ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດິນເຈື່ອນ ໃນ ເມັກຊິໂກ ເຮັດໃຫ້ ປະຊາຊົນ ເສຍຊີວິດ 38 ຄົນ


Mexico mudslide
please wait
Embed

No media source currently available

0:00 0:01:34 0:00

ດິນເຈື່ອນໄດ້ເກີດຂຶ້ນໂດຍສິ່ງທີ່ຫຼົງເຫຼືອຈາກພາຍຸເຂດຮ້ອນ Earl ເຊິ່ງໄດ້ເຮັດໃຫ້ປະ ຊາຊົນ ທີ່ອາໄສຢູ່ຕາມເຂດຊາຍຝັ່ງ Caribbean ຂອງ ເມັກຊິໂກ ເສຍຊີວິດ 38 ຄົນ.

ລາຍງານເວົ້າວ່າ ຜູ້ທີ່ໄດ້ເສຍຊີວິດສ່ວນໃຫຍ່ ອາໄສຢູ່ໃນລັດ Veracruz ແລະ ລັດ Puebla, ບ່ອນທີ່ຝົນຕົກໜັກໄດ້ສົ່ງກ້ອນຫີນ ແລະ ດິນຕົມໄຫຼລົງມາຈາກພູ ແລະ ຄ້ອຍໄປ ຖົມເຮືອນຈຳນວນຫຼາຍ ແລະ ຖ້ວມຖະໜົນຫຼາຍແຫ່ງ.

ພາຍຸ Earl ໄດ້ກໍ່ໃຫ້ເກີດດິນເຈື່ອນໃນປະເທດ Belize, ກົວເຕມາລາ, ແລະ ພາກໃຕ້ຂອງ ປະເທດ ເມັກຊິໂກ ໃນສັບປະດາທີ່ຜ່ານມາ ເຊິ່ງໄດ້ກາຍເປັນພາຍຸເຮີຣິເຄນ ລະດັບໜຶ່ງ ແລະ ໄດ້ອ່ອນຕົວລົງໃນຂະນະທີ່ມັນໄດ້ເຄື່ອນຍ້າຍເຂົ້າຝັ່ງ.

ໃນເວລາດຽວກັນ, ບັນດານັກພະຍາກອນອາກາດ ກໍໄດ້ເຕືອນກ່ຽວກັບ ພາຍຸເຂດຮ້ອນ ນີ້ສຳລັບພາກຕາເວັນຕົກສຽງໃຕ້ຂອງ ເມັກຊິໂກ ຈາກເມືອງ Manzanillo ໃຕ້ ຫາ ເມືອງ Cabo Corrientes ໃນຂະນະທີ່ພາຍຸເຂດຮ້ອນ Javier ໄດ້ພັດຜ່ານມະຫາສະໝຸດປາ ຊີຟິກ.

ແຕ່ນັກອຸຕຸນິຍົມບໍ່ໄດ້ກ່າວວ່າ ພວກເຂົາເຈົ້າຄິດວ່າມັນຈະຂະຫຍາຍຕົວເປັນພາຍຸ ໄຊໂຄລນ ຫຼື ບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ປຳ້ນຳ້ມັນທາງນຳ້ ຖືກປິດ ໃນຂະນະທີ່ພວກເຂົາເຈົ້າກຽມພ້ອມ ສຳລັບການມາຮອດຂອງພາຍຸເຮີຣິເຄນ Earl, ໃນເມືອງ Puerto Barrios, ປະເທດ ກົວເຕມາລາ. 3 ສິງຫາ 2016.
ປຳ້ນຳ້ມັນທາງນຳ້ ຖືກປິດ ໃນຂະນະທີ່ພວກເຂົາເຈົ້າກຽມພ້ອມ ສຳລັບການມາຮອດຂອງພາຍຸເຮີຣິເຄນ Earl, ໃນເມືອງ Puerto Barrios, ປະເທດ ກົວເຕມາລາ. 3 ສິງຫາ 2016.
XS
SM
MD
LG