ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພິທີ ສົ່ງສະການ ໃຫ້ທ່ານ Ali ທີ່ເມືອງ Louisville ​ລັດ Kentucky


Boxing Great Ali Remembered Before Tens of Thousands
please wait

No media source currently available

0:00 0:02:12 0:00

ພັນ​ລະ​ຍາ​ໝ້າຍ Lonnie Ali ​ແລະ​ອະດີດ​ປະທານາທິບໍດີ Bill Clinton ​ແມ່ນ ຮວມຢູ່​ໃນບັນດາ​ແຂກ​ຜູ້​ມີ​ກຽດ ​ທີ່​ໄດ້​ຂຶ້ນ​ໄປ​ກ່າວ​ສະດຸ​ດີ ​ໃຫ້​ແກ່​ທ່ານ Muhammad Ali ນັກ​ມວຍ ​ທີ່ມີ​ຊື່​ສຽງ​ໂດ່​ງດັງ ​ໃນ​ພິທີ​ສົ່ງສະການ ທີ່​ຈັດ​ຂຶ້ນຢູ່​ທີ່​ຕຶກສະໜາມກິລາ​ເມືອງ Louisville ​ ລັດ Kentucky ​ໃນ​ວັນ​ສຸກ​ວານ​ນີ້ ຂະນະ​ທີ່​ມີ​ຜູ້​ເຂົ້າຮ່ວມປະມານ 15,000 ຄົນ.

ພິທີ​ສົ່ງສະການ​ໄດ້​ຈັດ​ຂຶ້ນຫລັງ​ຈາກຂະ​ບວນ​ແຫ່ສົບ​ຂອງ​ທ່ານ Ali ​ໄປ​ຜ່ານ​ໄປຕາມ​ຖະ ໜົນຫົນທາງ​ສາຍ​ຕ່າງໆ ​ໃນ​ເມືອງ​ທີ່​ເປັນ​ບ້ານ​ເກີດ​ຂອງ​ທ່ານ​ ບ່ອນ​ທີ່ບັນດາ​ແຟນໆ​ໄດ້ ພາກັນ​ຢືນລຽນ​ແຖວ​ຢ່າງ​ແໜ້ນໜາ​ຢູ່​ຕາມ​ແຄມ​ທາງເພື່ອ​ກ່າວ​ອຳລາດ້ວຍ​ຄວາມປິຕິ​ຍິນ ​ດີແລະ​ດ້ວຍ​ນ້ຳຕາ.

ນາງ Lonnie Ali ພັນລະຍາໝ້າຍຂອງທ່ານ Muhammad Ali ພວມກ່າວສະດຸຸດີ ສາມີຂອງນາງ.
ນາງ Lonnie Ali ພັນລະຍາໝ້າຍຂອງທ່ານ Muhammad Ali ພວມກ່າວສະດຸຸດີ ສາມີຂອງນາງ.

ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານ Ali ນາງ Lonnie ​ໄດ້​ກ່າວ​ເຖິງ​ຄວາມ​ຮັກຂອງ​ທ່ານ Ali ໃນ​ສາສະໜາ​ອິສລາມ​ ແລະ​ຄຳ​ສັ່ງສອນ ​ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ ຂອງ​ສາສະໜາ​ດັ່ງກ່າວ. ​ນາງກ່າວ​ວ່າ ທ່ານຕ້ອງການ​ຢາ​ກ​ໃຫ້​ໃຊ້​ພິທີ​ສົ່ງສະການ​ຂອງ​ທ່ານເພື່ອຊຸກຍູ້ອຸດົມ​ການ​ຂອງ​ທ່ານ ​ໂດຍເວົ້າວ່າ ທ່ານ​ຕ້ອງການ​ຢາກ​ໃຫ້​ພວກ​ເຮົາ ເຕືອນ​ຜູ້ຄົນ​ທີ່​ໄດ້​ຮັບ​ຄວາມ ທຸກທໍລະມານວ່າ ທ່ານ​ໄດ້​ປະສົບ​ພົບ​ເຫັນ​ມາ​ແລ້ວ​ ໂສມ​ໜ້າຂອງຄວາມບໍ່​ຍຸຕິ​ທຳ ​ແຕ່ ​ທ່ານກໍ​ບໍ່​ເຄີຍໂກດແຄ້ນ​ພໍ​ທີ່​ຈະ​ຢຸດ​ເຊົາ​ຫຼືພົວພັນ​ກັບ​ການ​ກໍ່ຄວາມ​ຮຸນ​ແຮງ​ໃດໆ.

ນາງ​ໄດ້​ກ່າວ​ເຖິງຄວາມ​ມັກ​ໃນ​ການ​ເດີນທາງ​ແລະ​ຜູ້​ຄົນ​ທຳ​ມະ​ດາ​ສາມັນໂດຍ​ເວົ້າວ່າ ​ໃນຂະນະ​ທີ່​ທ່ານ​ໄດ້​ເດີນທາງ​ໄປ​ໃສ​ມາ​ໃສ ​ແບບ​ສະບາຍໆ ໃນ​ທົ່ວ​ໂລກ ພວກ​ທີ່​ຮັ່ງມີ ​ແລະ​ຜູ້​ມີ​ອິດ​ທິພົນ​ກໍ​ໄດ້​ເຂົ້າມາ​ໃກ້ຊິດ​ທ່ານແຕ່​ທ່ານ​ກັບຫັນ​ໄປ​ຫາ​ພວກ​ທີ່​ທຸກ​ຍາກ​ແລະ​ພວກ​ທີ່​ຖືກ​ຫລົງ​ລືມ.

ອະດີີດປະທານາທິບໍດີ Bill Clinton ກ່າວສະດຸດີ ໃນພິທີສົ່ງສະການ ທ່ານ Muhammad Ali
ອະດີີດປະທານາທິບໍດີ Bill Clinton ກ່າວສະດຸດີ ໃນພິທີສົ່ງສະການ ທ່ານ Muhammad Ali

ສ່ວນ​ອະດີດ​ປະທານາທິບໍດີ Bill Clinton ກ່າວເຖິງທີ່​ມາ​ຂອງ​ທ່ານ Ali ​ແລະ​ການ​ຫັນ ປ່ຽນ​ຂອງ​ທ່ານ​ກາຍ​ເປັນ ທະຫານ​ສາກົນ ​ເພື່ອ​ຄວາມ​ເປັນ​ມະນຸດຊາດ​ຮ່ວມ​ກັນ ​ຂອງ ​ພວກ​ເຮົາ.

ທ່ານ Clinton ​ໄດ້​ກ່າວ​ເຖິງ​ ທ່ານ Ali ​ໄດ້​ຕໍ່ສູ້​ດ້ວຍ​ຄວາມ​ຫຍຸ້ງຍາກ​ສ່ຳ​ໃດ ກັບ​ໂຣກ ພາກກິນ​ຊັ່ນ ທີ່​ທ່ານ​ໄດ້​ເປັນ​ມາ​ຫລາຍ​ສິບ​ປີ​ກ່ອນ​ທີ່​ຈະເຖິງ​ແກ່​ກຳໃນ​ສັບປະດາ​ແລ້ວ ຮວມອາຍຸ​ໄດ້ 74 ປີ ​ແຕ່​ອະດີດ ​ປະທານາທິບໍດີ Bill Clinton ກໍໄດ້​ກ່າວ​ຊົມ​ເຊີຍມູນ ເຊື້ອຂອງ​ທ່ານ Ali.

Promoter Don King at Muhammad Ali Memorial Service
please wait

No media source currently available

0:00 0:01:12 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG