ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Mubarak ຖືກຕັດສິນໂທດ ຈຳຄຸກ ຕະຫຼອດຊີວິດ (ສະໄລ໌ກັບວີດີໂອ)


Blue paint falls from the eyes of a vandalized statue, in Madrid,Spain.
Blue paint falls from the eyes of a vandalized statue, in Madrid,Spain.

ທ່ານ Hosni Mubarak ປະທາ​ນາ​ທິບໍດີ​ອີ​ຈິບ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ອຳນາດ ​ໄດ້​ຖືກ​ຕັດ
ສິນ​ໂທດ​ຈຳ​ຄຸກ​ຕະຫຼອດຊີວິດ ໃນ​ຖານ​ສົມຮູ້​ຮ່ວມ​ຄິດ​ກ່ຽວ​ກັບ​ການ​ສັງຫານ​ພວກ​ປະ​ທ້ວງ​
ຕໍ່ຕ້ານ​ລັດຖະບານ​ຫຼາຍຮ້ອຍ​ຄົນ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນປີ​ກາຍ​ນີ້ທີ່​ໄດ້​ບັງຄັບ​ໃຫ້​ທ່ານ
ຕ້ອງລົງຈາກ​ອຳນາດ​.

ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ທ່ານ Habib al-Adly ກໍ​ໄດ້ຮັບ​ໂທດ​ຈຳຄຸກ​ຕະຫຼອດ
ຊີວິດ​ເຊັ່ນ​ດຽວ​ກັນໃນ​ວັນ​ເສົາ​ມື້ນີ້ກ່ຽວ​ກັບການ​ສັງຫານ​ພວກ​ປະ​ທ້ວງດັ່ງກ່າວ.

ສ່ວນ​ລູກ​ຊາຍ​ຂອງ​ທ່ານ Mubarak ສອງ​ຄົນຄື​ທ້າວ Alaa ​ແລະ ທ້າວ Gamal ຖືກ​ຕັດ
ສິນ​ວ່າ ບໍ່​ມີ​ຄວາມ​ຜິດ​ ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ.

ນາງ Elizabeth Arrott ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອລາຍ​ງານ​ວ່າ ​ໄດ້​ເກີດ​ການ​ຕໍ່ສູ້​ກັນ​ຂຶ້ນຢ່າງ​
ອຸດ​ຕະລຸດຢູ່ທີ່​ສານໃນ​ນະຄອນຫຼວງ​ໄຄ​ໂຣ ຫຼັງຈາກ​ໄດ້​ມີ​ການ​ປະກາດກ່ຽວ​ກັບ​ຄຳ​ຕັດສິນ
​ຕໍ່​ລູກ​ຊາຍ​ທັງ​ສອງ​ຂອງ​ທ່ານ Mubarak.

​ໄອ​ຍະ​ການໄດ້​ຊອກ​ຫາ​ຊ່ອງ​ທາງ​ຢາກ​ໃຫ້​ລົງ​ໂທດ​ປະຫານ​ຊີວິດ​ຕໍ່​ອະດີດ​ປະທານາ​ທິບໍດີ
Mubarak ທີ່​ມີ​ອາຍຸ 84 ປີ.

​ມີ​ການ​ສົ່ງຕຳຫຼວດຈຳນວນ​ຫຼາຍຮ້ອຍ​ຄົນເຂົ້າ​ປະຈຳການຢູ່​ນອກ​ສານບ່ອນ​ທີ່​ຊາວອີ​ຈິບ
ພາກັນ​ຮ້ອງຂຶ້ນວ່າ ພະ​ເຈົ້າຄື​ຜູ້​ຍິ່ງ​ໃຫຍ່​ສຸດ.

ການ​ດຳ​ເນີນ​ຄະດີ​ອະດີດ​ປະທານາທິບໍດີ Mubarak ​ເລີ້ມຂຶ້ນ​ໃນ​ເດືອນ​ສິງຫາ ປີ​ກາຍ​ນີ້.

ເບິ່ງວີດີໂອ ການປະທ້ວງຄໍາຕັດສິນໂທດທ່ານມູບາຣັກ:

XS
SM
MD
LG