ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໃຊ້ຊີວິດ ຂອງທ່ານ Muhammad Ali ເປັນຄົນມຸສລິມ ແມ່ນບົດຮຽນ ສຳລັບ ຄົນອາເມຣິກັນ


Muhammad Ali’s Life as a Muslim Was a Lesson for Americans
please wait

No media source currently available

0:00 0:02:29 0:00

ນັກມວຍແຊັມໂລກ ລຸ້ນ Heavyweight ທ່ານ Muhammad Ali ມີຊື່ມາແຕ່ ກຳເນີດວ່າ Cassius Clay. ແຕ່ໃນຊຸມປີ 1960 ເພິ່ນໄດ້ປ່ຽນຊື່ດັ່ງກ່າວມາເປັນ Ali ເວລາເພິ່ນປ່ຽນ​ມານັບຖືສາສະໜາ ອິສລາມ. ເພິ່ນເປັນທີ່ຮັກຫອມຂອງ ຄົນໃນທົ່ວໂລກ ແລະໄດ້ເສຍຊີວິດໄປໃນສັບປະດາແລ້ວນີ້ ເມື່ອອາຍຸໄດ້ 74 ປີ. ງານສົ່ງສະການຂອງເພິ່ນໄດ້ມີຂຶ້ນໃນວັນສຸກຜ່ານມາ ໃນບ້ານເກີດຂອງເພິ່ນ ທີ່ເມືອງ Louisville ລັດ Kentucky. ນັກຂ່າວວີໂອເອ Carolyn Presutti ໄດ້ ສະແດງຄວາມຮູ້ສຶກອອກມາວ່າ ຜົນກະທົບຂອງເພິ່ນມີແນວໃດ ໃນຖານະທີ່ ເປັນຊາວມຸສລິມທີ່ມີຊື່ສຽງທ່ານໜຶ່ງ ເຊິ່ງພຸດທະສອນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ຄົນມຸສລິມສວດມົນໃນວັນອິສລາມ ໃນເມືຶອງ Falls Church ລັດ ເວີຈິເນຍ.

ສູນກາງສາສະໜາ ອິສລາມ Dar Al-Hijrah ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1983, ປີໜຶ່ງກ່ອນນັກມວຍທີ່ມີຊື່ສຽງຂອງໂລກ ທ່ານ Muhammad Ali ໄດ້ຖືກທາງ ການແພດພົບເຫັນວ່າເປັນໂຣກ ພາກິນສັນ ຫຼືໂຮກສັ່ນ ເຊິ່ງນຳໄປສູ່ການເສຍ ຊີວິດຂອງທ່ານໃນວັນສຸກທີ່ຜ່ານມາ. ແຕ່ມັນແມ່ນເລື້ອງການປ່ຽນສາສະໜາ ໄປເຂົ້າອິສລາມ ທີ່ເວົ້າຕໍ່ກັບຄົນຫຼາຍຄົນຢູ່ທີ່ນີ້, ລວມທັງເພື່ອນນັກມວຍນຳກັນ ຄືທ່ານ Omar Faizy ນັ້ນ.

ທ່ານ Omar Faizy ນັກມວຍຊາວ ອີຈິບ ກ່າວວ່າ “ປະຊາຊົນຫຼາຍຄົນໄດ້ຄົ້ນ ພົບກ່ຽວກັບ ສາສະໜາອິສລາມ ຜ່ານທ່ານ Mohammad Ali. ປະຊາຊົນ ຫຼາຍຄົນທີ່ບໍ່ໄດ້ຮັບການສຶກສາ ກໍໄດ້ກາຍມາເປັນຜູ້ມີການສຶກສາ.”

ໃນຕົ້ນຂອງຊຸມປີ 1960 ທ່ານ Ali ໄດ້ເປັນຜູ້ຊະນະເລີດຢູ່ເທິງເວທີມວຍແລ້ວ ພ້ອມກັບຊື່ເກີດຂອງເພິ່ນ ຄື Cassius Clay ນັ້ນ. ນັກມວຍຄົນດັ່ງກ່າວ ໄດ້ຕິດ ຕໍ່ກັບທ່ານ Malcom X ແລະ ຂະບວນການແຫ່ງຊາດອິສລາມ ຫຼື The Nation of Islam, ເຊິ່ງໄດ້ສັ່ງສອນກ່ຽວກັບການຈຳແນກຜິວຂາວ ແລະ ຜິວດຳ.

ນັກມວຍຄົນດັ່ງກ່າວໄດ້ປ່ຽນສາສະໜາຂອງເພິ່ນ ແລະ ປ່ຽນຊື່ມາເປັນ Muhammad Ali ໂດຍກ່າວວ່າມັນມີຄວາມໝາຍວ່າ “ທີ່ຮັກຂອງພະເຈົ້າ.”

ພະມຸສລິມ Johari Abdul-Malik ກ່າວວ່າ “ໂລກທັງໂລກໄດ້ສັ່ນສະເທືອນ, ໂດຍສະເພາະ ຢູ່ໃນຈຸດສູນກາງແຜ່ນດິນໄຫວຄື ນະຄອນ ນິວຢອກ ທີ່ໄດ້ຍິນສຽງປະກາດວ່າ ຂ້າພະເຈົ້າແມ່ນເປັນຄົນມຸສລິມ.”

ພະມຸສລິມ Johari Abdul-Malik ໄດ້ເຕີບໃຫຍ່ຢູ່ໃນເມືອງ Brooklyn ຊຶ່ງໃນ ເວລານັ້ນເພິ່ນຍັງເປັນຊາວຄຣິສຕຽນຢູ່.

ພະມຸສລິມ Johari Abdul-Malik ກ່າວວ່າ “ໂລກຂອງເຮົາສັ່ນສະເທືອນທີ່ ຊາຍໜຸ່ມ ອາເມຣິກັນ ຜິວດຳຄົນໜຶ່ງ ໃນຖ່າມກາງການເຄື່ອນໄຫວດ້ານ ສິດທິພົນລະເຮືອນ ທີ່ສາມາດອ້າແຂນຮັບທ່ານ Malcom X ແລະ ຂະບວນ ການແຫ່ງຊາດ ອິສລາມ ແລະກ້າວກາຍໄປໃນທຳນອງນັ້ນ.”

ທ່ານ Ali ໄດ້ໃຊ້ຄວາມເຊື່ອຖືໃນສາສະໜາຂອງທ່ານເພື່ອປະຕິເສດບໍ່ໄປຮັບໃຊ້ ເປັນທະຫານ ຕໍ່ສູ້ໃນສົງຄາມ ຫວຽດນາມ.

ທ່ານ Ali ກ່າວວ່າ “ຂ້າພະເຈົ້າຈະເວົ້າຢູ່ທີ່ນີ້ຜ່ານໂທລະພາບຢ່າງໜັກແໜ້ນວ່າ ບໍ່.”

ຕຳແໜ່ງນັກມວຍຂອງເພິ່ນໄດ້ຖືືກປົດອອກ ແລະ ຖືກຈັບໃນຄະດີທີ່ໄດ້ຖືກ ພິກປີ້ນໃນສອງສາມປີຕໍ່ມາ. ໃນປີ 1975 ທ່ານ Muhammad Ali ໄດ້ໜີຜ່າຍ ຈາກຂະບວນການແຫ່ງຊາດອິສລາມ ທີ່ມີຫົວຮຸນແຮງກວ່າ ມາຫາສາຂາໃຫຍ່ ອິສລາມ ນິກາຍ ຊຸນນີ. ແລ້ວຕໍ່ມາອີກໃນຊີວິດ ເພິ່ນກໍໄດ້ຫັນໄປຫາ ນິກາຍ Sufism ເຊິ່ງເປັນການປະຕິບັດທີ່ລຶກລັບທາສາສະໜາ ອິສລາມ.

ທ່ານ Greg Carr ຈາກມະຫະວິທະຍາໄລ Howard ກ່າວວ່າ “ນັບຕັ້ງແຕ່ກາງ ຊຸມປີ 2000 ເປັນຕົ້ນມາການຍຶດເອົາປະເພດຂອງສາສະໜາ ອິສລາມ ຊະ ນິດດັ່ງກ່າວຂອງທ່ານ, ນິກາຍ Sufi ເຊິ່ງລົງເລິກໃນດ້ານມິຕິທີ່ລຶກລັບຂອງ ສາສະໜາອິສລາມນັ້ນ, ທັງໝົດແມ່ນ ກ່ຽວກັບ ການຜ່ອນສັ້ນຜ່ອນ ຍາວ, ຄວາມອົດທົນ, ການທົບທວນຄວາມຄິດຂອງຕົນເອງ ແລະ ການເຕີບໂຕຢູ່ ພາຍໃນຕົວ.”

ຫຼາຍໆຄົນຈື່ຈຳ ທ່ານ Ali ດ້ວຍການຍິງໝັດແຢັບຂອງເພິ່ນເທິງເວທີມວຍ ແລະ ວີທີທີ່ເພິ່ນຝຶກຊ້ອມເພື່ອສະໜັບສະໜູນການເຊື່ອຖືຂອງເພິ່ນ ເຖິງແມ່ນວ່າຈະ ມີຜົນທີ່ຕາມມາກໍຕາມ.

ທ່ານນາງ Fazia Deen ກ່າວວ່າ “ທຸກມື້ນີ້ ຂ້າພະເຈົ້າໃຫ້ຄຳປຶກສາທາງດ້ານ ຄວາມຍຸດຕິທຳໃຫ້ແກ່ຄົນໜຸ່ມນ້ອຍ, ຂ້າພະເຈົ້າແມ່ນຜູ້ໃຫ້ຄຳປຶກສາ, ດັ່ງ ນັ້ນຂ້າພະເຈົ້າຈຶ່ງຮູ້ສຶກວ່າ ເພິ່ນກໍແມ່ນຜູ້ໃຫ້ຄຳປຶກສາແກ່ຂ້າພະເຈົ້າ.”

ພ້ອມນີ້ ທ່ານນາງ Deen ໄດ້ສົ່ງດວງວິນຍານຂອງທ່ານ Ali ໄປໃຫ້ຄົນຜູ້ທີ່ຮູ້ຈັກ ກັບນັກມວຍທີ່ມີຊື່ສຽງຄົນນີ້ໂດຍຮູບພາບທີ່ຈືດຈາງເທົ່ານັ້ນ ແລະ ໃນພາບ ຖ່າຍວິດີໂອຂາວດຳໃນຈໍໂທລະພາບ.

XS
SM
MD
LG