ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນ​ທຶກ​ຄວາມ​ຊົງ​ຈຳ ຊ່ອຍທ່ານ​ມັລເລີ ເພີ້ມຂໍ້ມູນໃສ່​ການ​ສືບ​ສວນ ​ຄວາມ​ລຶກ​ລັບຣັດ​ເຊຍ


ທ່ານ​ໂຣ​ເບີດ ມັ​ລ​ເລີ ໄອ​ຍະ​ການ​ສືບ​ສວນພິ​ເສດ ທີ​ກຳ​ກັບ​ການ​ສືບສວນ ກ່ຽວ​ກັບການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ປະທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ 2016.
ທ່ານ​ໂຣ​ເບີດ ມັ​ລ​ເລີ ໄອ​ຍະ​ການ​ສືບ​ສວນພິ​ເສດ ທີ​ກຳ​ກັບ​ການ​ສືບສວນ ກ່ຽວ​ກັບການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ໃນ​ການ​ເລືອກ​ຕັ້ງ ປະທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ 2016.

ຂ່າວ​ຊາ​ລືນອງນັນຂອງສື່ມວນຊົນ ໄດ້​ສ້າງຄວາມ​ໂມໂຫ​ ຍ້ອນຄຳສະເໜີແນະ ເລື້ອງ
ການ​ຕັດ​ສິນ​ລົງ​ໂທດ​ຂອງ​ທ່ານ​ ມັ​ລ​ເລີ ສຳລັບອະ​ດີດ​ທີ່​ປື​ກ​ສາ​ຄ​ວາມ​ປອດ​ໄພ​ແຫ່ງ​ຊ​າ​ດ
ທ່ານໄມ​ເກີ​ລ ຟ​ລິນ ເຕັມ​ໄປ​ດ້ວຍ​ຄວາມ​ຫວັງທີ່ວ່າສານ​ຈະ​ພິຈາລະນາ​ຄືນໃໝ່​ ໃນກາ
​ສືບ​ສວນ​ຂອງໄອ​ຍະ​ການ​ພິ​ເສດ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ​ ໃນ​ການເລືອກ
​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ປີ 2016.

ສິ່ງ​ທີ່​ໂພ່ໂຕ​ຂຶ້ນ​ມາ​ແທນ​ ​ຈາກ​ເອກ​ກະ​ສານ​ທີ່​ລືບ​ລ້າງໄປນັ້ນ ເປັນການລົງ​ເລິກ​ໄປ​ຢ່າງ​
ລຶກ​ລັບ ທັງໄດ້​ໃຫ້​ຮ່ອງ​ຮອຍ​ໜ້ອຍ​ນຶ່ງ​ ວ່າ​ການ​ສືບ​ສວນເກືອບ 18 ເດືອນຜ່ານ​ມາ ໄດ້​
ກ້າວ​ໄປ​ສູ່​ບ່ອນ​ບໍ່​ທີ່ແນ່ນອນ ແລະ​ຄາດ​ໝາຍວ່າຈະໄປໃນທິດ​ທາງ​ທີ່ບໍ່​ໄດ້ຄາດຄິດ​
ມາ​ກ່ອນ.

ຢູ່​ໃນ​ບັນ​ທຶກ​ຄວາມ​ຊົງ​ຈຳຂອງ​ການຕັດ​ສິນ​ລົງ​ໂທດໃນ​ສານ​ລັດ​ຖະ​ບານ​ກາງ​ຕອນ​ແລງ
ວັນ​ອັງ​ຄານ​ທີ່​ຜ່ານ​ມາ ບັນ​ດາ​ໄອ​ຍະ​ການ​ຂອງ​ທ່ານ​ມັ​ລ​ເລີ ໄດ້​ສະ​ເໜີ​ໃຫ້​ທ່ານ​ຟ​ລິນ ຜູ້​
ທີ່​ໄດ້ໃຫ້​ການ​ຮ່ວມ​ມື​ແຕ່​ຕົ້ນ​ເປັນ​ພິ​ຍານ​ໃນ​ການ​ສືບ​ສວນ​ຣັດ​ເຊຍ​ນັ້ນ ວ່າບໍ່​ໃຫ້​ຮັບ​ໂທດ
​ຕິດ​ຄຸກ​ ໃນ​ຖານຕົວ​ະຕົ້ມ​ FBI ເພາະ​ວ່າ​ທ່ານ​ໄດ້​ໃຫ້ “ການ​ຊ່ວຍເຫຼືອ​ທີ່​ສຳ​ຄັນ” ໃນ
ການ​ສືບ​ສວນ​ທີ່​ຍັງດຳ​ເນີນຢູ່ຕໍ່​ໄປຢູ່ ນັບ​ແຕ່​ໄດ້​ສາ​ລະ​ພາບ​ຜິດ​ໃນ​ເດືອນ​ທັນ​ວາ​ປີ​
ກາຍ​ນີ້,

ທ່ານ​ຟ​ລິນ​ໄດ້​ນັ່ງ​ລົງ​ໃຫ້​ສຳ​ພາດ 19 ເທື່ອ​ກັບ​ພວກ​ທະ​ນາຍ​ຄວາມ​ຈາກ ຫ້ອງ​ການ
​ໄອ​ຍະ​ການ​ພິ​ເສດ ພ້ອມ​ທັງ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ໃຫ້ “ຂໍ້​ມູນສົດໆ” ກ່ຽວ​ກັບ​ການ​ພົວ​ພັນ
ກັບທີມ​ຂ້າມ​ຜ່ານຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ
​ຣັດ​ເຊຍ ໃນ​ເດືອນ​ທັນ​ວາ 2016 ທີ່​ພວກ​ໄອ​ຍະ​ການ​ໄດ້​ຂຽນໄວ້.

​ທ່ານ​ໄມ​ເກີ​ລ ຟ​ລິນ ອະ​ດີດ​ທີ່​ປື​ກ​ສາ​ຄ​ວາມ​ປອດ​ໄພ​ແຫ່ງ​ຊ​າ​ດ ກຳ​ລັງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ ທີ່​ນະ​ຄອນ​ຫຼວງ ວ​ໍຊິ​ງ​ຕ​ັນ ວັນ​ທີ 1, 2017.
​ທ່ານ​ໄມ​ເກີ​ລ ຟ​ລິນ ອະ​ດີດ​ທີ່​ປື​ກ​ສາ​ຄ​ວາມ​ປອດ​ໄພ​ແຫ່ງ​ຊ​າ​ດ ກຳ​ລັງ​ອອກ​ຈາກ​ສານ​ລັດ​ຖະ​ບານ​ກາງ ທີ່​ນະ​ຄອນ​ຫຼວງ ວ​ໍຊິ​ງ​ຕ​ັນ ວັນ​ທີ 1, 2017.

ເຂົາ​ເຈົ້າ​ຍັງ​ໄດ້​ຍ້ອງ​ຍໍ “ຄຸນ​ຄ່າ​ເວ​ລາ” ທີ່​ທ່ານ​ຟ​ລິນ​ໄດ້​ໃຫ້​ການ​ຮ່ວມ​ມື ໂດຍກ່າວ​ວ່າ
ໄດ້​ຊັກ​ຊວນ​ໃຫ້​ບັນ​ດາ​ຜູ້​ເຫັນ​ເຫດ​ການ​ໃຫ້​ການ​ຮ່ວມ​ມື.

ແຕ່​ບັນ​ດາ​ໄອ​ຍະ​ການ​ໄດ້​ເປີດ​ເຜີຍ​ເລື້ອງອື່ນໜ້ອຍ​ນຶ່ງ​ ປິດ​ບັງສ່ວນ​ໃຫຍ່ຂອງ​ເອກ​
ກະ​ສານ​ບັນ​ທຶ​ກ​ຄວາມ​ຊົງ​ຈຳໄວ້ ເນື່ອງ​ຈາກວ່າ “ເປັນ​ຂໍ້​ມູນ​ທີ່​ມີຄວາມລັບ​ກ່ຽວ​ກັບ​
ການ​ດຳ​ເນີນການ​ສືບ​ສວນເວລານີ້.”

ເວ​ລາ​ນັ້ນ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະ​ຈຳ​ສະ​ຫະ​ລັດ ທ່ານ​ເຊີ​ເກ ກິ​ສ​ລິ​ຍັກ ມາ​ເຖິງ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ວັນ​ທີ 17 ກໍ​ລະ​ກົດ 2017.
ເວ​ລາ​ນັ້ນ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະ​ຈຳ​ສະ​ຫະ​ລັດ ທ່ານ​ເຊີ​ເກ ກິ​ສ​ລິ​ຍັກ ມາ​ເຖິງ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ວັນ​ທີ 17 ກໍ​ລະ​ກົດ 2017.

“ໃນ​ຂ​ະ​ນະ​ທີ່​ຊອ​ກ​ຫາ​ເລື້ອງ​ເພີ້ມ​ເຕີມ ເພື່ອ​ໃຫ້​ໄດ້​ລາຍ​ລະ​ອຽດ​ທີ່ກວ້າງ​ຂວາງ ຂອງ​
ຜົນ​ປະ​ໂຫຍດ ທີ່​ລັດ​ຖະ​ບານ​ໄດ້ມາ​ຈາກ​ພວກ​ທີ່​ຖືກ​ກ່າ​ວ​ຫາ​ໃຫ້​ການ​ຊ່ວ​ຍ ເຫຼືອເປັນ​
ພິ​ເສດ ຜົນປະ​ໂຫຍດ​ຈຳ​ນວນ​ນຶ່ງ​ ​ອາດ​ຈ​ະ​ບໍ່ສຳ​ນຶກ​ໄດ້ ຢ່າງ​ເຕັມ​ທີ່ ໃນ​ເວ​ລ​າ​ນີ້ ເພາະ​
ວ່າ​ການ​ສື​ບ​ສວນ​ທີ່​ທ່ານ​ໄດ້​ໃຫ້​ມາ ຍັງພວມ​ດຳ​ເນີນ​ຢູ່” ອີງຕາມເອກ​ກະ​ສານ​ຄວາມ​
ຊົງ​ຈຳດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG