ຊາວອີຈິບຫຼາຍພັນຄົນໄດ້ຫຼັ່ງໄຫຼລົງສູ່ຖະໜົນຫົນທາງທົ່ວປະເທດໃນແລງວັນເສົາວານນີ້
ເພື່ອປະທ້ວງຄໍາຕັດສິນໃນການດໍາເນີນຄະດີຂອງອະດີດປະທານາທິບໍດີອີຈິບ ທ່ານ Hosni
Mubarak, ທ່ານ Habib al-Adly ອະດີດລັດຖະມົນຕີກະຊວງພາຍໃນ ແລະເຈົ້າໜ້າທີ່
ຄວາມໝັ້ນຄົງລະດັບສູງສຸດຂອງປະເທດອີກ 6 ຄົນ.
ຜູ້ນໍາທີ່ຖືກໂຄ່ນລົ້ມ ໄດ້ຖືກພົບເຫັນວ່າມີຄວາມຜິດ ຖານເປັນຜູ້ສັ່ງສັງຫານ ພວກປະທ້ວງ
ຕໍ່ຕ້ານລັດຖະບານຫຼາຍຮ້ອຍຄົນໃນລະຫວ່າງການລຸກຮືຂຶ້ນໃນອາທິດທໍາອິດໃນເດືອນ
ກຸມພາປີ 2011 ທີ່ໄດ້ບີບບັງຄັບໃຫ້ທ່ານຕ້ອງລົງຈາກອໍານາດນັ້ນ. ທ່ານມູບາຣັກຖືກຕັດ
ສິນຈໍາຄຸກຕະຫຼອດຊີວິດ. ບັນດາໄອຍະການໄດ້ຮຽກຮ້ອງໃຫ້ຕັດສິນໂທດປະຫານຊີວິດ
ແຕ່ປະທານຜູ້ພິພາກສາ ເວົ້າວ່າ ເຖິງແມ່ນທ່ານມູບາຣັກ ບໍ່ສາມາດປ້ອງກັນບໍ່ໃຫ້ມີການ
ເສຍຊີວິດເກີດຂຶ້ນກໍຈິງ ແຕ່ທ່ານກໍບໍ່ໄດ້ມີຄວາມຮັບຜິດຊອບໂດຍກົງໃນເລຶ່ອງນີ້. ຄາດວ່າ
ບັນດາທະນາຍຄວາມຂອງທ່ານມູບາຣັກ ຈະຍື່ນອຸທອນຄໍາຕັດສິນດັ່ງກ່າວ.
ສ່ວນອະດີດລັດຖະມົນຕີກະຊວງພາຍໃນທີ່ຄົນກຽດຊັງຫຼາຍທີ່ສຸດນັ້ນ ກໍຖືກພົບເຫັນວ່າມີ
ຄວາມຜິດ ແລະຕັດສິນໂທດຈໍາຄຸກຕະຫຼອດຊີວິດແບບດຽວກັນກັບທ່ານມູບາຣັກ ແຕ່ບັນດາ
ເຈົ້າໜ້າທີ່ຄວາມໝັ້ນຄົງລະດັບສູງຄົນອື່ນໆນັ້ນ ຖືກຕັດສິນວ່າ ບໍ່ມີຄວາມຜິດ.
ນອກນີ້ແລ້ວສານຍັງຕັດສິນວ່າທ່ານມູບາຣັກ ລູກຊາຍສອງຄົນຂອງທ່ານ ຄື ນາຍ Gamal
ແລະ Alaa ແລະຄົນອື່ນໆ ບໍ່ມີຄວາມຜິດໃນຂໍ້ຫາສໍ້ລາດບັງຫຼວງ.
ປະຊາຊົນຈໍານວນຫລວງຫລາຍ ພາກັນເດີນຂະບວນປະທ້ວງ ຢູ່ໃນນະຄອນຫຼວງໄຄໂຣ ເມືອງ Alexandria, Suez ແລະຕາມຫົວເມືອງອື່ນໆ. ທີ່ໄຄໂຣ ປະຊາຊົນໄດ້ອັ່ງອໍກັນຢ່າງໜາແໜ້ນຢູ່ທີ່ຈະຕຸລັດຕາເຮຍ ສູນກາງແຫ່ງການປະຕິວັດ ທວງໃຫ້ມີການດໍາເນີນຄະດີຄືນໃໝ່ ແລະໃຫ້ຕັດສິນໂທດປະຫານຊີວິດທ່ານມູບາຣັກ. ນອກນີ້ພວກຝຸງຊົນຍັງປະທ້ວງຕໍ່ ການຕັດສິນວ່າບັນດາເຈົ້າໜ້າທີ່ຄວາມໝັ້ນຄົງລະດັບສູງ ບໍ່ມີຄວາມຜິດນັ້ນນໍາ.
ຫຼາຍໆຄົນໂກດແຄ້ນກ່ຽວກັບການຍົກຟ້ອງຂໍ້ຫາການສໍ້ລາດບັງຫຼວງ ແລະສົງໃສວ່າຄວາມ
ລໍ້າລວຍຢ່າງມະຫາສານທີ່ຄອບຄົວມູບາຣັກໄດ້ສະສົມໄວ້ນັ້ນ ຍັງຈະຕົກຢູ່ໃນກໍາມືຂອງພວກ
ເຂົາເຈົ້ານັ້ນຢູ່
ເບິ່ງວີດີໂອກ່ຽວກັບການປະທ້ວງ: