ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ດິນເຈື່ອນ ຢູ່ໃນຣວັນດາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 130 ຄົນ

ປະຊາຊົນ ພາກັນຢູ່ໃກ້ໆບໍລິເວນຊາກຫັກເພ ທີ່ຖະຫຼົ່ມລົ່ມນ້ອນຝົນຕົກໜັກຮຸນແຮງ ຢູ່ທາງທິດຕາເວັນຕົກຂອງຣວັນດາ, ວັນທີ 3 ພຶດສະພາ 2023.
ປະຊາຊົນ ພາກັນຢູ່ໃກ້ໆບໍລິເວນຊາກຫັກເພ ທີ່ຖະຫຼົ່ມລົ່ມນ້ອນຝົນຕົກໜັກຮຸນແຮງ ຢູ່ທາງທິດຕາເວັນຕົກຂອງຣວັນດາ, ວັນທີ 3 ພຶດສະພາ 2023.

ເຈົ້າໜ້າທີ່ໃນປະເທດຣວັນດາ ກ່າວວ່າ ການຊອກຫາຜູ້ເຄາະຮ້າຍ ແມ່ນຍັງດໍາເນີນຢູ່ຕໍ່ໄປໃນວັນພະຫັດມື້ນີ້ ລຸນຫຼັງທີ່ມີຝົນຕົກແຮງ ໝົດອາທິດ ໂດຍສົ່ງຜົນເຮັດໃຫ້ດິນເຈື່ອນ ແລະມີນໍ້າຖ້ວມຮຸນແຮງໃນທັນທີ ຢູ່ບໍລິເວນແຂວງທາງພາກ ເໜືອ, ພາກຕາເວັນຕົກ ແລະພາກໃຕ້ຂອງປະເທດ, ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 130 ຄົນ, ເຮືອນຊານຫຼາຍພັນຫຼັງໄດ້ຖືກທໍາລາຍ.

ເຈົ້າໜ້າທີ່ຂອງລັດຖະບານ ທີ່ກໍາລັງດໍາເນີນການສໍາຫຼວດບໍລິເວນຕ່າງໆທີ່ໄດ້ຮັບຜົນກະທົບກ່າວວ່າ ພວກເຂົາເຈົ້າຄາດວ່າ ຈໍານວນຜູ້ເສຍຊີວິດທັງໝົດອາດມີຫຼາຍກວ່ານີ້ ເນື່ອງຈາກຜູ້ເຄາະຮ້າຍຫຼາຍຄົນອາດຈະຍັງຖືກຝັງຢູ່ໃຕ້ຂີ້ຕົມ ແລະໃຕ້ເສດຊາກຫັກເພນັ້ນຢູ່.

ປະຊາຊົນຢູ່ໃນທ້ອງຖິ່ນ ພາກັນເກັບກູ້ເອົາຊິ້ນສ່ວນຕ່າງໆຂອງເຮືອຊານພວກເຂົາ ທີ່ຖືກພັດໄຫຼໄປ ເນື່ອງຈາກຝົນທີ່ຕົກລົງມາຮຸນແຮງ ສົ່ງຜົນໃຫ້ມີນໍ້າຖ້ວມກະທັນກັນ ແລະດິນເຈື່ອນ ຢູ່ແຂວງ ຣູບາວູ (Rubavu) ເຊິ່ງເປັນແຂວງທາງພາກຕາເວັນຕົກ, ຣວັນດາ, ວັນທີ 3 ພຶດສະພາ 2023.

ຮອງໂຄສົກຂອງລັດຖະບານ ທ່ານອາແລັງ ມູກູຣາລິນດາ ບອກພວກນັກຂ່າວວ່າ ມີຜູ້ທີ່ໄດ້ຮັບບາດເຈັບຢ່າງໜ້ອຍ 77 ຄົນ, ເຊິ່ງ 36 ຄົນໃນຈໍານວນນັ້ນ ແມ່ນໄດ້ເຂົ້າຮັບການຮັກສາໂຕ ຢູ່ທີ່ໂຮງໝໍໃນຕອນເຊົ້າຂອງພະຫັດວານນີ້.

ທ່ານ ມູກູຣາລິນດາ ກ່າວວ່າ ລັດຖະບານບໍ່ຮູ້ຈັກຈໍານວນຂອງຜູ້ຄົນທີ່ກາຍມາເປັນຄົນບໍ່ມີເຮືອນຢູ່ ທີ່ໄດ້ຮັບຜົນກະທົບມາຈາກນໍ້າຖ້ວມ ແລະດິນເຈື່ອນ​ໃນ​ຄັ້ງນີ້ ເນື່ອງຈາກວ່າ ຍັງຢູ່ໃນຂັ້ນຕອນຂອງການນັບຈໍານວນຢູ່, ແຕ່ໄດ້ຮັບການຢືນຢັນວ່າ ມີເຮືອນຫຼາຍກວ່າ 5,000 ຫຼັງໄດ້ຖືກທໍາລາຍ, ແລະປັດຈຸບັນນີ້ ມີຫຼາຍຄອບຄົວ ຈໍາເປັນຕ້ອງໄດ້ຊອກຫາບ່ອນຢູ່ໃໝ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG