ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຄະນະສືບສວນ ທ່ານມັນເລີ ມອບເອກກະສານ ໃຫ້ຄະນະປ້ອງກັນ ທ. ມານາຟອຣທ໌ໍ


ທ່ານພອລ ມານາຟອດທ໌ ພວມຍ່າງອອກຈາກ ສານເຂດ ລັດຖະບານກາງ ທີ່ວໍຊິງຕັນ (30 ຕຸລາ 2017)
ທ່ານພອລ ມານາຟອດທ໌ ພວມຍ່າງອອກຈາກ ສານເຂດ ລັດຖະບານກາງ ທີ່ວໍຊິງຕັນ (30 ຕຸລາ 2017)

ໄອຍະການຂອງສະຫະລັດ ກ່າວວ່າ ອະດີດຜູ້ຈັດການຄະນະໂຄສະນາຫາສຽງຂອງ
ປະທານາທິບໍດີ ທຣຳ ທ່ານພອລ ມານາຟອຣທ໌ ອາດໄດ້ລະເມີດ ຕໍ່ຄຳສັ່ງຂອງສານ ທີ່ຫ້າມບໍ່ໃຫ້ຜູ້ກ່ຽວໂອ້ລົມຫຼືຂຽນກ່ຽວກັບຄະດີໂດຍໄດ້ພິມເຜີຍແຜ່ບົດຄວາມເຫັນໃນ
ໜ້າໜັງສືພິມພາສາອັງກິດຢູ່ປະເທດຢູເຄຣນ ໃນວັນພະຫັດຜ່ານມານີ້.

ຫລັກຖານດັ່ງກ່າວແມ່ນສ່ວນນຶ່ງຂອງຫຼັກຖານຫຼາຍໆຢ່າງທີ່ເກັບກຳມາໂດຍຄະນະ
ປະຕິບັດງານທາງກົດໝາຍ ຂອງໄອຍະການພິເສດ ທ່ານໂຣເບີດ ມັນເລີ ຊຶ່ງເປັນຜູ້
ຮັບຜິດຊອບນຳການສືບສວນກ່ຽວກັບຄວາມປັນໄປໄດ້ທີ່ວ່າອາດມີການພົວພັນລະ
ຫວ່າງຣັດເຊຍ ແລະຄະນະໂຄສະນາຫາສຽງຂອງປະທານາທິບໍດີດໍໂນລ ທຣຳ.

ທ່ານມານາຟອຣທ໌ ແລະທີ່ປຶກສາຂອງຄະນະໂຄສະນາຫາສຽງທ່ານທຣຳ ທ່ານຣິກ
ເກດສ໌ ໄດ້ຮ້ອງຮຽນຕໍ່ສານວ່າ ເຂົາເຈົ້າບໍ່ມີຄວາມຜິດ ໃນການຟ້ອງ 12 ກະທົງ ໃນ
ຖານະທີ່ເປັນສ່ວນນຶ່ງຂອງການສືບສວນ ໂດຍທ່ານມັນເລີ ກ່ຽວກັບການກ່າວຫາທີ່
ວ່າ ຣັດເຊຍໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີປີ 2016​ ແລະອາດ
ສົມຮູ້ຮ່ວມຄິດ ກັບຄະນະໂຄສະນາຫາສຽງ ຂອງທ່ານທຣຳ. ພວກເຂົາເຈົ້າຖືກກ່າວ
ຫາວ່າ ສົມຮູ້ຮ່ວມຄິດເພື່ອທຳການຟອກເງິນ ສົມຮູ້ຮ່ວມຄິດຕໍ່ຕ້ານສະຫະລັດ ແລະ
ບໍ່ໄດ້ຈົດທະບຽນ ເປັນຜູ້ຕາງໜ້າຕ່າງປະເທດ ຂອງອະດີດລັດຖະບານ ທີ່ນິຍົມຣັດ
ເຊຍໃນຢູເຄຣນນັ້ນ.

ທ່ານຣິກ ເກດສ໌
ທ່ານຣິກ ເກດສ໌

ສຳນວນຟ້ອງໄດ້ຍື່ນເພື່ອໃຫ້ເປັນການສອດຄ່ອງກັບກົດໝາຍທີ່ວ່າ ລັດຖະບານຈະສະ ໜອງຫລັກຖານທີ່ໄອຍະການເກັບກຳມາ ໃຫ້ແກ່ຄະນະກົດໝາຍຂອງຈຳເລີຍ ເພື່ອໃຫ້
ພວກເຂົາເຈົ້າສາມາດຈັດຕັ້ງການຕໍ່ສູ້ປ້ອງກັນ.

ເອກກະສານຂອງສານກ່າວວ່າ ຫລັກຖານໄດ້ຖືກມອບໃຫ້ 4 ຊຸດ ຄືຊຸດທຳອິດໃນວັນທີ
17 ພະຈິກ ແລະຊຸດຫລ້າສຸດແມ່ນໃນວັນສຸກວານນີ້ແມ່ນປະກອບດ້ວຍຫຼາຍກວ່າ 400
ພັນສະບັບ ຮວມທັງປະຫວັດການເງິນ ປະຫວັດບໍລິສັດແລະການຕິດຕໍ່ທາງອີແມລ.

ປະມານ 2,000 ສະບັບຂອງເອກກະສານເຫຼົ່ານັ້ນ ແມ່ນຖືກລະບຸໂດຍລັດຖະບານວ່າ
“ຮ້ອນ” ໝາຍຄວາມວ່າ ເປັນເອກກະສານ ທີ່ສຳຄັນເປັນພິເສດ. ຄະນະສືບສວນກ່າວ
ວ່າ ເຂົາເຈົ້າລະບຸເອກກະສານເຫຼົ່ານັ້ນ ຍ້ອນມີເອກກະສານເປັນຈຳນວນຫຼວງຫຼາຍທີ່
ເຂົາເຈົ້າເກັບກຳມາໄດ້ທັງໝົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG