ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເພງດັງໃນອະດີດ ສຸຣາເມ ຂັບຮ້ອງໂດຍ ຄໍາຫຼ້າ ໜໍ່ແກ້ວ


ອາຈານ ຄໍາຫຼ້າ ໜໍ່ແກ້ວ
ອາຈານ ຄໍາຫຼ້າ ໜໍ່ແກ້ວ

ສະບາຍດີ ບັນດາແຟນໆເພງ ທີ່ຮັກແພງ ລາຍການສຽງເພງຈາກແດນໄກ ໃນແລງວັນອາທິດມື້ນີ້ ເຮົາຈະນໍາເອົາ ເພງອໍາມະຕະ ຂອງອາຈານ ຄໍາຫລ້າໜໍ່ແກ້ວ ແລະບັນດານັກສິນລະປິນອຶ່ນໆ ທີ່ໄດ້ຕຽມມາສະເໜີທ່ານ ກະລຸນາ ເຂົ້າຮ່ວມລາຍການກັບ ວັນນະສອນ ໄດ້ເລີຍ.

ສະບາຍດີທຸກໆທ່ານ ວັນນະສອນໄດ້ນໍາສະເໜີເພງສາກົນມາໄດ້
ຫຼາຍອາທິດແລ້ວກໍເພາະວ່າ ວັນນະສອນ ຢາກຈະໃຫ້ທ່ານຜູ້ຟັງ
ໄດ້ຮັບຟັງທີ່ຮັບຟັງ VOA ທັງຫຼາຍໄດ້ທັນເຫດການ, ທັນໂລກ
ຮູ້ກ່ຽວກັບວົງການບັນເທິງ ທັງໃນສະຫະລັດແລະທັງໃນລາວນໍາ
ເພາະສະນັ້ນ ວັນນະສອນ ກໍເລີຍຖືເອົາຄໍ່າຄືນນີ້ ມາຈັດເພງໃຫ້
ທ່ານຜູ້ຟັງຕາມ ຈ.ມ. ຫຼືບໍ່ ກໍ email ທີ່ຂຽນເຂົ້າມາຂໍຟັງ ຈ.ມ.
ສະບັບນີ້ມາຈາກໄກຈາກສປປລາວ ຈາກ ຍາລຸງ ບົວຫອມ ດໍາຣົງ
ແຟນປະຈໍາລາຍການມາດົນນານເທົ່າກັບອາຍຸຂອງ VOA
ພະແນກພາສາລາວ 50 ປີ ທີ່ທວງມາວ່າ ບໍ່ໄດ້ຮັບປະຕິທິນປີໃໝ່
ແຕ່ກໍ່ແປກເພາະທາງເຮົາໄດ້ສົ່ງໄປຕັ້ງ 2 ຄັ້ງ ຫຼັງຈາກທີ່ທວງມາ
ວ່າ ບໍ່ໄດ້ຮັບນັ້ນແລ້ວ ເຮົາກໍຈັດສົ່ງໄປໃຫ້ອີກ ແຕ່ເຖິງຢ່າງໃດກໍດີ
ປານນີ້ ຍາລຸງຄົງໄດ້ຮັບກັບມືຈາກຍາເອື້ອຍດາຣາ ບັກກໍາ
ເພາະເພິ່ນກໍາລັງຢູ່ໃນສປປ ລາວ ວັນນະສອນຕ້ອງຂໍອະໄພອີກຄັ້ງນຶ່ງແລະຂໍເພງ“ສຸຣາເມ”
ຂອງ ຄໍາຫຼ້າ ໜໍ່ແກ້ວ ໃຫ້ຟັງແທນຄໍາຂໍໂທດແລະເພງທີ່ຍາລຸງຂໍມານັ້ນ ຈະຈັດໃຫ້ຄັ້ງຕໍ່ໄປ
ເພາະ“ສຸຣາເມ” ນີ້ ບໍ່ໄດ້ຟັງກັນ ມາດົນນານແລ້ວ.
ເພງ: “ສຸຣາເມ” ຂັບຮ້ອງໂດຍ ຄໍາຫຼ້າ ໜໍ່ແກ້ວ

ສ່ວນເພງ “ອົງຕົ່ງ” ນີ້ກໍເປັນເພງດັງອີກເພງນຶ່ງຂອງອາຈານ ຄໍາຫຼ້າ ໜໍ່ແກ້ວ ທີ່ວັນນະສອນ
ຈັດໃຫ້ ອິນແປງ ສຸວັນນະສານ ຜູ້ຟັງທີ່ຕິດຕາມຮັບຟັງ VOA ທີ່ທວງມາວ່າຢາກໃຫ້ ໂພ໊ດ
ລາຍການທາງ website ຫຼັງຈາກທີ່ອອກອາກາດໄປແລ້ວ ວັນນະສອນຕ້ອງຂໍອະໄພ
ຫຼາຍໆທີ່ວ່າຫຼ້າຊ້າໄປແດ່ ເນື່ອງຈາກວ່າວຽກຫຼາຍແທ້ໆ ແຕ່ບໍ່ຕ້ອງຜິດຫວັງ ເພາະຈະຈັດ
ໃຫ້ຕາມໃຈຜູ້ຟັງຢູ່ແລ້ວ ຂໍໃຫ້ມ່ວນໆກັບເພງນີ້.
ເພງ: “ອົງຕົ່ງ” ຂັບຮ້ອງໂດຍ ອາທິດ ກິດສິຣິ

ສ່ວນເພງຄູ່ຕໍ່ໄປນີ້ ຈັດໃຫ້ແຟນໆທີ່ມັກຮັກໃນເພງ ລູກທົ່ງບ້ານນາ ມັກຮັກໃນນໍ້າສຽງສາວ
ນ້ອຍສຽງໃສ ຕິ່ງນ໋ອຍ ທີ່ຮ້ອງຄູ່ກັບພະເອກ ໜຸ່ມສຽງດີ ມາດແມນຢ່າງ ລັ່ງ ເຊີນຮັບຟັງໄດ້
ໃນບົດເພງ “ລາສາວທົ່ງ.”
ເພງ: ລາສາວທົ່ງ ຂັບຮ້ອງໂດຍ ຕິ່ງນ໋ອຍ ແລະ ລັ່ງ
ພົບກັນໃໝ່ໃນສັບປະດາໜ້າ.
XS
SM
MD
LG