່ງ​ໄດ້​ຮັບ​ບາດ
​ເຈັບ. ມື​ປືນ​ຄົນ​ນຶ່ງ​ໄດ້​ໄປ​ສູດມົນພາວະນາ​ເປັນ​ປະ​ຈຳຢູ​ທີ່ວັດ​ອິສລາມ​ໃນເຂດເໜືອຂອງ
ນະຄອນ Pheonix ບ່ອນ​ທີ່​ມີ​ການ​ປະ​ທ້ວງໄດ້ຈັດຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ Jon Ritzheimer ​ຜູ້​ຈັດ​ການປະທ້ວງໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ທາງໜ້າ Face-
book ວ່າ “ນີ້ແມ່ນຮອບ 2 !!”. ອະດີດ​ທະຫານ​ Marine ທ່ານນີ້ກ່າວ​ວ່າການໂຮມຊຸມນຸມ
ປະ​ທ້ວງ​ຈະ​ເປັນ​ໄປແບບ​ສັນຕິ ​ແຕ່​ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ ພາກັນຖື​ອາວຸດ​ໄປ
​ນຳ ​ໃນ​ກໍລະນີ​ທີ່ມີການໂຈມ​ຕີເກີດຂຶ້ນ.

US Muhammad Cartoon
please wait
Embed

No media source currently available

0:00 0:00:57 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG