ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ. ມອ​ລ​ເລີ​: ການ​ກ່າວ​ຫາ​ ປ. ​ທ​ຣຳ ວ່າ ​​ຂັດ​ຂວາງ​ ຂະ​ບວນ​ການ​ຍຸ​ຕິ​ທຳ 'ບໍ່ແມ່ນ​ທາງ​ເລືອກ ​ທີ່ຈະ​ເລືອກ​ເອົາໄດ້'


ໄອ​ຍະ​ການ​ພິ​ເສດໂຣ​ເບີດ​ ມອ​ລ​ເລີ ໄດ້​ກ່າວກ່ຽວ​ກັບ​ເລື້ອງ​ສືບ​ສວນວ່າ​ມີ​ການ​ແຊກ​ແຊງ​ຂອງ​​ຣັດ​ເຊຍ ເຂົ້າໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016 ຫລືບໍ່ ຢູ່ກະ​ຊວງ​ຍຸ​ຕິ​ທຳສະ​ຫະ​ລັດ, ວັນ​ທີ 29 ພຶດ​ສະ​ພາ, 2019
ໄອ​ຍະ​ການ​ພິ​ເສດໂຣ​ເບີດ​ ມອ​ລ​ເລີ ໄດ້​ກ່າວກ່ຽວ​ກັບ​ເລື້ອງ​ສືບ​ສວນວ່າ​ມີ​ການ​ແຊກ​ແຊງ​ຂອງ​​ຣັດ​ເຊຍ ເຂົ້າໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016 ຫລືບໍ່ ຢູ່ກະ​ຊວງ​ຍຸ​ຕິ​ທຳສະ​ຫະ​ລັດ, ວັນ​ທີ 29 ພຶດ​ສະ​ພາ, 2019

ໄອ​ຍະ​ການ​ພິ​ເສດໂຣ​ເບີດ​ ມອ​ລ​ເລີ ໄດ້​ກ່າວ​ຢ້ຳ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ຕັ້ງ​ຂໍ້​ກ່າວ​ຫາ ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານດໍ​ໂນ​ລ ທ​ຣຳ ວ່າ​ໄດ້​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳບໍ່​ແມ່ນ​ທາງ​ເລືອກ​ທີ່​ຫ້ອງ​ການ​ຂອງ​ທ່ານທີ່​ຈະສາ​ມາດພິ​ຈາ​ລະ​ນາ​ເລືອກເອົາ​ໄດ້ ພາຍ​ໃຕ້​ຂໍ້​ແນະ​ນຳ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ.

ພ້ອມ​ກັນ​ນັ້ນທ່ານ ມອ​ລ​ເລີ ຍັງ​ໄດ້​ປະ​ກາດ​ປິດ​ຫ້ອງ​ການ​ຂອງ​ທ່ານ​ຫລັງຈາກ​ໄດ້​ສະ​ຫລຸບ​ການ​ສືບ​ສວນ​ໃນ​ທ້າຍ​ເດືອນ​ມີ​ນາຜ່ານ​ມາ ກ່ຽວ​ກັບການ​ແຊກ​ແຊງ​ຂອງຣັດ​ເຊຍເຂົ້າໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃນ​ປີ 2016 ແລະ ​ສືບ​ສວນເບິ່ງວ່າ​ທ່ານ​ທ​ຣຳ​ໄດ້​ຂັດ​ຂວາງ​ຂະ​ບວນ​ຍຸ​ຕິ​ທຳ​ຫລືບໍ່.

ເບິ່ງວີ​ດິ​ໂອ: ມອ​ລ​ເລີ​ກ່າວກ່ຽວ​ກັບ​ເລື້ອງ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ

Mueller: 'A Sitting President Cannot Be Charged with a Crime'
please wait

No media source currently available

0:00 0:01:50 0:00

ໃນ​ການ​ອະ​ທິ​ບາຍເຖິງ​ເຫດ​ຜົນ​ທີ່​ທ່ານໄດ້​ຕັດ​ສິນ​ໃຈ​ບໍ່ຕັ້ງ​ຂໍ້​ກ່າວ​ຫາຢ່າງ​ເປັນ​ທາງ​ການຕໍ່​ທ່ານທ​ຣຳ​ເຖິງ​ແມ່ນວ່າຈະໄດ້ເປີດ​ເຜີຍ​ໃຫ້​ເຫັນ​ຫລາຍກວ່າ 10 ກໍ​ລະ​ນີ ທີ່​ເປັນ​ການ​ຂັດ​ຂວາງ​ຂະ​ບວນ​ຍຸ​ຕິ​ທຳ​ກໍ​ຕາມນັ້ນ, ທ່ານ ມອ​ລ​ເລີ​ເວົ້າ​ວ່າ ທ່ານ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຮັດ​ເຊັ່ນ​ນັ້ນ ໂດຍ​ຄຳ​ຄິດ​ເຫັນ​ທາງ​ກົດ​ໝາຍຂອງ​ກະ​ຊວງ​ຍຸ​ຕິ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານວ່າ ປະ​ທາ​ນາ​ທິ​ບໍ​ດີ​ທີ່​ກຳ​ລັງ​ດຳ​ລົງ​ຕຳ​ແໜ່ງ​ຢູ່ບໍ່​ສາ​ມາດຖືກ​ຟ້ອງ​ຮ້ອງໄດ້.

ທ່ານ ມອ​ລ​ເລີ ເວົ້າຢູ່​ໃນ​ການກ່າວຄຳ​ຄິດ​ເຫັນ​ຕໍ່​ປວງ​ຊົນຄັ້ງ​ທຳ​ອິດ​ ນັ​ບ​ຕັ້ງ​ແຕ່​ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ຮັບ​ຜິດ​ຊອບ​ວຽກ​ງານນີ້ໃນ​ສອງປີກວ່ານັ້ນວ່າ "ຫ້ອງ​ການ ຂອງໄອ​ຍະ​ການ​ພິ​ເສດ ແມ່ນ​ສ່ວນ​ນຶ່ງ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ແລະ ຕາມ​ລະ​ບຽບ​ການ​ແລ້ວຫ້​ອງ​ການນີ້​ ແມ່ນ​ຖືກຈຳ​ກັດ​ໂດຍ​ນະ​ໂຍ​ບາຍ​ຂອງ​ກະ​ຊວງນັ້ນ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ເພາະ​ສະ​ນັ້ນ, ການ​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ວ່າມີ​ຄວາມ​ຜິດ​ທາງ​ອາ​ຍາ ບໍ່​ແມ່ນ​ທາງ​ເລືອກ​ທີ່​ພວກ​ເຮົາສາ​ມາດ​ຈະພິ​ຈາ​ລະ​ນາ​ເລືອກ​ເອົາ​ໄດ້."

ເບິ່ງວີ​ດິ​ໂອ: ມອ​ລ​ເລີ​ກ່າວກ່ຽວ​ກັບ​ການ​ສືບ​ສວນ​ເລື້ອງ​ຣັດ​ເຊຍເປັນ​ຄັ້ງ​ທຳ​ອິດ

Mueller Makes First Public Comments on Russia Probe
please wait

No media source currently available

0:00 0:02:16 0:00

ອະ​ດີດ​ຫົວ​ໜ້ອງ​ອົງ​ການ​ສັນ​ຕິ​ບານ​ກາງ ຫລື FBI ທ່ານນີ້ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນໄອ​ຍະ​ການ​ພິ​ເສດ ໃນ​ເດືອນ​ພຶດ​ສະ​ພາ 2017 ພາຍ​ຫລັງ​ທີ່​ທ່ານທ​ຣຳ ໄດ້ ປົດ​ທ່ານ​ເຈມ​ສ໌ ໂຄ​ມີ ທີ່​ເປັນ​ຫົວ​ໜ້າ​ອົງ​ການ FBI ຢູ່​ຕອນນັ້ນ ອອກ​ຈາກ​ຕຳ​ແໜ່ງ. ທ່ານ​ ມອ​ລ​ເລີ​ ໄດ້​ຖືກມອບ​ໝາຍ​ໃຫ້​ສືບ​ສວນ​ເບິ່ງວ່າ ມີ​ການ​ເຊື່ອມ​ໂຍງ ຫລື​ການ​ປະ​ສານ​ງານ​ໃດ​ໆ​ບໍ່ ລະ​ຫວ່າງ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ ແລະ​ຣັດ​ເຊຍ, ແລະ​ເບິ່ງວ່າ​ທ່ານໄດ້ແຊກ​ແຊງ​ເຂົ້າ​ໃນ​ການ​ສືບ​ສວນ​ດັ່ງ​ກ່າວນັ້ນ ຫລືບໍ່ ໃນ​ເວ​ລາ​ຕໍ່​ມາ.

ເບິ່ງວີ​ດິ​ໂອ: ມອ​ລ​ເລີ​ກ່າວກ່ຽວ​ກັບ​ການກັບ​ຄືນ​ໄປການ​ການ​ດຳ​ລົງ​ຊີ​ວິດ​ແບບ​ສ່ວນ​ຕົວ

Mueller Resigning from Justice Department
please wait

No media source currently available

0:00 0:00:29 0:00

ໃນຂະ​ນະ​ທີ່​ຢືນ​ກ່າວຢູ່​ຕໍ່​ໜ້າ​ໂຕະກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ກະ​ຊວງ​ຍຸ​ຕິ​ທຳ​ນັ້ນ, ທ່ານ ມອ​ລ​ເລີ​ເວົ້າ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ທ່ານທີ່ບໍ່ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານທ​ຣຳນັ້ນ ສ່ວນ​ນຶ່ງ​ກໍແມ່ນ​ຍ້ອນອີງ​ໃສ່​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ສະ​ຫະ​ລັດ ທີ່​ໄດ້​ມີ​ຂັ້ນ​ຕອນ​ອື່ນ​ຕ່າງ​ຫາກ ​ເພື່ອ​ທຳ​ການ​ກ່າວ​ຫາຕໍ່ປະ​ທາ​ນາ​ທິ​ບໍ​ດີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ຢູ່ວ່າ ກະ​ທຳ​ຜິດ​ໄດ້, ຊຶ່ງ​ປາ​ກົດ​ວ່າ​ທ່ານ​ໝາຍ​ເຖິງ​ຂັ້ນ​ຕອນ​ການຟ້ອງ​ຮ້ອງ ​ຫຼື impeach ທີ່​ຖືກ​ຕ້ອງ​ຕາມລັດ​ຖະ​ທຳ​ມະ​ນູນວ່າ ມີ​ການ​ກະ​ທຳ​ຜິດ ແລະ​ກໍປົດ ປະ​ທາ​ນາ​ທິ​ບໍ​ດີ​ລົງ​ຈາກ​ຕຳ​ແໜ່ງ.

ທ່ານ​ມອ​ລ​ເລີ​ເວົ້າ​ວ່າ “ແລະ​ນອກ​ເໜືອ​ຈາກ​ນະ​ໂຍ​ບາຍ​ຂອງກະ​ຊວງ​ໄປແລ້ວ, ພວກ​ເຮົາ​ກໍ​ໄດ້​ອີງ​ໃສ່​ຫລັກການ​ຂອງ​ຄວາມ​ຍຸ​ຕິ​ທຳ.” ທ່ານ​ກ່າວ​ອີກວ່າ “ມັນ​ຈະ​ເປັນ​ເລື້ອງ​ທີ່ບໍ່​ຍຸ​ຕິ​ທຳ ທີ່​ຈະ​ກ່າວ​ຫາ​ໃຜ​ຜູ້​ນຶ່ງວ່າ​ກະ​ທຳ​ຜິດ​ທາງ​ອາ​ຍາໄດ້ ເມື່ອບໍ່​ສາ​ມາດ​ມີ​ການ​ແກ້​ໄຂ​ຂອງສານຕໍ່​ຂໍ້​ກ່າວ​ຫາ​ຕົວ​ຈິງອັນນັ້ນ​ໄດ້.”

ແຕ່​ວ່າ ທ່ານມອ​ລ​ເລີ​ກໍ​ໄດ້​ເວົ້າ​ວ່າ ເຖິງ​ແມ່ນ​ວ່າ “ຈະ​ບໍ່​ມີຫລັກ​ຖານ​ພຽງ​ພໍ” ເພື່ອ ທຳ​ການ​ກ່າວ​ຫາ​ທ່ານ​ທ​ຣຳ​ວ່າ “ໄດ້​ທຳ​ການ​ສົມ​ຮູ້​ຮ່ວມ​ຄິດ​ແບບກວ້າງໆ” ໃນ​ໄລ​ຍະ​ທີ່​ມີ​ການ​ເລືອກ​ຕັ້ງ​ຢູ່ນັ້ນໄດ້​ກໍ​ຕາມ ແຕ່​ທ່ານ​ກໍ​ໄດ້​ເນັ້ນ​ຢ້ຳ​ວ່າ ການ​ສືບ​ສວນ​ຂອງ​ທ່ານບໍ່​ໄດ້​ເຮັດ​ໃຫ້​ທ່ານປະ​ທາ​ນາ​ທິ​ບໍ​ດີ ພົ້ນຈາກ​ການຖືກ​ກ່າວ​ຫາ​ວ່າກະ​ທຳ​ຜິດໄດ້ ໂດຍ​ເວົ້າ​ວ່າ “ຖ້າ​ຫາກ​ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ​ທ່ານປະ​ທາ​ນາ​ທິ​ບໍ​ດີບໍ່​ໄດ້​ກະ​ທຳ​ຜິດ​ທາງ​ອາ​ຍາແຕ່​ຢ່າງ​ໃດເລີຍ ພວກ​ເຮົາ​ກໍ​ຈະ​ເວົ້າ​ເຊັ່ນ​ນັ້ນແລ້ວ.”

ເບິ່ງວີ​ດິ​ໂອ​ກ່ຽວ​ກັບຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG