ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ໂມຮຳເມັດ ອາລີ ນັກມວຍ ຊື່ສຽງດັງກ້ອງໂລກ ເຖິງແກ່ກຳແລ້ວ ຮວມອາຍຸ ໄດ້ 74 ປີ


Boxing Legend Muhammad Ali Dies at 74
please wait

No media source currently available

0:00 0:03:52 0:00

ນັກ​ມວຍ​ອາ​ເມຣິກັນ ​ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ກ້ອງ​ໂລກ Mohammad Ali ​ໄດ້​ເຖິງ​ແກ່ກຳ​ແລ້ວ ຫລັງ​ຈາກ​ໄດ້​ຕໍ່ສູ້​ກັບ​ໂຣກ​ປາກ​ກິນ​ຊັ່ນມາ​ເປັນ​ເວລາ 32 ປີ​ ຮວມອາຍຸໄດ້ 74 ປີ.

ອະດີດ​ແຊມ​ປ້ຽນ​ໂລກ​ຮຸ້ນ heavyweight ​ໄດ້​ຕໍ່ສູ້​ກັບເລື້ອງລະບົບ​ຫາຍ​ໃຈທີ່​ເປັນບັນຫາ ແຊກ​ຊ້ອນຈາກ​ໂຣກປາກ​ກິນ​ຊັ່ນ ທີ່​ລາວ​ໄດ້​ກວດ​ພົບ​ໃນຕົ້ນຊຸມ​ປີ​ 1980.

Mohammad Ali ຊຶ່ງ​ເປັນ​ທັງ​ທີ່​ເຄົາລົບ​ຮັກ​ແລະ​ບັນຫາ​ໂຕ້​ແຍ້​ງ​ໄດ້​ຄອບ​ງຳ​ວົງການ​ມວຍ​ອາຊີ​ບທີ່​ວາລະສານ​ Sports Illustrated ​ໄດ້​ໃຫ້​ສົມຍານາມແກ່ຜູ້ກ່ຽວ​ວ່າ ເປັນນັກ​ກິລາ​ປະຈຳ​ສັດຕະວັດ​ທີ 20. ເປັນທີ່ຮູ້​ກັນ​ດີ​ໃນ​ເລື້ອງ​ເວົ້າຄຸຍ​ໂມ້ ຂີ້​ໂມ​ໂຫ ​ແລະ​ວິທີຕ່າງໆ​ດ້ວຍ​ການ​ໃຊ້​ຄຳ​ເວົ້າຂອງ​ລາວ ທີ່​ລາວໄດ້​ກ່າວ​ ຢ່າງ​ມີ​ຊື່​ສຽງ​ວ່າ ລາວ​ຈະ​ບິນ ຄື​ກັນ​ກັບແມງກະ​ເບື້ອ​ແລະ​ຕອດ​ຄື​ກັນ​ກັບ​ແມ່​ເຜິ້ງ.

​ລູກຊາຍ​ຄົນ​ທາສີ​ ຈາກ​ລັດ​ເຄນ​ຕັກ​ກີ້ Mohammad Ali ໄດ້ໄປ​ຮຽນ​ມວຍ ຫຼັງ​ຈາກ​ພວກ ກໍ່ກວນຢູ່​ໃນ​ຄຸ້ມ​ໄດ້​ລັກ​ເອົາ​ລົດຖີບ​ຂອງ​ລາວ​ໄປ. ຄູ​ຝຶກ​ຂອງ​ລາວ​ກ່າວວ່າເດັກ​ຊາຍ​ຄົນ​ນີ້ ຊຶ່ງ​ໃນ​ເວລາ​ນັ້ນ ມີ​ຊື່ວ່າ Cassius Clay ​ໄດ້​ເຕີບ​ໃຫຍ່​ຂຶ້ນມາ​ໂດຍ​ເອົາ​ພອນ​ສະຫວັນ​ມາ ປະສົມ​ປະສານເຂົ້າກັບ​ການ​ຕັດສິນ​ໃຈ​ອັນ​ແນ່​ວ​ແນ່.

ປະທານາທິບໍດີ George W. Bush ມອບຫລຽນໄຊອິດສະຫຼະພາບ ໃຫ້ແກ່ Muhammad Ali ຢູ່ທຳນຽບຂາວ ເມື່ອວັນທີ 9 ພະຈິກ ປີ 2005.
ປະທານາທິບໍດີ George W. Bush ມອບຫລຽນໄຊອິດສະຫຼະພາບ ໃຫ້ແກ່ Muhammad Ali ຢູ່ທຳນຽບຂາວ ເມື່ອວັນທີ 9 ພະຈິກ ປີ 2005.

ໃນ​ປີ 1964​ Mohammad Ali ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ​ດ້ວຍ​ການ​ເອົາ​ຊະນະ Sonny Liston ຊຶ່ງ​ຄາດ​ວ່າ ​ຈະ​ໄດ້​ຮັບ​ໄຊຊະນະ​ນັ້ນ ໂດຍຄວ້າເອົາ ​ຕຳ​ແໜ່​ງ​ແຊມ​ປ້ຽນ​ໂລກຮຸ້ນ heavyweight ​ມາ​ຄອງ​ເປັນ​ເທື່ອທຳ​ອິດ.

ຫລັງ​ຈາກ​ການ​ຊິງ​ແຊ້ມດັ່ງກ່າວ ນັກ​ມວຍຄົນ​ນີ້ ​ໄດ້​ປ່ຽນ​ໄປ​ນັບຖືສາສະໜາ​ອິສລາມ​ແລະ​ປ່ຽນ​ຊື່​ໄປ​ເປັນ Mohammad Ali ຊຶ່ງ​ເປັນ​ທີ່​ເຄົາລົບ​ນັບຖືຢູ່ໃນທົ່ວ​ໂລກ. ສາມປີຫຼັງຈາກ ນັ້ນ ລາວໄດ້ຖືກປະນາມ ຍ້ອນປະຕິເສດບໍ່ຍອມຖືກເກນໄປເປັນທະຫານ ອີງຕາມຄວາມ ເຊື່ອທາງສາສະໜາ ແລະການຄັດຄ້ານຕໍ່ສົງຄາມຫວຽດນາມຂອງລາວ. Mohammad Ali ໄດ້ຕັດສິນວ່າມີຄວາມຜິດ ຍ້ອນຫລົບຫຼີກການເກນທະຫານແລະຖືກຖອດອອກຈາກ ຕຳແໜ່ງ ແລະຂັດຂວາງບໍ່ໃຫ້ຜູ້ກ່ຽວ ຂຶ້ນຊົກມວຍ ເປັນເວລາສາມປີ​ ຈົນເທົ່າສານສູງສຸດ ໄດ້ຕ່າວປີ້ນການຕັດສິນໂທດດັ່ງກ່າວ.

ບໍ່ເທົ່າໃດເດືອນ ຫຼັງຈາກໄດ້ກັບຄືນຂຶ້ນສູ່ເວທີ ແຊມປ້ຽນ heavyweight, Joe Frazier ກໍໄດ້ນຳເອົາຄວາມພ່າຍແພ້ໃນຖານະນັກມວຍອາຊີບ ມາໃຫ້ Mohammad Ali ເປັນຄັ້ງ ທຳອິດ. ແຕ່ໃນເວລາຕໍ່ມາ Mohammad Ali ກໍໄດ້ແກ້ແຄ້ນ Joe Frazier ແລະຊະນະ ການຊົກຄັ້ງທີ 2 ຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG