ໄອຍະການພິເສດ ທ່ານໂຣເບີດ ມັລເລີ ໄດ້ຂະຫຍາຍການສືບສວນຂອງທ່ານ ກວ້າງ
ອອກໄປ ກ່ຽວກັບການແຊກແຊງຂອງຣັດເຊຍ ໃນການເລືອກຕັ້ງປະທາ ນາທິບໍດີສະ
ຫະລັດ ປີ 2016 ໄດ້ສັ່ງໃຫ້ສົ່ງເອກກະສານຢູ່ອົງການຈັດຕັ້ງຂອງທຣໍາ ທີ່ເປັນອານາ
ຈັກທຸລະກິດ ຂອງປະທານາທິບໍດີທຣໍາຢູ່ທົ່ວໂລກ.
ຍັງບໍ່ທັນເປັນທີ່ແຈ້ງຂາວໃນທັນທີ ກ່ຽວກັບຂອບເຂດຂອງເອກກະສານທີ່ທ່ານມັລເລີ
ຕ້ອງການ ແຕ່ໜັງສືພິມນິວຢອກໄທມ໌ ລາຍງານວ່າ ຄຳສັ່ງດັ່ງກ່າວຊຶ່ງມີຂຶ້ນໃນລະຫວ່າງ
ສອງສາມອາທິດມໍ່ໆມານີ້ ແມ່ນສັ່ງໃຫ້ອົງການຈັດຕັ້ງຂອງທ່ານທຣໍາທີ່ມີຫ້ອງການຢູ່
ນະຄອນນິວຢອກ ສົ່ງເອກກະສານທັງໝົດທີ່ທາງບໍລິ ສັດໄດ້ຕິດຕໍ່ກັບຣັດເຊຍແລະບັນ
ຫາອື່ນໆ ທີ່ທ່ານມັລເລີກຳລັງສືບສວນໃຫ້ແກ່ ຫ້ອງການຂອງທ່ານ.
ການຮຽກຮ້ອງຂອງທ່ານມັລເລີປາກົດວ່າຈະເຮັດໃຫ້ການສືບສວນຫຍັບໃກ້ເຂົ້າຫາໂຕ
ທ່ານທຣໍາຫຼາຍຂຶ້ນ ນອກເໜືອໄປຈາກຜູ້ຊ່ວຍໃນການໂຄສະນາຫາສຽງເລືອກຕັ້ງ ທີ່
ທ່ານມັລເລີ ໄດ້ຟ້ອງຮ້ອງໄປແລ້ວນັ້ນຫຼືຍອມຮັບຜິດບໍ່ໃນທາງໃດ ກໍທາງນຶ່ງກ່ຽວກັບ
ຜົນສຳເລັດຂອງທ່ານທຣໍາໃນການແລ່ນເປັນປະທານາທິບໍດີສີ່ປີຢູ່ທຳນຽບຂາວ.
ທ່ານທຣໍາກ່າວວ່າ ທ່ານມັລເລີຈະຂ້າມ ”ເສັ້ນແດງ" ຖ້າຫາກທ່ານໄດ້ເລີ້ມການສືບ
ສວນການປະຕິບັດງານທຸລະກິດຂອງຄອບຄົວທ່ານ ເກີນໄປກວ່າຄວາມສຳພັນກັບ
ຣັດເຊຍ.
ທ່ານອາລັນ ຟູເຕີຣຟາສ ທະນາຍຄວາມຄົນນຶ່ງ ຂອງອົງການຈັດຕັ້ງທ່ານທຣໍາ ກ່າວ
ວ່າ “ນັບແຕ່ເດືອນກໍລະກົດ 2017 ພວກເຮົາໄດ້ແນະນຳຕໍ່ສາທາລະນະວ່າ ການຈັດ
ຕັ້ງຂອງທ່ານທຣໍາ ໃຫ້ການຮ່ວມມືຢ່າງເຕັມທີ່ກັບການສືບສວນທັງໝົດ ຮວມທັງໄອ
ຍະການພິເສດ ແລະສະໜອງຕອບຕໍ່ຄຳຮຽກຮ້ອງຂອງເຂົາເຈົ້າ. ນີ້ເປັນຂ່າວເກົ່າ
ແລະໃຫ້ການຊ່ວຍເຫຼືອ ແລະການຮ່ວມມືຂອງພວກເຮົາກັບການສືບສວນຕ່າງໆ
ຍັງຄົງເໝືອນເດີມ ເຖິງປັດຈຸບັນ.”
ປາກົດວ່າ ຫວ່າງສອງສາມອາທິດຜ່ານມານີ້ ຄະນະສືບສວນຂອງທ່ານມັລເລີ ໄດ້
ເພັ່ງເລັງໃສ່ບົດບາດການງິນທີ່ມີຢູ່ໃນການປະຕິບັດງານທາງການເມືອງຂອງທ່ານ
ທຣໍາ ໃນນາມມະຫາເສດຖີ ທີ່ເຄື່ອນໄຫວອອກໄປຈາກການເຮັດທຸລະກິດອະສັງຫາ
ລິມະຊັບອັນໃຫຍ່ຫຼວງ ພ້ອມກັບຜະລິດຕະພັນສຳລັບຜູ້ບໍລິໂພກຢູ່ຂ້າງນອກ ທີ່ບໍລິ
ສັດສະເໜີດ້ານເຄື່ອງນຸ່ງຫົ່ມ ເຫຼົ້າແວງ ຊີ້ນສະເຕັກສ໌ ແລະອື່ນໆອີກ ທີ່ລົງສະໝັກ
ຮັບໃຊ້ສາທາລະນະ ເປັນເທື່ອທຳອິດ.
ໃນອີກດ້ານນຶ່ງນັ້ນ ບັນດາຜູ້ສືບສວນຂອງທ່ານມັລເລີ ຫວ່າງມໍ່ໆມານີ້ໄດ້ຖາມທີ່ປຶກ
ສາຄົນນຶ່ງ ຂອງສະຫະລັດ ອາຣັບ ເອເມີເຣັສ ກ່ຽວກັບການເຄື່ອນໄຫວເງິນຂອງສະ
ຫະລັດ ອາຮັບ ເອເມີເຣັສ ເຂົ້າສູ່ສະຫະລັດ.