ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາຍ​ງານ ຂອງ ທ່ານ​ມັ​ລ​ເລີ້ ກ່ຽວ​ກັບ ການ​ແຊກ​ແຊງ ໃນ​ການ​ເລືອກ​ຕັ້ງ ແລະ ການ​ຂັດ​ຂວາງ ຂະ​ບວນ​ຍຸ​ຕິ​ທຳ ຈະ​ຖືກເປີດ​ເຜີຍ​ແລ້ວ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ຢູ່​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 17 ເມ​ສາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຖະ​ແຫຼງ ຢູ່​ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 17 ເມ​ສາ 2019.

ນຶ່ງໃນບັນດາເລື້ອງຕ່າງໆ ທີ່ຄອບງຳໃນໄລຍະສອງປີ ແຫ່ງການເປັນປະທານາທິບໍດີ
ຂອງທ່ານດໍ​ໂນ​ລ ທຣຳ ພວມມຸ້ງໜ້າເຂົ້າສູ່ຂັ້ນຕອນໃໝ່ ໃນວັນພະຫັດມື້ນີ້ ໂດຍການ
ເປີດເຜີຍສູ່ສາຍຕາມະຫາຊົນ ການສືບສານຂອງໄອຍະການພິເສດ ທ່ານໂຣເບີດ ມັລ
ເລີ້ ເລື້ອງຂໍ້ກ່າວຫາທີ່ວ່າ ມີການສົມຮູ້ຮ່ວມຄິດ ໃນການເລືອກຕັ້ງ ແລະຂັດຂວາງຂະ
ບວນການຍຸຕິທຳນັ້ນ.

ມີກຳນົດວ່າ ທ່ານ ວິລລຽມ ບາ ລັດຖະມົນຕີກະຊວງຍຸຕິທຳ ຈະໃຫ້ຄວາມເຫັນ ກ່ຽວ
ກັບລາຍງານ ຂອງທ່ານມັລເລີ້ ຢູ່ໃນກອງປະຊຸມນັກຂ່າວ ໃນຕອນເຊົ້າວັນ​ພະ​ຫັດ​ມື້
ນີ້ ພ້ອມດ້ວຍສຳນວນ ທີ່ຖືກສົ່ງໄປ ໃນເວລາບໍ່ດົນຕໍ່ມາ ໃຫ້​ແກ່ສະພາ ແລ້ວກໍອອກ
ເຜີຍແຜ່ທາງອອນລາຍນັ້ນ.

ທັງສະພາແລະມະຫາຊົນອາເມຣິກັນ ຈະໄດ້ເຫັນເປັນເທື່ອທຳອິດດ້ວຍຕົວຂອງເຂົາ
ເຈົ້າເອງ ລາຍລະອຽດທີ່ວ່າ ສິ່ງທີ່ທ່ານມັລເລີ້ ໄດ້ສັງເກດເຫັນ ແລະ ທີມງານ ຂອງ
ພວກນັກສືບສວນ ລັດຖະບານກາງ ໄດ້ພາກັນເຮັດວຽກມາ ເພື່ອລົງຄວາມ ເຫັນວ່າ ການໂຄສະນາຫາສຽງຂອງທ່ານທຣຳ ຫລືພວກຮ່ວມງານຂອງເພິ່ນໄດ້ ເຮັດວຽກກັບ
ຣັດເຊຍ ໃນຄວາມພະຍາຍາມເພື່ອເຂົ້າແຊກແຊງໃນການເລືອກຕັ້ງ ປີ 2016 ທີ່ນຳ
ເອົາທ່ານທຣຳເຂົ້າມາກຳອຳນາດຫລືບໍ່.

ທ່ານ​ວິ​ລ​ລຽມ ບາ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການຍຸ​ຕິ​ທຳ ຂອງ​ສະ​ພາ​ສູງ ເມື່ອ​ວັນ​ທີ 15 ມັງ​ກອນ 2019.
ທ່ານ​ວິ​ລ​ລຽມ ບາ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການຍຸ​ຕິ​ທຳ ຂອງ​ສະ​ພາ​ສູງ ເມື່ອ​ວັນ​ທີ 15 ມັງ​ກອນ 2019.

​ອົງການສືບລັບຕ່າງໆຂອງສະຫະລັດ ໃນຕົ້ນປີ 2017 ໄດ້ຕີລາຄາວ່າ ຣັດເຊຍ ​ໃນການ
ປະຕິບັດຄຳສັ່ງຂອງປະທານາທິບໍດີ ລາດິເມຍ ປູຕິນ ໄດ້ສ້າງຄວາມສັບສົນໃຫ້ແກ່ການ
ລົງຄະແນນສຽງດັ່ງກ່າວ ແລ້ວເຮັດໃຫ້ເປັນທີ່ຈະແຈ້ງວ່າ ທ່ານທຣຳຈະໄດ້ຮັບໄຊຊະນະ. ພວກຜູ້ຄົນທີ່ມີຄວາມຮູ້ ກ່ຽວກັບລາຍງານ 400 ຮ້ອຍໜ້າ ຂອງທ່ານມັລເລີ້ ຜູ້ທີ່ໄດ້ເວົ້າ
ກັບໜັງສືພິມ ວໍຊິງຕັນໂພຕສ໌ ແລະນິວຢອກທາຍມ໌ກ່າວວ່າ ເອກະສານທີ່ນຳອອກເຜີຍ
ແຜ່ໃນວັນພະຫັດມື້ນີ້ຈະຖືກຕັດອອກແດ່ເລັກນ້ອຍ ແຕ່ກໍຈະມີລາຍລະອຽດຫລາຍກ່ຽວ
ກັບຂໍ້ກ່າວຫາຕ່າງໆໃນເລື້ອງການຂັດຂວາງຂະບວນການຍຸຕິທຳຂອງທ່ານທຣຳຕໍ່ການ
ສືບສວນຂອງ ລັດຖະບານກາງ ກ່ຽວ​ກັບເລື້ອງຣັດເຊຍ ເຂົ້າຫຍຸ້ງກ່ຽວໃນກິດຈະການທີ່
ພົວພັນ ກັບການເລືອກຕັ້ງນັ້ນ.

​ຈົດ​ໝາຍ​ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ທີ່​ສົ່ງ​ໄປ​ໃຫ້​ສະ​ພາ ໃນ​ການ​ສະ​ຫລຸບ​ລາຍ​ງານ​ຂອງ​ທ່ານ​ມັ​ລ​ເລີ້ ເມື່ອ​ວັນ​ທີ 24 ມີ​ນາ 2019.
​ຈົດ​ໝາຍ​ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ທີ່​ສົ່ງ​ໄປ​ໃຫ້​ສະ​ພາ ໃນ​ການ​ສະ​ຫລຸບ​ລາຍ​ງານ​ຂອງ​ທ່ານ​ມັ​ລ​ເລີ້ ເມື່ອ​ວັນ​ທີ 24 ມີ​ນາ 2019.

​ທ່ານວິລລ້ຽມ ບາ ລັດຖະມົນຕີຍຸຕິທຳ ໄດ້ນຳອອກເຜີຍແຜ່ໄປແລ້ວ ເອກະສານສັ້ນໆ ທີ່ສະຫລຸບການພົບເຫັນຂອງທ່ານມັລເລີ້ ຊຶ່ງສ່ວນໃຫຍ່ໄດ້ເວົ້າວ່າ ການໂຄສະນາຫາ
ສຽງຂອງທ່ານທຣຳ ບໍ່ໄດ່ມີການສົມຮູ້ຮ່ວມຄິດ ກັບຣັດເຊຍ ແລະຕາມແນວຄິດ ຂອງ
ທ່ານບາແລ້ວແມ່ນວ່າ ຂໍ້ມູນຂອງທ່ານມັລເລີ້ ບໍ່ໄດ້ມີການສະໜັບສະໜູນພຽງພໍ ຕໍ່ຂໍ້
ກ່າວຫາທີ່ວ່າ ປະທານາທິບໍດີໄດ້ຂັດຂວາງຂະບວນການຍຸຕິ ທຳ.

ລາຍງານຂອງທ່ານມັລເລີ້ ຈະໃຫ້ລາຍລະອຽດຢ່າງໃຫຍ່ ເຖິງແມ່ນຈະບໍ່ມີຈົດໝາຍ
ມາຈາກທ່ານບາ ກໍຕາມ ແຕ່ຫລາຍໆຄົນ ຈະພາກັນຊອກຫາວ່າ ບົດສະຫລຸບຂອງ
ເພິ່ນຈະປາກົດເປັນແນວໃດເມື່ອສົມທຽບໃສ່ກັບລາຍງານອັນຄົບຖ້ວນກວ່າ​ເກົ່າ ທີ່
ເນັ້ນໜັກຂໍ້ມູນຕ່າງໆ ເມື່ອຕົກມາເຖິງສາຍຕາຂອງມະຫາຊົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG