ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ມັລເລີ ໄດ້ສະຫຼຸບ ການສືບສວນ 2 ປີ ກ່ຽວກັບ ການແຊກແຊງ ໃນການເລືອກຕັ້ງ ຂອງຣັດເຊຍ


ໄອຍະການພິເສດ ທ່ານໂຣເບີດ ມັລເລີ ແລະ ທ່ານປະທານາທິບໍດີ ດໍໂນລ ທຣຳ.
ໄອຍະການພິເສດ ທ່ານໂຣເບີດ ມັລເລີ ແລະ ທ່ານປະທານາທິບໍດີ ດໍໂນລ ທຣຳ.

ການລໍຄອຍ ແມ່ນສິ້ນສຸດລົງແລ້ວ. ແຕ່ເກມການເມືອງ ແມ່ນຫາກໍເລີ້ມຕົ້ນຂຶ້ນ.

ທ່ານໂຣເບີດ ມັລເລີ ໄອຍະການພິເສດ ຮັບຜິດຊອບການສືບສວນສອບສວນ ກ່ຽວກັບ
ເລື້ອງຣັດເຊຍ ໃນຕອນທ່ຽງວັນສຸກວານນີ້ ໄດ້ນຳສົ່ງລາຍງານຂັ້ນ​ສຸດ​ທ້າຍ ໃຫ້ແກ່
ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານວີລລຽມ ບາ ທີ່ໄດ້ລວບລວມການກວດສອບ
ຫຼາກຫຼາຍເລື້ອງຢ່າງກວ້າງຂວາງ ທີ່ໄດ້ສ້າງຄວາມແຕກແຍກ ພາຍໃນຊາວອາເມຣິກັນ
ແລະໄດ້ສ້າງຄວາມມືດມົນ ມາເປັນເວລາຍາວນານ ກ່ຽວກັບ ບົດບາດໜ້າທີ່ ຂອງ
ປະທານາທິບໍດີ ດໍໂນລ ທຣຳ ໃນໄລຍະ ສອງປີຜ່ານມານີ້.

ທ່ານບາ ໄດ້ແຈ້ງໃຫ້ບັນດາຜູ້ນຳລັດຖະສະພາຊາບ ໂດຍຜ່ານໜັງສືສະບັບນຶ່ງ ວ່າ
ທ່ານໄດ້ຮັບບົດລາຍງານທີ່ປິດລັບຂອງທ່ານມັລເລີແລ້ວ ແລະວ່າ “ຂ້າພະເຈົ້າ
ອາດຢູ່ໃນຖານະ ທີ່ຈະ​ນຳ​ສະ​ເໜີພວກທ່ານ ກ່ຽວກັບບົດສະຫລຸບໃນເບື້ອງຕົ້ນ
ຂອງທ່ານມັລເລີ ໄວທີ່ສຸດພາຍ ໃນທ້າຍສັບປະດານີ້.”

ຈຸດໃຈກາງຂອງຄຳຖາມ ທີ່ທ່ານມັລເລີ ອະດີດຜູ້ອຳນວນການອົງການສັນຕິບານກາງ
FBI ຕັ້ງໃຈທີ່ຈະຫາຄຳຕອບນັ້ນ ກໍແມ່ນວ່າ ທ່ານທຣຳ ຫຼືບັນດາທີ່ປຶກສາຂອງທ່ານ
ໄດ້ສົມຮູ້ຮ່ວມຄິດ ກັບພວກຣັດເຊຍ ບ່ອນທຳລາຍ ຄະນະໂຄສະນາຫາສຽງ ໃນປີ
2016 ຂອງທ່ານນາງຮີລລາຣີ ຄລິນຕັນ ດ້ວຍການນຳເອົາອີເມລທີີ່ໜ້າອັບອາຍ ທີ່ໄດ້
ລັກຂະໂມຍມາຈາກຄະນະກຳມະການແຫ່ງຊາດ ພັກເດໂມແຄຣັດ ແລະປະທານ
ຄະນະໂຄສະນາຫາສຽງ ຂອງທ່ານນາງຄຣິນຕັນ ຫຼືບໍ່? ຫຼືວ່າ ທ່ານທຣຳ ເປັນພຽງແຕ່
ຜູ້ໂຊກບໍ່ດີ ໄດ້ຮັບເຄາະຈາກການໃຊ້ຍຸດທະວິທີ ທີ່ເສຍຫາຍນີ້ ຂອງຣັດເຊຍ? ແລະ
ທ່ານປະທານາທິບໍດີ ໄດ້ພະຍາຍາມ ທີ່ຈະທຳລາຍ ການສືບສວນສອບສວນ ທີ່ຕິດ
ຕາມມານັ້ນ ເພື່ອປົກປ້ອງທ່ານເອງ ແລະພວກທີ່ ປຶກສາ ແລະຜູ້ຊ່ອຍທາງດ້ານການ
ເມືອງ ທັງຫຼາຍຂອງທ່ານ ຫຼືບໍ່?

ການສືບ​ສວນດັ່ງກ່າວ ໄດ້ນຳໄປສູ່ການຟ້ອງ​ຮ້ອງ 37 ບຸກຄົນ ແລະອົງການຈັດຕັ້ງ
ຕ່າງໆແລ້ວ ໂດຍສ່ວນໃຫຍ່ ແມ່ນພວກສາຍລັບຊາວຣັດເຊຍ ຜູ້ທີ່ຍັງຄົງຫຼົບໜີການ
ຈັບກຸມຢູ່. ສ່ວນ 7 ຄົນປະກອບດ້ວຍ ອະດີດຄູ່ຮ່ວມງານຂອງທ່ານທຣຳ 5 ຄົນ ກໍໄດ້
ສາລະພາບຜິດ ແລະ 5 ຄົນນີ້ ກໍໄດ້ຖືກຕັດສິນລົງໂທດໃຫ້ຈຳຄຸກ ໄປແລ້ວ.

ໃນຄະດີທີ່ມີຄວາມສົນໃຈສູງ ກໍມີຄະດີ ຂອງອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງ
ຊາດ ທ່ານໄມເກີລ ຟ​ລິນ ໄດ້ຮັບສາລະພາບຜິດໃນການໃຫ້ການເທັດ ແກ່ເຈົ້າໜ້າທີ່
FBI ກ່ຽວກັບການສົນທະນາ ກັບເອກອັກຄະລັດຖະທູດຣັດເຊຍ ແລະ ທ່ານພອລ
ມານາຟອດ ຜູ້ທີ່ເປັນອະດີດປະທານໂຄສະນາຫາສຽງຂອງທ່ານປະທານາທິບໍດີນັ້ນ
ກໍໄດ້ຖືກຕັດສິນລົງໂທດ​ໄປ​ແລ້ວ ວ່າທຳ​ຄວາມຜິດທາງອາຍາ ຫຼາຍ​ຂໍ້.

ກ່ອນທີ່ບົດລາຍງານດັ່ງກ່າວ ຈະຖືກສົ່ງໄປນັ້ນ ໄດ້ມີການສັນນິດຖານກັນ ໃນເລື້ອງ
ຄວາມເສຍຫາຍ ທີ່ໄອຍະການພິເສດ ຈະກ່າວຟ້ອງຕື່ມອີກ ແຕ່ກໍ​ປາ​ກົດ​ວ່າ ບໍ່ມີການ
ເຄືອນໄຫວໃດໆ ໃນທາງດ້ານກົດໝາຍ ກ່ອນທີ່ບົດລາຍງານ ຈະຖືກສົ່ງໄປ ໃຫ້
ກະຊວງຍຸຕິທຳ.

After Months of Anticipation, Mueller Probe Concludes
please wait

No media source currently available

0:00 0:03:20 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG