ອະດີດປະທານາທິບໍດີອີຈິບ ທ່ານ Hosni Mubarak ຖືກປ່ອຍແລ້ວຫລັງຈາກໄດ້ຖືກ
ຄຸມຂັງຢູ່ໃນຄຸກ ແລະເຂົ້າໂຮງໝໍມາເປັນເວລາຫົກປີ ລຸນຫລັງການລຸກຮືຂຶ້ນ ໃນລະດູ
ບານໃໝ່ ປີ 2011.
ທ່ານໄດ້ອອກຈາກໂຮງໝໍທະຫານ ໃນວັນສຸກວານນີ້.
ທ່ານ Mubarak ໄດ້ເປັນຜູ້ນຳຄົນທຳອິດ ທີ່ໄດ້ຖືກນຳໂຕຂຶ້ນສານດຳເນີນຄະດີ ຫລັງ
ຈາກການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຣັບ ທີ່ເກີດຂຶ້ນໃນທົ່ວຂົງເຂດ. ທ່ານ
ໄດ້ຖືກກ່າວຫາວ່າ ຍຸຍົງໃຫ້ມີການເສຍຊີວິດຂອງພວກປະທ້ວງ ໃນ ການລຸຮືຂຶ້ນເປັນ
ເວລາ 18 ມື້.
ນອກນັ້ນ ທ່ານຍັງໄດ້ປະເຊີນໜ້າກັບການກ່າວຫາຫລາຍໆຢ່າງ ຊຶ່ງໃນທີ່ສຸດກໍໄດ້ຖືກ
ຍົກເລີກ.
ໃນຕົ້ນເດືອນນີ້ ທ່ານໄດ້ພົ້ນຜິດ ຈາກຂໍ້ຫາຄາດຕະກຳຕ່າງໆ.
ທະນາຍຄວາມຂອງທ່ານ Mubarak ໄດ້ຢືນຢັນວ່າ ອະດີດຜູ້ນຳຂອງອີຈິບ ເວລານີ້
ກຳລັງເຮືອນຂອງທ່ານ ໃນຄຸ້ມ Heliopolis ຊຶ່ງເປັນຄຸ້ມຂອງພວກທີ່ຮັ່ງມີ.