ອົງການສັນຕິບານກາງ ຫຼື FBI ແມ່ນກຳລັງສືບສວນສອບສວນການກ່າວອ້າງຂອງ
ແມ່ຍິງຜູ້ທີ່ບໍ່ປະສົງອອກຊື່ຄົນນຶ່ງ ທີ່ວ່າລາວໄດ້ຮັບເງິນ 20,000 ໂດລາ ເພື່ອກ່າວຫາ
ໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໄດ້ລວນລາມລາວ.
ທ່ານ ມອລເລີ ແມ່ນກຳລັງສືບສວນສອບສວນການກ່າວຫາທີ່ວ່າ ການໂຄສະນາຫາງ
ສຽງຂອງປະທານາທິບໍດີ ທຣຳ ໄດ້ສົມຮູ້ຮ່ວມຄິດກັບ ຣັດເຊຍ ເພື່ອແຊກແຊງການ
ເລືອກຕັ້ງໃນປີ 2016. ທ່ານກໍກຳລັງຊອກຫາວ່າ ທ່ານ ທຣຳ ໄດ້ພະຍາຍາມທີ່ຈະຂັດ
ຂວາງການສອບສວນດັ່ງກ່າວນັ້ນຫຼືບໍ່ເຊັ່ນກັນ.
ໃນຖະແຫຼງການເປີດເຜີຍຕໍ່ສາທາລະນະທີ່ບໍ່ຄ່ອຍມີຂຶ້ນນັ້ນ, ໂຄງສົກຂອງທ່ານ ມອລ
ເລີ, ທ່ານ ປີເຕີ ຄາ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ເມື່ອພວກເຮົາຮູ້ວ່າ ການກ່າວ
ຫາຂອງແມ່ຍິງຄົນນຶ່ງໃນສັບປະດາແລ້ວນີ້ທີ່ວ່າ ລາວໄດ້ຮັບເງິນເພື່ອທຳການກ່າວ
ອ້າງທີ່ຜິດ ກ່ຽວກັບ ທ່ານໄອຍະການພິເສດນັ້ນ, ພວກເຮົາໄດ້ສົ່ງບັນຫາດັ່ງກ່າວ ໄປ
ໃຫ້ອົງການ FBI ໃນທັນທີແລ້ວ ເພື່ອທຳການສືບສວນສອບສວນ.
ທ່ານ ຄາ ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມ ກ່ຽວກັບ ກໍລະນີດັ່ງກ່າວ ເຊິ່ງອາດເປັນຄວາມພະຍາ
ຍາມທີ່ຈະສ້າງຄວາມເສື່ອມເສຍໃຫ້ທ່ານ ມອລເລີ ໃນຂະນະທີ່ການສືບສວນສອບ
ສວນຍັງດຳເນີນຕໍ່ໄປຢູ່.
ສື່ມວນຊົນຕ່າງໆເວົ້າວ່າ ແມ່ຍິງທີ່ບໍ່ມີໃຜຮູ້ຈັກຄົນນັ້ນ ໄດ້ຕິດຕໍ່ເຂົາເຈົ້າທາງ ອີເມລ,
ອ້າງວ່າມີຄົນໄດ້ສະເໜີເງິນສົດໃຫ້ລາວ ເພື່ອເວົ້າວ່າ ທ່ານ ມອລເລີ ໄດ້ລວນລາມລາວ
ໃນຊຸມປີ 1970 ໃນເວລາທີ່ເຂົາເຈົ້າໄດ້ເຮັດວຽກນຳກັນຢູ່ອົງການ FBI.
ແມ່ຍິງຄົນດັ່ງກ່າວເວົ້າວ່າ ຄົນຜູ້ທີ່ໄດ້ຕິດຕໍ່ລາວໄດ້ອ້າງວ່າ ລາວເຮັດວຽກໃຫ້ນັກເຄື່ອນ
ໄຫວພັກຣີພັບບລີກັນ ແລະ ຜູ້ຈັດລາຍການວິທະຍຸອະນຸລັກນິຍົມ ທ່ານ ແຈັກ ເບີກແມັນ.
ທ່ານ ເບີກແມັນ ໄດ້ເອີ້ນຕົນເອງວ່າ “ເປັນຜູ້ເຄາະຮ້າຍຂອງຂ່າວຫຼອກລວງ” ແລະ ວ່າ
ລາວບໍ່ໄດ້ຈ້າງໃຜ.
ແຕ່ລາວໄດ້ເວົ້າໃນເຟສບຸກເມື່ອສັບປະດາແລ້ວນີ້ ແລະ ໄດ້ຂຽນໃນທວິດເຕີວ່າ ລາວ
ຈະ “ເປີດເຜີຍຜູ້ເຄາະຮ້າຍຈາກການຖືກລວນລາມໂດຍໄອຍະການພິເສດ ທ່ານ ໂຣ
ເບີດ ມອລເລີ ຄົນທຳອິດ. ຂ້າພະເຈົ້າຊົມເຊີຍຄວາມກ້າຫານ, ກຽດສັກສີ, ຄວາມດີ
ແລະ ຄວາມແຂງແກ່ນຂອງລູກຄ້າຂ້າພະເຈົ້າ.”