ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ ຂອງ ທ່ານ​ມັ​ລ​ເລີ ​ຢືນ​ຢັນ ເຖິງ​ການ​ຊັ່ງ​ຊາ ຂອງ ໜ່ວຍ​ສື​ບ​ລັບ ກ່ຽວ​ກັບ ການ​ແຊກ​ແຊງ ຂອງ ຣັດ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພົບ​ປະ​ກັນ ໃນ​ລະ​ຫວ່າງ ກອ​ງ​ປະ​ຊຸມ​ສຸດຍອດ ຂອງ​ກຸ່ມ​ຈີ 20 ທີ່​ນະ​ຄອນ ​ບູ​ແອ​ນົ​ສ ແອ​ເຣັ​ສ ປະ​ເທດ​ອາ​ເຈັນ​ຕິ​ນາ ເມື່ອ​ວັນ​ທີ 30 ພະ​ຈິກ 2018.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ ທ່ານວ​ລາ​ດີ​ເມຍ ປູ​ຕິນ ພົບ​ປະ​ກັນ ໃນ​ລະ​ຫວ່າງ ກອ​ງ​ປະ​ຊຸມ​ສຸດຍອດ ຂອງ​ກຸ່ມ​ຈີ 20 ທີ່​ນະ​ຄອນ ​ບູ​ແອ​ນົ​ສ ແອ​ເຣັ​ສ ປະ​ເທດ​ອາ​ເຈັນ​ຕິ​ນາ ເມື່ອ​ວັນ​ທີ 30 ພະ​ຈິກ 2018.

ລາຍງານການສືບສວນ ຂອງໄອຍະການພິເສດ ທ່ານໂຣເບີດ ມັລເລີ ກ່ຽວກັບການແຊກ
ແຊງ​ເຂົ້າໃນການເລືອກຕັ້ງຂອງສະຫະລັດໂດຍຣັດເຊຍ ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ສືບ​ລັບ​ທັງ​ໃນ
​ອະ​ດີດ​ແລະ​ປັດ​ຈຸ​ບັນ ຂອງ​ສະ​ຫະ​ລັດ ມີ​ຄວາມ​ຮູ້​ສຶກວ່າ ມັນໄດ້​ພິ​ສູດໃຫ້​ເຫັນ​ວ່າຖືກ​ຕ້ອງ​
ແລ້ວໂດຍ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ໃນ​ສະ​ຫຼຸບ​ຫຼາຍຢ່າງລຸນ​ຫຼັງ​ການ​ເລືອກ​ຕັ້ງ​ໃນ​ປີ 2016.

ແຕ່​ແນວ​ໃດ​ກໍ​ຕາມ ໃນ​ຂະ​ນະ​ດຽວ​ກັນ ບາງ​ຄົນ​ໄດ້​ສະ​ເໜີ​ແນະ​ວ່າ ລາຍ​ງານ​ທີ່ນຳ​ອອກ​
ເຜີຍ​ແຜ່ ​ໃນ​ວັນ​ພະ​ຫັດ​ຜ່ານມ​າ​ ໂດຍ​ກະ​ຊວງ​ຍຸ​ຕິ​ທຳນັ້ນຄວນ​ໃຊ້​ເປັນຄຳ​ເຕືອນ​ໃຫ້​ຮູ້​ວ່າ
​ຄວາມ​ພະ​ຍາ​ຍາມ​ຂອງ​ມົ​ສ​ກູ​ທີ່​ຈະ​ທັບ​ມ້າງ​ແລະບ່ອນ​ທຳ​ລາຍ ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ
​ຂອງອ​າ​ເມ​ຣິ​ກາແມ່ນ​ໄດ້​ປະ​ສົບ​ຄວາມສຳ​ເລັດ​ດ້ວຍ​ດີ​ເປັນ​ພິ​ເສດນັ້ນ ແມ່ນ​ຍັງ​ດຳ​ເນີ​ນ​ຢູ່
​ຕໍ່​ມາແບບ​ບໍ່​ມີ​ການ​ຫຼຸດ​ລົງ​ແຕ່​ປະການ​ໃດ.

ໂດຍ​ສະ​ເພາະ​ແລ້ວ ອະ​ດີດ​ພວກ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ ແລະ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້​ນ​ຄົງ​
ແຫ່ງ​ຊາດ ໄດ້​ເຕືອນ​ວ່າ ຫຼັກ​ຖານ​ຢູ່​ໃນ​ລາຍ​ງານ​ ຂອງ​ໄອ​ຍະ​ການ​ພິ​ເສດ ສະ​ແດງ​ໃຫ້​
ເຫັນ​ວ່າ ຣັດ​ເຊຍ​ສາ​ມາດ​ພົບ​ເຫັນແລະ​ສວຍ​ໃຊ້​ປະ​ຊາ​ຊົນ​ອາ​ເມ​ຣິກັນຜູ້​ທີ່​ມີ​ຄວາມ​ເຕັມ
​ໃຈ ທີ່​ຈະ​ປະ​ຕິ​ບັດ​ຕາມ ​ວິ​ທີ​ການ​ຂອງມົ​ສ​ກູ ໂດຍ​ກ່າວ​ວ່າ ເປັນ​ໄປ "ແບບກວ້າງ​ຂວາງ​
ແລະ​ເປັນ​ລະ​ບົບ” ເພື່ອ​ບັນ​ລຸ​ຜົນ​ໃນ​ສິ່ງ​ທີ່​ພວກ​ເຂົາປາ​ຖະ​ໜານັ້ນ.

ລາຍ​ງານ​ຂອງ​ທ່ານ​ມັ​ລ​ເລີ​ກ່າວ​ວ່າ "ການ​ສືບ​ສວນ​ໄດ້​ພົບ​ເຫັນ​ວ່າ​ລັດ​ຖະ​ບານ​ຣັດ​ເຊຍ
ມອງ​ເຫັນ​ວ່າ​ຕົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ ຈາກ​ການ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີຂອງ​ທ່ານ
​ທ​ຣຳ ແລະ​ໄດ້​ເຮັດ​ວຽກ ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ" ແລະ​ເວົ້າ​ຕື່ມ​ວ່າ ຄະ​ນະ​ໂຄ​
ສະ​ນາ​ຫາ​ສຽງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ “ຄາດ​ຫວັງ​ວ່າ ຕົນ​ຈະ​ໄດ້​ຮັບ​ຜົນ​ປະ
​ໂຫຍດ​ໃນ​ການ​ເລືອກ​ຕັ້ງ​ຈາກ​ຂໍ້​ມູນ​ທີ່​ຖືກ​ລັກ​ຂະ​ໂມຍ​ມາ​ແລະເປີດ​ເຜີຍ​ໂດຍ​ຄວາມ​ພະ​
ຍາ​ຍາມ​ຂອງ​ຣັດ​ເຊຍ.”

ລາຍ​ງານ​ກ່າວ​ວ່າ ເຖິງ​ແມ່ນ​ທັງ​ສອງ​ຝ່າຍ ​ໄດ້​ດຳ​ເນີນ​ການ ເພື່ອ​ຈຸດ​ປະ​ສົງອັນ​ດຽວ​ກັນ
ແຕ່​ພວກ​ເຈົ້າ​ໜ້າ​ທີ່​ສືບ​ສວນ “ກໍ​ບໍ່​ໄດ້​ພົບເຫັນວ່າ ສະ​ມາ​ຊິກ​ ຢູ່ໃນ​ຄະ​ນະ​ໂຄ​ສະ​ນາ​ຫາ​
ສຽງ​ ຂອງ​ທ່ານ​ທ​ຣຳ​ສົມຮູ້​ຮ່ວມ​ຄິດ ​ຫຼື​ປະ​ສານ​ງານ ​ກັບ​ລັດ​ຖະ​ບານ​ຣັ​ດ​ເຊຍ. ຫຼັກ​ຖານ
​ແມ່ນ​ບໍ່​ພຽງ​ພໍ ທີ່​ຈະ​ສະ​ໜັບ​ສະ​ໜຸນ​ການ​ກ່າວ​ຫາ​ໃນ​ການ​ກະ​ທຳຄວາມ​ຜິດ​ດັ່ງ​ກ່າວ.”

ແຕ່​ແນວ​ໃດ​ກໍ​ຕາມ ອະ​ດີດ​ເຈົ້າ​ໜ້າ​ທີ່​ບາງ​ຄົນ ໄດ້​ສວຍ​ໂອ​ກາດກ່າວ​ຢ້ຳ​ເຖິ ງການ​ຢືນ
​ຢັນ​ຂອງ ລາຍ​ງານ ກ່ຽວ​ກັບ​ການ​ພົບ​ເຫັນ​ໃນ​ຂັ້ນ​ຕົ້ນ​ຂອງ​ປະ​ຊາ​ຄົມ​ສືບ​ລັບ​ສະ​ຫະ​ລັດ.

ທ່ານ​ອາ​ລີ ຊູ​ຟານ ອະ​ດີດ​ເຈົ້າ​ໜ້າ​ທີ່ FBI ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ "ຈື່​ໄດ້​ບໍ
ການ​ຊັ່ງ​ຊາ​ຂອງ​ປະ​ຊາ​ຄົມ​ສືບ​ລັບ​ ​ປີ 2017 ກ່ຽວ​ກັບ​ການ​ແຊກ​ແຊງຂອງ​ຣັດ​ເຊຍ?
ເວ​ລານີ້ ພວກ​ເຮົາ​ຮູ້ ​ຢ່າງ​ເປັນ​ການ​ແນ່ນອນ​ແລ້ວ​ວ່າ ມັນ​ເປັນຄວາມ​ຈິງ."

ໃນ​ເດືອນ​ມັງ​ກອນ ປີ 2017 ການ​ຊັ່ງ​ຊາ​ ຂອງ​ອົງ​ການ​ສືບ​ລັບ CIA ​ອົງ​ການ​ສັນ​ຕິ​ບານ​
ກາງ FBI ແລະ​ອົງ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ​ທີ່ໄດ້​ອອກລຸນ​ຫຼັງການ​
ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫຼຸບ​ວ່າ ຣັດ​ເຊຍ ໄດ້​ແນ​ເປົ້າໝາຍ ​ທີ່​ຈະ​ບ່ອນ​ທຳ​ລາຍ ຕໍ່
​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ ທີ່​ມີ​ຕໍ່​ຂັ້ນ​ຕອນ​ປະ​ຊາທິ​ປະ​ໄຕ ​ໃນ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG